logo

ໄທ​ກຽມ​ພ້ອມ​ໃຫ້​ແກ່​ບັນ​ດາ​ເຫດ​ການ​ໃນ​ກອງ​ປະ​ຊຸມ​ສຸດຍອດ ອ​າຊ​ຽນ

2019/10/31 | 10:53:07
(VOVWORLD) -ໄທໄດ້ສຳເລັດວຽກງານກະກຽມໃຫ້ແກ່ການຈັດຕັ້ງບັນດາເຫດການໃນຂອບເຂດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໃນລະຫວ່າງວັນທີ 2 – 4 ພະຈິກ. ນີ້ແມ່ນ ບັນດາກອງປະຊຸມສຳຄັນສຸດທ້າຍໃນປີປະທານອາຊຽນ 2019 ຂອງ ໄທ ໂດຍມີການເຂົ້າຮ່ວມຂອງ ຜູ້ແທນ 3000 ທ່ານ, ໃນນັ້ນມີບັນດາການນຳ ແລະ ຜູ້ຕາງໜ້າຂອງ 23 ປະເທດ ແລະ 5 ອົງການຈັດຕັ້ງສາກົນ.
ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ຢູ່ ບາງກອກ, ປະເທດໄທ (ພາບ: Reuters) 

ຫຼາຍເດືອນມານີ້, ປະເທດເຈົ້າພາບໄທ ໄດ້ ກະກຽມຢ່າງລະອຽດ ນັບແຕ່ພື້ນຖານ, ດ້ານວັດຖຸ ແລະ ບຸກຄະລະກອນ ຕະຫຼອດຮອດເນື້ອໃນປຶກສາຫາລືຕ່າງໆເພື່ອແນໃສ່ຮັບປະກັນຜົນສຳເລັດຂອງບັນດາກອງປະຊຸມອາຊຽນ. ວຽກງານຮັບປະກັນຄວາມໝັ້ນຄົງແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງ ລັດຖະບານໄທ ນັ້ນແມ່ນປະຕິບັດຕາມມາດຕະຖານສາກົນ. ປະເທດນີ້ໄດ້ສົ່ງພາລະກອນຕຳຫຼວດ ແລະ ພາລະກອນປ້ອງກັນຄວາມສະຫງົບ 17.000 ຄົນ ໄປປະຈຳຢູ່ ບັນດາສະຖານທີ່ສຳຄັນ ທີ່ນະຄອນຫຼວງ ບາງກອກ ແລະ ສູນກອງປະຊຸມ IMPACT ເມືອງທອງ ທານີ ຢູ່ ແຂວງ ນົນທະບຸຣີ.

ທີ່ກອງປະຊຸມຂອງສະພາປ້ອງກັນປະເທດ ໃນວັນທີ 31 ຕຸລາ, ທ່ານ ປຣາຢຸດ ຈັນໂອຈາ ເນັ້ນໜັກວ່າ ກອງທັບຕ້ອງຮ່ວມມື ກັບກະຊວງການຕ່າງປະເທດຢ່າງແໜ້ນແຟ້ນເພື່ອຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ບັນດາຄະນະແຂກຕ່າງປະເທດ, ບັນດາຫົວໜ່ວຍຍາມໃດກໍ່ຕ້ອງມີສະຕິລະວັງຕົວສູງແລະຄົບຖ້ວນເພື່ອຮັບມືກັບ ກໍລະນີຕ່າງໆ, ບໍ່ໃຫ້ມີການປະທ້ວງເກີດຂຶ້ນ ເຮັດໃຫ້ບັນດາກອງປະຊຸມຂາດວັກຂາດຕອນຄືກອງປະຊຸມ ອາຊຽນ ປີ 2009 ຢູ່ ພັດທະຢາ.

ກ່ອນໜ້ານັ້ນ, ຄະນະລັດຖະບານໄທ ໄດ້ຮັບຮອງເອົາຂໍ້ສະເໜີຂອງກະຊວງການຕ່າງປະເທດທີ່ວ່າ ຈະຂໍແກ່ຍາວວັນພັກທ້າຍອາທິດໃນຕົ້ນເດືອນ ພະຈິກຕື່ມອີກ 2 ວັນໃຫ້ແກ່ທຸກໆຫ້ອງວ່າການຂອງລັດຖະບານຢູ່ນະຄອນຫຼວງ ບາງກອກ ແລະ ແຂວງ ນົນທະບຸຣີ ເພື່ອ ຫຼຸດຜ່ອນບັນຫາລົດຕິດ ແລະ ສ້າງເງື່ອນໄຂສະດວກໃນການເດີນທາງໄປມາຂອງບັນດາການນຳອາຊຽນ ພ້ອມກັບບັນດາຜູ້ແທນຄະນະຕ່າງໆ.

TAG
VOV/VOVworld/ອາ​ຊຽ​ນ/ໄທ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ