logo


13/10/2019
“ຫວຽດນາມ ​ໃນ​ສາຍຕາ​ຂອງ​ຄົນ​ຕາບອດ​ຄື​ຂ້າພະເຈົ້າ” ບົດ​ຂຽນຂອງ​ອ​້າຍບ່າວ​ໄທ​ພິການ​ຕາ​
(VOVWORLD) -ບົດຂຽນ  “ຫວຽດນາມ ໃນສາຍຕາຂອງຄົນຕາບອດຄືຂ້າພະເຈົ້າ” ຂອງ ທ້າວ ອະພິຊິດ ໄດ້ເອົາຊະນະບົດຂຽນ 17 ບົດຂອງນັກສຶກສາຕ່າງປະເທດ ໂດຍຍາດໄດ້ລາງວັນທີ 1  ແລະ ລາງວັນຂວັນໃຈມະຫາຊົນທີ່ສຸດໃນການປະກວດ ປາຍປາກກາ VSL  ຄັ້ງທີ 3 ໂດຍ ສະມາຄົມທູດວັດທະນະທໍາ, ພາກວິຊາ ຫວຽດນາມວິທະຍາ ແລະ ພາສາຫວຽດ - ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ວັດທະນະທໍາມະນຸດຫວຽດນາມ ຈັດຕັ້ງຂຶ້ນເມື່ອທ້າຍເດືອນພຶດສະພາຜ່ານມາ. ບົດຂຽນດັ່ງກ່າວ ມີຈຸດໃດພິເສດ ທີ່ພິຊິດໃຈຄະນະກໍາມະການ ແລະ ຜູ້ຟັງໄດ້? ເມື່ອຫາຄໍາຕອບໃຫ້ແກ່ຄໍາຖາມດັ່ງກ່າວ ຕໍ່ໄປນີ້ ເຊີນທ່ານຕິດຕາມບົດຂຽນຂອງນັກຂ່າວ ມິງງອກ.


06/10/2019
ອິນໂດເນ​ເຊຍ ສົ່ງ​ເສີມ​ການ​ໂຄ​ສະ​ນາ​ສະ​ຖານ​ທີ່​ທ່ອງ​ທ່ຽວແຫ່ງ​ໃໝ່ 10 ແຫ່ງ
(VOVWORLD) -ສະຖານທີ່ທ່ອງທ່ຽວແຫ່ງໃໝ່ 10 ແຫ່ງ ຫຼື ຍັງເອີ້ນວ່າ “10 New Bali” ແມ່ນລາຍການໂດຍລັດຖະບານ ອິນໂດເນເຊຍ ຈັດຕັ້ງຂຶ້ນ ເພື່ອແນໃສ່ຊຸກຍູ້ບັນດາ tour ທ່ອງທ່ຽວໄປເຖິງບັນດາສະຖານທີ່ທ່ອງທ່ຽວທີ່ມີທ່າແຮງບົ່ມຊ້ອນຂອງອິນໂດເນເຊຍ. ໂດຍນອນໃນລະບົບການເຄື່ອນໄຫວເພື່ອແນໃສ່ໂຄສະນາບັນດາສະຖານທີ່ທ່ອງທ່ຽວໃໝ່ນີ້, ຕົ້ນເດືອນ ກັນຍາ ຜ່ານມາ, ສະຖານທູດ ອິນໂດເນເຊຍ ປະຈຳ ຮ່າໂນ້ຍ ໄດ້ສົມທົບກັບກະຊວງທ່ອງທ່ຽວ ອິນໂດເນເຊຍ ຈັດຕັ້ງເຫດການທີ່ມີຫົວຂໍ້ວ່າ “ພາລະກຳດ້ານການຄ້າ - ໂຄສະນາສະຖານທີ່ທ່ອງທ່ຽວໃໝ່ 10 ແຫ່ງຂອງ ອິນໂດເນເຊຍຢູ່ຮ່າໂນ້ຍ”. ນີ້ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດທ່ອງທ່ຽວອິນໂດເນເຊຍ ໄດ້ແນະນຳ, ຈ່າວຂາຍບັນດາການ tour ທ່ອງທ່ຽວ ແລະ ຊອກຮູ້ຄູ່ຮ່ວມມືມາຈາກຫວຽດນາມ. ຕໍ່ໄປນີ້ ເຊີນທ່ານຮັບຟັງບົດສາລະຄະດີຂອງນັກຂ່າວ ງວຽນຮ່າ.

VIDEO
radio
Emisiones de la semana
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ