logo

ໜີ້​ສິນ​ທົ່ວ​ໂລກ​ຢູ່​ໃນ​ລະ​ດັບ​ສະ​ຖິ​ຕິ​ເກືອບ 338.000 ​ຕື້ USD

2025/9/26 | 10:00:37
(VOVWORLD) - IIF ຊີ້ແຈ້ງວ່າ ໜີ້ສິນທົ່ວໂລກມີທ່າອ່ຽງເພີ່ມຂຶ້ນ ຍ້ອນບັນດາເງື່ອນໄຂດ້ານການເງິນສາກົນໄດ້ຮັບການຜ່ອນຜັນ, ສະກຸນເງິນ USD ອ່ອນຄ່າ ແລະ ບັນດາທະນາຄານສູນກາງໃຫຍ່ ຫັນໄປສູ່ຫຼັກໝັ້ນນະໂຍບາຍຜ່ອນຜັນເງິນຕາ. 

  ໃນບົດລາຍງານຫຼ້າສຸດທີ່ມີຊື່ວ່າ “Global Debt Monitor” (ການຕິດຕາມໜີ້ສິນທົ່ວໂລກ) ປະກາດໃນວັນທີ 25 ກັນຍາ, ສະຖາບັນການເງິນສາກົນ (IIF) ໃຫ້ຮູ້ວ່າ ໜີ້ສິນທົ່ວໂລກບັນລຸລະດັບສະຖິຕິ 337.700 ຕື້ USD ໄລ່ຮອດທ້າຍໄຕມາດທີ II/2025, ເພີ່ມຂຶ້ນກວ່າ 21.000 ຕື້ USD ໃນຮອບເວລາພຽງແຕ່ 6 ເດືອນຕົ້ນປີ 2025 ເທົ່ານັ້ນ.

        IIF ຊີ້ແຈ້ງວ່າ ໜີ້ສິນທົ່ວໂລກມີທ່າອ່ຽງເພີ່ມຂຶ້ນ ຍ້ອນບັນດາເງື່ອນໄຂດ້ານການເງິນສາກົນໄດ້ຮັບການຜ່ອນຜັນ, ສະກຸນເງິນ USD ອ່ອນຄ່າ ແລະ ບັນດາທະນາຄານສູນກາງໃຫຍ່ ຫັນໄປສູ່ຫຼັກໝັ້ນນະໂຍບາຍຜ່ອນຜັນເງິນຕາ. ມູນຄ່າໜີ້ສິນເພີ່ມຂຶ້ນຢ່າງແຮງທີ່ສຸດ ໂດຍໄດ້ຮັບຮູ້ຢູ່ ຈີນ, ຝລັ່ງ, ເຢຍລະມັນ, ອັງກິດ ແລະ ຍີ່ປຸ່ນ, ສ່ວນໜຶ່ງຍ້ອນສະກຸນເງິນ USD ຫຼຸດລົງເກືອບ 10% ເມື່ອທຽບໃສ່ສະກຸນເງິນຂອງບັນດາຄູ່ຮ່ວມມືການຄ້າ ນັບແຕ່ຕົ້ນປີ.

        ນອກຈາກນັ້ນ, IIF ກ່າວເຕືອນວ່າ, ໃນຊຸມເດືອນທ້າຍປີ 2025, ບັນດາຕະຫຼາດຫາກໍ່ພົ້ນເດັ່ນ ຈະຕ້ອງຊຳລະບ້ວງໜີ້ສິນລະດັບສະຖິຕິເກືອບ 3.200 ຕື້ USD ຈາກພັນທະບັດ ແລະ ບັນດາບ້ວງເງິນກູ້ທີ່ຮອດກຳນົດເວລາຊຳລະ.


TAG
VOV/VOVworld/ໜີ້​ສິນ​ທົ່ວ​ໂລກ​ເພີ່ມ​ຂຶ້ນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ