logo

ໄທ: ລັດຖະ​ບານ​ຊຸດ​ໃໝ່ ​ເຂົ້າ​ພິ​ທີສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ, ຮັບ​ຮອງ​ເອົາ​ຮ່າງ​ນະ​ໂຍ​ບາຍ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ

2025/9/25 | 16:45:15
(VOVWORLD) - ກ່ຽວກັບເສດຖະກິດ, ລັດຖະບານໃຫ້ຄຳໝັ້ນສັນຍາ ຫຼຸດຜ່ອນຄ່າຄອງຊີບຜ່ານໂຄງການ “ຄົນລະເຄິ່ງ” ເພື່ອໜູນຊ່ວຍຊາວກະສິກອນ ຕໍ່ໜ້າສະພາບການລາຄາຜະລິດຕະພັນກະເສດຫຼຸດລົງ, ຊຸກຍູ້ພະລັງງານທົດແທນ ແລະ ພັດທະນາກະສິກຳອັດສະລິຍະ.
ລັດຖະບານໄທ ຊຸດໃໝ່ (ພາບ: ຫ້ອງວ່າການນາຍົກລັດຖະມົນຕີ ໄທ)

ຕອນຄ່ຳວັນທີ 24 ກັນຍາ, ທ່ານ ອະນຸທິນ ຊານວິຣະກຸນ ນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງພາຍໃນ ໄທ ໄດ້ນຳໜ້າສະມາຊິກລັດຖະບານຊຸດໃໝ່ເຂົ້າຮ່ວມພິທີສາບານຕົວຮັບດຳລົງຕຳແໜ່ງ ຕໍ່ ກະສັດມະຫາ ວະຊິຣາລົງກອນ ແລະ ສົມເດັດພະນາງເຈົ້າ ສຸທິດາ ພັດຊະຣະສຸທາພິມົນລັກພຣະບໍຣົມຣາຊິນີ ທີ່ພະລາດຊະວັງ ດຸສິດ  ນະຄອນຫຼວງ ບາງກອກ. ພາຍຫຼັງພິທີສາບານຕົວ, ລັດຖະບານຊຸດໃໝ່ໄດ້ດຳເນີນກອງປະຊຸມພິເສດ ແລະ ຮັບຮອງເອົາຮ່າງຖະແຫຼງການນະໂຍບາຍລັດຖະບານເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ. ກ່ຽວກັບເສດຖະກິດ, ລັດຖະບານໃຫ້ຄຳໝັ້ນສັນຍາ ຫຼຸດຜ່ອນຄ່າຄອງຊີບຜ່ານໂຄງການ “ຄົນລະເຄິ່ງ” ເພື່ອໜູນຊ່ວຍຊາວກະສິກອນ ຕໍ່ໜ້າສະພາບການລາຄາຜະລິດຕະພັນກະເສດຫຼຸດລົງ, ຊຸກຍູ້ພະລັງງານທົດແທນ ແລະ ພັດທະນາກະສິກຳອັດສະລິຍະ. ກ່ຽວກັບຄວາມໝັ້ນຄົງ, ບັນຫາການຂັດແຍ້ງເຂດຊາຍແດນ ໄທ - ກຳປູເຈຍ ຈະໄດ້ຮັບການແກ້ໄຂໂດຍວິທີການການທູດສົມທົບກັບການທະຫານ, ຮັບປະກັນອະທິປະໄຕ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ.

TAG
VOV/VOVworld/ໄທ/ນາ​ຍົກ​ລັດ​ຖະ​ມົນ​ຕີ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ