(VOVWORLD) -ກ່ອນນີ້ 20 ກວ່າປີ, ເມື່ອໄທ ເລີ່ມຕົ້ນລົງທຶນຢູ່ຫວຽດນາມ ມີພຽງບັນດາວິສາຫະກິດໃຫຍ່ຄື: ກຸ່ມບໍລິສັດ SCG ດຳເນີນທຸລະກິດກ່ຽວກັບວັດສະດຸກໍ່ສ້າງ, ຫລື ບໍລິສັດ CP ດຳເນີນທຸລະກິດກ່ຽວກັບຂົງເຂດລ້ຽງສັດ ມາເຄື່ອນໄຫວຢູ່ຫວຽດນາມ. ນັບມື້ນັບມີວິສາຫະກິດໄທ ຫລາຍແຫ່ງເຂົ້າມາ ລົງທຶນດຳເນີນທຸລະກິດຢູ່ຫວຽດນາມ. ຕາມການສະຖິຕິຈາກກົມສົ່ງເສີມການຄ້າສາກົນ, ສັງກັດກະຊວງການຄ້າ ໄທ ແລ້ວ, ໄລ່ຮອດເດືອນ ມັງກອນ ປີ 2017, ມີ ບໍລິສັດໄທ 110 ແຫ່ງ ດຳເນີນທຸລະກິດໃນບັນດາຂົງເຂດຜະລິດອຸດສາຫະກຳ, ກະສິກຳ, ປຸງແຕ່ງອາຫານ ແລະ ບໍລິການ ພວມເຄື່ອນໄຫວຢູ່ຫວຽດນາມ.