(VOVWORLD) - ຟ້ອນຕຸກກະຕານ້ຳ ແມ່ນສິລະປະວັດທະນະທຳທີ່ເປັນມູນເຊື້ອປະເພດໜຶ່ງ ທີ່ເຂັ້ມຂຸ້ນໄປດ້ວຍຂີດໝາຍຂອງພື້ນຖານອະລິຍາທຳກະສິກຳເຂົ້ານາທາມ, ຕິດພັນກັບພື້ນຖານວັດທະນະທຳ ດ້າຍວຽດ. ບໍ່ພຽງແຕ່ແມ່ນການຟ້ອນຕຸກກະຕາ ເທິງໜ້ານ້ຳເທົ່ານັ້ນ, ຮູບແບບນີ້ຍັງໄດ້ປະສົມປະສານລະຫວ່າງການຮ້ອງເພງ, ຟ້ອນ, ດົນຕີ, ເລື່ອງລາວຕ່າງໆ, ການສະແດງ, ຄວາມຕະຫຼົກ… ທຸກສິ່ງທຸກຢ່າງໄດ້ສ້າງເປັນລາຍການຟ້ອນຕຸກກະຕາທີ່ພົ້ນເດັ່ນ, ມີຊີວິດຊີວາ, ແທດຈິງ ແລະ ເຕັມໄປດ້ວຍນ້ຳໃຈ.