logo

ໜູນຊ່ວຍຊາວ ກຳປູເຈຍ, ລາວ ເຊື້ອຊາດ ຫວຽດນາມ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19

2020/4/16 | 10:26:56
(VOVWORLD) -  ວັນທີ 16 ເມສາ, ຢູ່ 4 ດ່ານຊາຍແດນ ນາມຢ່າງ (ແຂວງ ກວາງນາມ); ເບີອີ (ແຂວງ ກອນຕຸມ); ເລະແທງ (ແຂວງ ຢາລາຍ) ແລະ ບູປຣັງ (ແຂວງ ດັກນົງ), ກອງບັນຊາການທະຫານເຂດ 5 ໄດ້ສົມທົບກັບກອງບັນຊາການທະຫານບັນດາທ້ອງຖິ່ນ ມອບອຸປະກອນການແພດໜູນຊ່ວຍ 2 ປະເທດ ລາວ, ກຳປູເຈຍ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. 
 ສະມາຄົມຊາວຂະແມ - ຫວຽດນາມ ໄດ້ມອບຂອງຂວັນ 100 ພຸດໃຫ້ພໍ່ແມ່ປະຊາຊົນຊາວ ກຳປູເຈຍ ເຊື້ອຊາດ ຫວຽດນາມ

ພົນຈັດຕະວາ ເຈືອງທຽນໂຕ, ຮອງຫົວໜ້າການເມືອງກອງບັນຊາການທະຫານເຂດ 5 ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ສົມທົບຢ່າງແໜ້ນແຟ້ນກັບຂັ້ນພັກ, ອຳນາດການປົກຄອງທ້ອງຖິ່ນຊຶ້ວັດຖຸອຸປະກອນການແພດ ເພື່ອຮັບໃຊ້ໃຫ້ແກ່ການປ້ອງກັນ, ສະກັດກັ້ນໂລກລະບາດ. ນອກນັ້ນ ຍັງມີສິ່ງທີ່ຈຳເປັນ ເພື່ອຮັບປະກັນໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ແລະ ພະນັກງານ, ນັກຮົບຂອງ 2 ປະເທດ. ພວກຂ້າພະເຈົ້າ ກຳນົດວ່າ ນີ້ແມ່ນວຽກງານທີ່ມີຄວາມໝາຍສຳຄັນທີ່ສຸດ ປະກອບສ່ວນເສີມສ້າງມູນເຊື້ອ, ການພົວພັນຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ - ກຳປູເຈຍ - ລາວ ແລະ ກອງທັບຂອງ 3 ປະເທດໃນສະພາບການປັດຈຸບັນ.

        ແລະກໍ່ໃນວັນທີ 16 ເມສາ, ຢູ່ແຂວງ Kandal, ສະມາຄົມຊາວຂະແມ - ຫວຽດນາມ ໄດ້ມອບຂອງຂວັນ 100 ພຸດໃຫ້ພໍ່ແມ່ປະຊາຊົນຊາວ ກຳປູເຈຍ ເຊື້ອຊາດ ຫວຽດນາມ ທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19. ຂອງຂວັນດັ່ງກ່າວຈະປະກອບສ່ວນຮັບປະກັນຊີວິດການເປັນຢູ່, ສ້າງກຳລັງໜູນໃຫ້ປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກຍ້ອນຜົນສະທ້ອນຂອງໂລກລະບາດ ໂຄວິດ-19.

TAG
VOV/VOVworld/ກຳປູເຈຍ/ລາວ/ເຊື້ອຊາດ/ໂລກລະບາດໂຄວິດ-19

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ