logo

ຈີນ ຢາກ​ຊຸກ​ຍູ້​ການ​ຮ່ວມ​ມື ແມ່​ນ້ຳ​ຂອງ - ແມ່​ນ້ຳ​ລ້ານ​ຊ້າງ​ລຸ້ນ 2.0

2026/3/24 | 11:50:41
(VOVWORLD) -  ໃນສະພາບການໂລກພວມຢູ່ໃນໄລຍະມີການຜັນແປຫຼາຍຢ່າງນັ້ນ, ທ່ານ ຫວາງອີ ຖືວ່າ: “ຕ້ອງເພີ່ມທະວີການເຊື່ອມຕໍ່ຍຸດທະສາດ, ພ້ອມກັນສ້າງການຮ່ວມມືແມ່ນ້ຳລ້ານຊ້າງ - ແມ່ນ້ຳຂອງ 2.0, ສ້າງ “ຕົວແບບລ້ານຊ້າງ - ແມ່ນ້ຳຂອງ” ໃຫ້ແກ່ການບໍລິຫານທົ່ວໂລກ”.
ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ (ພາບ: ກະຊວງການຕ່າງປະເທດ ຈີນ)

ເມື່ອກ່າວຄຳເຫັນໃນພິທີສະເຫຼີມສະຫຼອງ ການຈັດກອງປະຊຸມສຸດຍອດການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ຄັ້ງທີ 1 ຢູ່ ປັກກິ່ງ ຄົບຮອບ 10 ປີ (2016 – 2026), ວັນທີ 23 ມີນາ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ໃຫ້ຮູ້ວ່າ 10 ປີຜ່ານມາ, ວົງເງິນການຄ້າລະຫວ່າງ ຈີນ ແລະ 5 ປະເທດແມ່ນ້ຳຂອງໄດ້ລື່ນກາຍ 500 ຕື້ USD, ເພີ່ມຂຶ້ນ 150% ເມື່ອທຽບໃສ່ 10 ປີກ່ອນ. ໃນສະພາບການໂລກພວມຢູ່ໃນໄລຍະມີການຜັນແປຫຼາຍຢ່າງນັ້ນ, ທ່ານ ຫວາງອີ ຖືວ່າ: “ຕ້ອງເພີ່ມທະວີການເຊື່ອມຕໍ່ຍຸດທະສາດ, ພ້ອມກັນສ້າງການຮ່ວມມືແມ່ນ້ຳລ້ານຊ້າງ - ແມ່ນ້ຳຂອງ 2.0, ສ້າງ “ຕົວແບບລ້ານຊ້າງ - ແມ່ນ້ຳຂອງ” ໃຫ້ແກ່ການບໍລິຫານທົ່ວໂລກ”.

        ທ່ານກໍໄດ້ຍົກອອກ 5 ຂໍ້ສະເໜີແນໃສ່ຊຸກຍູ້ການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ. ໃນນັ້ນ, ຕ້ອງສ້າງແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງສາມັກຄີ ແລະ ຮ່ວມມື, ຊຸກຍູ້ບັນດາຄຸນຄ່າ ອາຊີ ກ່ຽວກັບສັນຕິພາບ, ການຮ່ວມມື, ເປີດອົກເປີດໃຈ ແລະ ກວມລວມ; ສ້າງແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງເປີດອົກເປີດໃຈ ແລະ ພ້ອມກັນໄຊຊະນະ, ຊຸກຍູ້ການເຊື່ອມຕໍ່ພື້ນຖານໂຄງລ່າງຢ່າງຮອບດ້ານ, ຄົ້ນຫາການຮ່ວມມື “ນານາຊາດ, ນານາເຂດອຸດສາຫະກຳ”; ສ້າງແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງສີຂຽວ ແລະ ປ່ຽນແປງໃໝ່, ຊຸກຍູ້ການຮ່ວມມືເສດຖະກິດດີຈີຕອນ, ປັນຍາປະດິດ, ປ່ຽນແປງໃໝ່ເຕັກໂນໂລຢີ ແລະ ບໍລິຫານລະບົບນິເວດ, ສົ່ງເສີມການລົງທຶນເຂົ້າພະລັງງານໃໝ່ ແລະ ກໍ່ສ້າງລະບົບມູນຄ່າສີຂຽວພາກພື້ນ.

TAG
VOV/VOVworld/ການ​ຮ່ວມ​ມື ແມ່​ນ້ຳ​ຂອງ - ແມ່​ນ້ຳ​ລ້ານ​ຊ້າງ​ລຸ້ນ 2.0

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ