logo

ໄປ​ຕະຫຼາດ​ເຂດ​ພູ​ສູງ​ຍາມ​ລະ​ດູ​ບານ​ໃໝ່

2025/1/30 | 04:26:19
(VOVWORLD) - ໃນເຂດພູສູງທາງທິດຕາເວັນຕົກສ່ຽງເໜືອ ຫວຽດນາມ, ຕະຫຼາດນັດຍາມລະດູບານໃໝ່ ໄດ້ກາຍເປັນຈຸດວັດທະນະທຳທີ່ບໍ່ສາມາດຂາດໄດ້ຂອງບັນດາຊາວເຜົ່າສ່ວນໜ້ອຍຢູ່ທີ່ນີ້. ເມື່ອລະດູບານໃໝ່ວຽນມາ, ຢູ່ເຂດບ້ານນາທີ່ຫ່າງໄກ, ປຊຊ ໄດ້ໂຈະທຸກວຽກງານ, ພ້ອມກັນລົງຕະຫຼາດນັດ. ຕະຫຼາດນັດຕ່າງໆບໍ່ພຽງແຕ່ແມ່ນບ່ອນຊື້ເຄື່ອງຂອງຍາມບຸນເຕັດເທົ່ານັ້ນ, ຫາກຍັງແມ່ນແຫ່ງພົບປະແລກປ່ຽນວັດທະນະທຳ, ຈຸດນັດພົບຂອງບັນດາຄູ່ບ່າວສາວອີກດ້ວຍ. ຕໍ່ໄປ ເຊີນທ່ານພ້ອມກັບນັກຂ່າວວິທະຍຸກະກຈາຍສຽງ ຫວຽດນາມ ເຂົ້າຮ່ວມຕະຫຼາດນັດຍາມລະດູບານໃໝ່ເຂດພູສູງຢູ່ແຂວງ ລາວກາຍ.
ສາວເຜົ່ມມົ້ງລົງຕະຫຼາດນັດ ບັກຮ່າ (ພາບ: Giàng Seo Pùa/VOV)

     ຕະຫຼາດນັດ ບັກຮ່າ, ເມືອງ ບັກຮ່າ, ແຂວງ ລາວກາຍ ແມ່ນໜຶ່ງໃນບັນດາຕະຫຼາດນັດພິເສດກ່ວາໝູ່ຂອງແຂວງ ລາວກາຍ. ໃນຊຸມວັນບຸນເຕັດ, ຕະຫຼາດພັດມີຄວາມຟົດຟື້ນກ່ວາອີກ, ດູດດື່ມໃຈກ່ວາອີກດ້ວຍສີສັນຂອງດອກຄາຍ, ດອກໝັ້ນ, ໃບຕອງ, ຊີ້ນອົບແຫ້ງ, ຖົ່ວແດງ…. ຊື່ງແມ່ນສິນຄ້າເອກະລັກຍາມບຸນເຕັດຂອງບັນດາຊົນເຜົ່າຢູ່ທີ່ນີ້ ເອົາໄປຂາຍຢູ່ຕະຫຼາດນັດ. ນັບແຕ່ຍາມຮຸ່ງເຊົ້າ, ໃນເຂດເນີນພູຍັງເຕັມໄປດ້ວຍນ້ຳໝອກ, ປຊຊ ກໍ່ໄດ້ພາກັນລົງເທດສະບານເມືອງ ບັກຮ່າ… ໃນທ່າມກາງສີຂາວຂອງດອກໝາກຝູງ, ດອກໝັ້ນ, ສີເຫຼືອງຂອງທົ່ງສາລີ, ບັນດາຊຸດອາພອນທີ່ມີຫຼາກຫຼາຍສີສັນຂອງ ປຊຊ ບັນດາເຜົ່າ ຄືດັ່ງພາບແຕ້ມທີ່ມີຫຼາກຫຼາຍສີສັນຢູ່ເຂດພູສູງພາກຕາເວັນຕົກສ່ຽງເໜືອ…

ຕະຫຼາດນັດ ຕາເຟີຍ- ເຮີບແທັງ (ພາບ: An Kiên/VOV)

   ໃນກ່ວາ 20 ປີທີ່ຜ່ານມາ, ໃນຍາມຕະຫຼາດນັດບນເຕັດ, ອ້າຍ ເຈົາແຊວຈິນ , ຕາແສງ ຖາຍຢາງໂຟ , ເມືອງ ບັກຮ່າ ກໍ່ໄດ້ເອົາທູບໄປຂາຍ. ນີ້ແມ່ນທູບພື້ນເມືອງທີ່ບໍ່ສາມາດຂາດໄດ້ໃນຍາມບຸນເຕັດຂອງຊາວເຜົ່າມົ້ງຢູ່ທີ່ນີ້. ປີນີ້ ອ້າຍ ເຈົາແຊວຈິນ ໄດ້ເອົາທູບ 100 ມັດໄປຂາຍຢູ່ຕະຫຼາດຍາມບຸນເຕັດ:

   ຂ້າພະເຈົ້າຫວັງວ່າຈະຂາຍທູບໄດ້ໝົດ. ຈັກໜ້ອຍອາດຈະຂາຍໄດ້ໝົດເລີຍ ແລະ ຈະມີເງິນເພື່ອຊື້ຂອງກິນ, ເຄື່ອງຫຼີ້ນໃຫ້ລູກ.

      ຕະຫຼາດນັດ ບັກຮ່າ ໄດ້ຈັດຂຶ້ນໃນທຸກໆຕອນເຊົ້າຂອງວັນອາທິດ ແລະ ກໍ່ຈັດຂຶ້ນໃນຊຸມວັນທ້າຍປີ ຫຼືຕົ້ນປີໃໝ່. ຕະຫຼາດນັດໄດ້ດຶງດູດໃຈຜູ້ເຂົ້າຮ່ວມຍ້ອນບັນດາຮ້ານຂາຍເຄື່ອງຍາມບຸນເຕັດ ແລະ ບັນດາລາຍການສະແດງສິລະປະທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທະເຂດພູສູງ. ທ່ານ ຟ້າມແທັງເຊີນ, ແຂກທ່ອງທ່ຽວມາຈາກແຂວງ ບັກນິງ ແບ່ງປັນວ່າ:

  ຂ້າພະເຈົ້າມີຄວາມສຸກທີ່ສຸດເມື່ອມາເຂົ້າຮ່ວມຕະຫຼາດນັດ ບັກຮ່າ, ລາວກາຍ, ປຊຊ ເປັນມິດສະໜິດສະໜົມ, ການກິນດື່ມ, ດຳເນີນຊີວິດລ້ວນແຕ່ມີຄວາມຈິງໃຈ, ຮັກແພງກັນ. ເຖິງວ່າອາກາດມີຄວາມຊຸ່ມນ້ອຍໜຶ່ງ, ແຕ່ເມື່ອໄດ້ຮັບຟັງບັນດາບົດເພງດົນຕີພື້ນເມືອງ, ທຸກຄົນລ້ວນແຕ່ຮູ້ສຶກມີຄວາມມ່ວນຊື່ນທີ່ສຸດ.

   ໃນຊຸມວັນທ້າຍປີ ຫຼືຕົ້ນປີໃໝ່, ຕະຫຼາດນັດວັດທະນະທຳເຂດພູສູງ ຕາເຟີຍ- ເຮີບແທັງ ຢູ່ຊານນະຄອນ ລາວກາຍ ໄດ້ດຶງດູດຊາວເຜົ່າສ່ວນໜ້ອຍ, ປຊຊ, ແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍ ດ້ວຍບັນຍາກາດອັນຄຶກຄື້ນມ່ວນຊື່ນ, ຫຼາກຫຼາຍສີສັນ. ຕະຫຼາດນັດແຫ່ງນີ້ມີຄວາມແຕກຕ່າງກັບຕະຫຼາດນັດອື່ນໆ ຍ້ອນມີຫຼາຍຜະລິດຕະພັນໄດ້ປະກົດພຽງແຕ່ໃນໂອກາດນີ້ເທົ່ານັ້ນ. ປ້າ ວ່າງທິເວ  ຊາວເຜົ່າໄຢ, ຕາແສງ ເຮີບແທັງ ໄດ້ເອົາເຂົ້າໜົມຫຼາຍຊະນິດໄປຂາຍຢູ່ຕະຫຼາດນັບແຕ່ຍາມຮຸ່ງເຊົ້າ:

  ເຂົ້າໜົມນີ້ແມ່ນຂ້າພະເຈົ້າໄດ້ເຮັດເອງໝົດແຕ່ມື້ວານນີ້, ເຮັດແຕ່ກາງຄືນຈົນຮອດຕອນເຊົ້າຈຶ່ງແລ້ວ ເພື່ອເອົາໄປຂາຍໃຫ້ທັນ. ມື້ທຳມະດາຢາກເຮັດກໍ່ບໍ່ມີເວລາ ຍ້ອນຕ້ອງໄປເຮັດນາ.

    ຢູ່ຕະຫຼາດນັດ ຕາເຟີຍ- ເຮີບແທັງ ຍັງມີສະຖານທີ່ຂາຍເຄື່ອງປ່າຂອງດົງພິເສດຄື: ໝາກປີກ້ວຍນາກ, ດອກກ້ວຍໄມ້ປ່າ, ເຫັດລິ້ນຈື່, ຊານຊີ… ຕະຫຼາດນັດ ຕາເຟີຍ- ເຮີບແທັງ ບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການຂອງ ປຊຊ ທ້ອງຖິ່ນເທົ່ານັ້ນ, ຫາກຍັງໄດ້ດຶງດູດ ປຊຊ ມາຈາກບັນດາຕາແສງອ້ອມແອ້ມເປັນຈຳນວນຫຼວງຫຼາຍອີກດ້ວຍ. ປ້າ ເຈິ່ນທິຖຸຍ, ຢູ່ນະຄອນ ກາວກາຍ ໄດ້ແບ່ງປັນວ່າ: ເຖິງວ່າບ້ານຢູ່ໄກພໍສົມຄວນ ແຕ່ອາທິດໃດປ້າກໍ່ຕ້ອງໄປຕະຫຼາດນັດນີ້ເທື່ອໜຶ່ງ, ໂດຍສະເພາະແມ່ນຕະຫຼາດນັດຍາມທ້າຍປີ ແລະ ຕົ້ນປີ, ປ້າມັກພາທັງຄອບຄົວມານີ້:

    ມື້ທຳມະດາຢູ່ນີ້ມີຄົນມາຫຼາຍ ແຕ່ກໍ່ບໍ່ທໍ່ຍາມບຸນເຕັດ, ອີກຢ່າງໜຶ່ງຍາມບຸນເຕັດມັກຈະມີເຄື່ອງຂອງຫຼາຍກ່ວາອີກ. ຢູ່ເຂດໃນເມືອງມີຊາວເຜົ່າ ກິງ ຫຼາຍ, ແຕ່ຢູ່ນີ້ສ່ວນຫຼາຍຈະແມ່ນຊາວເຜົ່າສ່ວນໜ້ອຍ.

      ພ້ອມກັບການຊື້ຂາຍ, ຕະຫຼາດນັດຍັງມີຫຼາຍການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ສະແດງສິລະປະຂອງບັນດາຊົນເຜົ່າຢູ່ ລາວກາຍ. ບໍ່ພຽງແຕ່ໄດ້ຊຸກຍູ້ເສດຖະກິດການຕະຫຼາດເທົ່ານັ້ນ, ຕະຫຼາດນັດ ຕາເຟີຍ - ເຮີບແທັງ - ຕະຫຼາດນັດແຫ່ງດຽວໃນໃຈກາງນະຄອນ ລາວກາຍ ຍັງນຳມາເຊິ່ງຄຸນຄ່າດ້ານວັດທະນະທຳ, ທັງປະກອບສ່ວນອະນຸລັກຮັກສາຈຸດຄວາມງາມທີ່ເປັນມູນເຊືອ, ທັງດຶງດູດແຂກທ່ອງທ່ຽວອີກດ້ວຍ. ນັ້ນກໍ່ແມ່ນສິ່ງທີ່ມີຄ່າ ຊື່ງແຂກທ່ອງທ່ອງທ່ຽວແຕ່ລະຄົນ ເມື່ອມາແຫ່ງນີ້ກໍ່ລ້ວນແຕ່ຕ້ອງຍາດເວລາເພື່ອຊົມບັນຍາກາດ./.

TAG
VOV/VOVworld/ໄປ​ຕະຫຼາດ​ເຂດ​ພູ​ສູງ​ຍາມ​ລະ​ດູ​ບານ​ໃໝ່/ຕະຫຼາດນັດ ບັກຮ່າ/ເມືອງ ບັກຮ່າ/ແຂວງ ລາວກາຍ/ຕະຫຼາດ​ນັດ ຕາ​ເຟີຍ- ເຮີບ​ແທັງ/ອ້າຍ ເຈົາແຊວຈິນ/ຕາແສງ ຖາຍຢາງໂຟ/ເມືອງ ບັກຮ່າ/ປ້າ ເຈິ່ນທິຖຸຍ/ຢູ່ນະຄອນ ກາວກາຍ/ທ່ານ ຟ້າມແທັງເຊີນ/ແຂກທ່ອງທ່ຽວມາຈາກແຂວງ ບັກນິງ/ເຂດພູສູງພາກຕາເວັນຕົກສ່ຽງເໜືອ…

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ