(VOVWORLD) - ໃນຂອບເຂດບົດບັນທຶກຂໍ້ຕົກລົງການຮ່ວມມືລະຫວ່າງກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ, ແຕ່ປີ 2012 ມາຮອດປັດຈຸບັນ, ກົມສື່ມວນຊົນ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຈັດຕັ້ງຊຸດຝຶກອົບຮົມວິຊາການສື່ມວນຊົນໃຫ້ແກ່ບັນດານັກຂ່າວລາວໄດ້ 22 ຊຸດ, ແນໃສ່ໜູນຊ່ວຍ, ຍົກສູງວິຊາການໃນການອອກຂ່າວ ແລະ ບົດໂຄສະນາກ່ຽວກັບປະເທດຊາດ ແລະ ຊາວ ຫວຽດນາມ ຜ່ານພາຫະນະສື່ມວນຊົນຂອງ ລາວ.