logo

ໄທ ຖອນ​ລົດ​ຖັງ​ອອກ​ຈາກ​ເຂດ​ຊາຍ​ແດນ​ກັບ ກຳ​ປູ​ເຈຍ

2025/10/29 | 10:02:49
(VOVWORLD) -  ວັນທີ 26 ຕຸລາ ຢູ່ມາເລເຊຍ, ທ່ານນາຍົກລັດຖະມົນຕີ ໄທ ອານຸທິນ ຈານວິຣະກຸນ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວກັບຂັ້ນຕອນສ້າງສັນຕິພາບ.
ກອງທັບໄທ ຖອນລົດຖັງອອກຈາກເຂດຊາຍແດນຕິດກັບ ກຳປູເຈຍ (ພາບ: ກອງທັບໄທ)

ພົນເອກ ວິນໄທ ລາຍຖົມຍາ, ໂຄສົກກອງບັນຊາການກຳລັງປະກອບອາວຸດລາຊະອານາຈັກ ໄທ ຖະແຫຼງໃນວັນທີ 28 ຕຸລາ ວ່າ, ກອງທັບ ໄທ ໄດ້ຖອນລົດຖັງ 2 ຄັນຢູ່ເຂດຊາຍແດນກັບເມືອຖານທີ່ໝັ້ນການທະຫານຢູ່ແຂວງ ສະຣະບູລີ. ວິວັດການປະຕິບັດມີການກວດກາຕິດຕາມຂອງຜູ້ແທນປ້ອງກັນຊາດ ມາເລເຊຍ ແລະ ຟີລິບປິນ, ຂຶ້ນກັບກຸ່ມສັງເກດການ ASEAN (AOT).

        ກໍໃນວັນດຽວກັນ, ທ່ານ ນັດທະພອນ ນາກພະນິດ ລັດຖະມົນຕີກະຊວງປ້ອງກັນປະເທດ ໄທ ຢັ້ງຢືນວ່າ ກອງທັບ ໄທ ແລະ ກຳປູເຈຍ ພວມສົມທົບກັນຜັນຂະຫຍາຍແຜນການເຄື່ອນໄຫວຖອນອາວຸດປະເພດໜັກ. ແຜນການດັ່ງກ່າວລວມມີ 3 ໄລຍະ, ປະຕິບັດພາຍໃນ 6 ອາທິດ, ໃນນັ້ນສອງຝ່າຍຈະພ້ອມກັນຖອນອາວຸດຕາມແຕ່ລະໄລຍະ. ໄປຄຽງຄູ່ກັນນັ້ນ, ກອງທັບສອງປະເທດພວມຮ່ວມມືກັນເກັບກູ້ລະເບີດ, ຄາດວ່າຈະສຳເລັດໃນທ້າຍເດືອນທັນວາ 2025.

        ກ່ອນໜ້ານັ້ນ, ຢູ່ນອກກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47, ວັນທີ 26 ຕຸລາ ຢູ່ມາເລເຊຍ, ທ່ານນາຍົກລັດຖະມົນຕີ ໄທ ອານຸທິນ ຈານວິຣະກຸນ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວກັບຂັ້ນຕອນສ້າງສັນຕິພາບ.


TAG
VOV/VOVworld/ກຸ່ມສັງເກດການ ASEAN/ກຳ​ປູ​ເຈຍ/ໄທ/ເຂດ​ຊາຍ​ແດນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ