logo

ໄທ ຄາດ​ວ່າ​ຈະ​ລົງ​ປະ​ຊາ​ມະ​ຕິ​ປັບ​ປຸງ​ລັດ​ຖະ​ທຳ​ມະ​ນູນ ແລະ ຈັດ​ການ​ເລືອກ​ຕັ້ງ​ພ້ອມ​ກັນ​ໃນ​ວັນ​ທີ 8 ກຸມ​ພາ​ປີ 2026

2025/12/21 | 07:20:15
(VOVWORLD) - ວຽກງານກະກຽມໃຫ້ແກ່ການເລືອກຕັ້ງທົ່ວປະເທດປີ 2026 ພວມໄດ້ຜັນຂະຫຍາຍຢ່າງຮີບດ່ວນ.
People cast their vote at a polling station in Bangkok, Thailand, May 7, 2023. File Photo: REUTERS/Athit Perawongmetha 

    ວັນທີ 20 ທັນວາ, ຄະນະກຳມະການເລືອກຕັ້ງ ໄທ (EC) ໄດ້ປະກາດໃຊ້ຂໍ້ກຳນົດ ອະນຸຍາດການລົງປະຊາມະຕິປັບປຸງລັດຖະທຳມະນູນໃນວັນດຽວກັນກັບການເລືອກຕັ້ງທົ່ວປະເທດ ຊື່ງຄາດວ່າຈັດຂຶ້ນໃນວັນທີ 8 ກຸມພາປີ 2026. ວິທີເຂົ້າເຖິງນີ້ຊ່ວຍໃຫ້ຫັນວິວັດການປ່ອນບັດເປັນງ່າຍດາຍ, ຊ່ວຍຫລຸດຜ່ອນຄວາມໜັກໜ່ວງໃຫ້ແກ່ວຽກງານຈັດຕັ້ງ, ບໍລິຫານກໍ່ຄືປະຢັດຄ່າໃຊ້ຈາຍ ແລະ ສ້າງຄວາມສະດວກໃຫ້ແກ່ຜູ້ມີສິດເລືອກຕັ້ງ. ປະຈຸບັນ, ຂໍ້ກຳນົດນີ້ພວມລໍຖ້າໄດ້ປະກາດຈາກພະບໍລົມວົງສານຸວົງ ກ່ອນທີ່ຈະມີຜົນສັກສິດ. ທ່ານ Anutin Charnvirakul ນາຍົກລັດຖະມົນຕີຊົ່ວຄາວ ໄດ້ໃຫ້ຂໍ້ສັງເກດວ່າ ການຈັດຕັ້ງການລົງປະຊາມະຕິປັບປຸງລັດຖະທຳມະນູນ ແລະ ການເລືອກຕັ້ງທົ່ວປະເທດ ຈະຊ່ວຍປະຢັດໄດ້ເງິນຈຳນວນກ່ວາ 120 ລ້ານ USD. ວຽກງານກະກຽມໃຫ້ແກ່ການເລືອກຕັ້ງທົ່ວປະເທດປີ 2026 ພວມໄດ້ຜັນຂະຫຍາຍຢ່າງຮີບດ່ວນ. ບັນດາສະຖານທີ່ປ່ອນບັດກ່ອນກຳນົດເວລາ, ລວມມີບັນດາສະຖານທີ່ສະຫງວນໃຫ້ແກ່ຜູ້ທີສິດເລືອກຕັ້ງອາຍຸສູງ ແລະ ຄົນພິການ ຄາດວ່າຈະເປີດປະຕູໃນວັນທີ 1 ກຸມພາປີ 2026.

TAG
VOV/VOVworld/ວຽກງານກະກຽມໃຫ້ແກ່ການເລືອກຕັ້ງທົ່ວປະເທດປີ 2026

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ