(VOVWORLD) - ວັນທີ 08 ສິງຫາ, ພິທີຊັກທຸງ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄົບຮອບ 56 ປີ (08/08/1967 – 08/08/2023) ຖືກຈັດຂຶ້ນຢູ່ຫຼາຍປະເທດ. ຢູ່ສະຫະພັນ ລັດເຊຍ, ພິທີດັ່ງກ່າວ ໄດ້ຈັດຂຶ້ນຢູ່ ເຂດອະເນກປະສົງ ຮ່າໂນ້ຍ - ມົດສະກູ (INCENTRA), ຢູ່ນະຄອນຫຼວງ ມົດສະກູ, ພາຍໃຕ້ການເປັນປະທານຂອງສະຖານທູດ ອິນໂດເນເຊຍ, ເຊິ່ງເປັນປະເທດປະທານໝູນວຽນ ອາຊຽນ. ໃນເຫດການດັ່ງກ່າວ, ຜູ້ຕາງໜ້າ 10 ປະເທດສະມາຊິກ ອາຊຽນ ກໍໄດ້ແນະນຳອາຫານພື້ນເມືອງ, ກໍຄືບັນດາວັດຖຸພັນວັດທະນະທຳທີ່ເປັນເອກະລັກຂອງຊາດຕົນ.