(VOVWORLD) - ກອງປະຊຸມລັດຖະມົນຕີກະຊວງແຮງງານຂອງບັນດາປະເທດ ກໍາປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ (CLMTV) ຄັ້ງທີ 3 ຖືກໄຂຂຶ້ນຢ່າງເປັນທາງການໃນວັນທີ 17 ກັນຍາ, ຢູ່ນະຄອນ Siem Reap, ປະເທດ ກໍາປູເຈຍ. ຄະນະຜູ້ແທນຫວຽດນາມ ໂດຍທ່ານນາງຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຫງວຽນທິຮ່າ ໄດ້ນໍາໜ້າຄະນະເຂົ້າຮ່ວມກອງປະຊຸມ.