logo

ໄທ ແລະ ກຳ​ປູ​ເຈຍ ຊຸກ​ຍູ້​ການ​ເຈ​ລະ​ຈາ, ສະ​ຖຽນ​ລະ​ພາບ​ດ້ານ​ຄວາມ​ໝັ້ນ​ຄົງ​ຊາຍ​ແດນ

2025/10/11 | 10:00:58
(VOVWORLD) - ທະຫານເຂດ 2 ຂອງ ໄທ ແລະ ທະຫານເຂດ 4 ຂອງ ກຳປູເຈຍ ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບການຈັດຕັ້ງກອງປະຊຸມພິເສດ ຄະນະກຳມະການຊາຍແດນພາກພື້ນ (RBC) ແຕ່ວັນທີ 15 ຕຸລາ - 17 ຕຸລາ ຢູ່ເຂດຊາຍແດນສອງປະເທດ. 

ວັນທີ 10 ຕຸລາ, ທະຫານເຂດ 2 ຂອງ ໄທ ແລະ ທະຫານເຂດ 4 ຂອງ ກຳປູເຈຍ ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບການຈັດຕັ້ງກອງປະຊຸມພິເສດ ຄະນະກຳມະການຊາຍແດນພາກພື້ນ (RBC) ແຕ່ວັນທີ 15 ຕຸລາ - 17 ຕຸລາ ຢູ່ເຂດຊາຍແດນສອງປະເທດ, ຊາຍແດນລະຫວ່າງແຂວງ Surin ຂອງ ໄທ ແລະ ແຂວງ Oddar Meanchey ຂອງ ກຳປູເຈຍ.

ນີ້ແມ່ນໝາກຜົນຂອງກອງປະຊຸມຂັ້ນຄະນະເລຂາຂອງທະຫານເຂດ 2 ຂອງໄທ ແລະ ທະຫານເຂດ 4 ກຳປູເຈຍ ຢູ່ດ່ານຊາຍແດນ O’Smach, ແຂວງ Oddar Meanchey ຂອງ ກຳປູເຈຍ. ສອງຝ່າຍເຫັນດີສົນທະນາ ແລະ ເຈລະຈາກ່ຽວກັບຫຼາຍບັນຫາສຳຄັນໃນກອງປະຊຸມຈະມາເຖິງ, ລວມມີ: ການພິຈາລະຈາດັດປັບທີ່ຕັ້ງຜັນຂະຫຍາຍອາວຸດປະເພດໜັກ ພາຍໃຕ້ການຕິດຕາມ ແລະ ການຢັ້ງຢືນຂອງກຸ່ມປະສານງານລວມ ແລະ ເພີ່ມທະວີການຮ່ວມມືໃນບັນຫາເກັບກູ້ລູກລະເດບີດມະນຸດສະທຳ.

ນັກຂ່າວ VOV ປະຈຳ ໄທ

TAG
VOV/VOVworld/ໄທ​/ກຳ​ປູ​ເຈຍ/ຊາຍ​ແດນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ