logo

ໝູ່​ກັງ​ຈາຍ - ໜຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ງົດ​ງາມ​ກ່​ວາ​ໝູ່​ໃນ​ໂລກ

2019/8/18 | 03:48:00

(VOVWORLD) - ພ້ອມກັບອ່າວຮ້າລອງ, ໝູ່ກັງຈາຍກໍ່ໄດ້ຮັບກຽດຖືກຈັດຢູ່ໃນບັນຊີລາຍຊື່ສະຖານທີ່ທ່ອງທ່ຽວ 50 ແຫ່ງທີ່ງົດງາມກວ່າໝູ່ໃນໂລກ ຕາມການເລືອກເຟັ້ນຂອງເວັບໄຊທ່ອງທ່ຽວ CNTraveller. 

ໝູ່ກັງຈາຍແມ່ນເມືອງເຂດພູສູງໃນແຂວງ ອຽນບ໊າຍ ນອນຢູ່ຕີນສາຍພູຮ່ວາງລຽນເຊີນ. ຈາກຮ່າໂນ້ຍ ຫາ ໝູ່ກັງຈາຍ ແມ່ນປະມານ 280 ກິໂລແມັດ, ຜ່ານກິ່ວເຂົາຟ້າເຊິ່ງແມ່ນໜຶ່ງໃນຈຳນວນກິ່ວທີ່ທຸລະກັນດານ ແລະ ສວຍງາມທີ່ສຸດຢູ່ເຂດທາງທິດຕາເວັນຕົກສ່ຽງເໜືອຂອງ ຫວຽດນາມ.
ໝູ່ກັງຈາຍໄດ້ປະກົດໃນສາຍຕາຂອງ ແຂກທ່ອງທ່ຽວດ້ວຍ ນາຂັ້ນໄດທີ່ສວຍງາມດັ່ງໃນຝັນ.
ສິ່ງທີ່ມີຊື່ສຽງທີ່ສຸດຢູ່ໝູ່ກັງຈາຍ ແມ່ນ ນາຂັ້ນໄດໃນບໍລິເວັນ 3 ຕາແສງຄື: ລາປານເຕິນ, ເຈກູຍາ ແລະ ເຈຊູຟິງ.
ມາຮອດປັດຈຸບັນພໍ່ແມ່ປະຊາຊົນຢູ່ແຫ່ງນີ້ຍັງຄົງຮັກສາ ແລະ ອະນຸລັກບັນດາຮິບຄອງປະເພນີ, ບັນດາພິທີກຳ, ການເຫຼື້ອມໃສໃນການບຸກເບີກພື້ນທີ່ ແລະ ປູກນາຂັ້ນໄດ.
ໝູ່ກັງຈາຍ ໄດ້ດຶງດູດໃຈນັກທ່ອງທ່ຽວທັງຫຼາຍຍ້ອນຄວາມງາມແບບຮົກເຮື້ອໃນເຂດພູສູງ.
ໝູ່ກັງຈາຍມີ 2 ລະດູງາມທີ່ສຸດໃນປີນັ້ນແມ່ນ ລະດູນ້ຳນອງ (ເດືອນເມສາ - ພຶດສະພາ) ແລະ ລະດູເຂົ້າສຸກເຫຼືອງ (ເດືອນກັນຍາ - ຕຸລາ).
ໃນລະດູການຜະລິດເຂົ້າຍາມລະດູບານໃໝ່, ປະຊາຊົນໄດ້ເຕົ້າໂຮມກັນປູກເຂົ້າຢູ່ເນື້ອທີ່ນາ ໃນພື້ນທີ່ຕ່ຳຍ້ອນວ່າຢູ່ພູສູງບໍ່ມີນ້ຳຫົດຢ່າງພຽງພໍ.
ລະດູການຜະລິດເຂົ້າໃນເດືອນກັນຍາ - ຕຸລາແມ່ນລະດູການຕົ້ນຕໍ, ປະລິມານການຜະລິດເຂົ້າບໍ່ໜ້ອຍກ່ວາເມື່ອທຽບໃສ່ທົ່ງນາຕ່າງໆຢູ່ເຂດທົ່ງພຽງ.
ມາຮອດໝູ່ກັງຈາຍ, ແຂກທ່ອງທ່ຽງຈະມີໂອກາດຊອກຮູ້ຈຸດວັດທະນະທຳທີ່ເປັນເອກະລັກຂອງຊາວເຜົ່າມົ້ງ.
ຄວາມເປັນໜ້າຮັກຂອງພວກເດັກນ້ອຍຢູ່ເຂດພູສູງ.
ປະຊາຊົນຢູ່ແຫ່ງນີ້ມີຄວາມລຽບງ່າຍ, ປະເອີບໃຈ, ສິ່ງຈະເປັນການສ້າງແຫຼ່ງບັນດານໃຈໃຫ້ແກ່ແຂກທ່ອງທ່ຽວຕື່ມອີກໃນການເດີນທາງໄປຢ້ຽມຢາມຢູ່ບັນດາເຂດດິນໃໝ່.
ຊ່ວງເວລາທີ່ໝູ່ກັງຈາຍງົດງາມທີ່ສຸດແມ່ນໃນກາງເດືອນກັນຍາ - ເດືອນຕຸລາ, ນີ້ກໍ່ແມ່ນຍາມລະດູເຂົ້າສຸກເຫຼືອງອາຮາມທີ່ປົກຄຸມໄປທົ່ວທຸກແຫ່ງ.

TAG
VOV/VOVworld/ໝູ່​ກັງ​ຈາຍ/CNTraveller

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ