ຜູ້ມີສິດເລືອກຕັ້ງຮ່າໂນ້ຍຊອກຮູ້ກ່ຽວກັບຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ XVI (ພາບ: VOV)
|
ທ່ານຜູ້ຟັງທີ່ເຄົາລົບ, ພາຍຫຼັງເຫດການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ປະສົບຜົນສຳເລັດຢ່າງຈົບງາມ, VOV5 ໄດ້ຮັບຄຳອວຍພອນຊົມເຊີຍຈາກທ່ານຜູ້ຟັງເປັນຈຳນວນຫຼາຍ. ຕໍ່ຈາກນີ້ ພວກຂ້າພະເຈົ້າຂໍຄັດສະເໜີຄຳອວຍພອນຂອງທ່ານຜູ້ຟັງທີ່ສົ່ງມາຍັງ VOV5.
ທ່ານ ບົວສີ, ຢູ່ຫຼວງນ້ຳທາ ໄດ້ສົ່ງຈົດໝາຍມາຍັງລາຍການພາກພາສາລາວ ໂດຍໃຫ້ຮູ້ວ່າ: ຮຽນເຖິງບັນດາບັນນາທິການລາຍການພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ ທີ່ຮັກແພງ. ຂໍຂອບໃຈພວກເພື່ອນທີ່ໄດ້ສົ່ງບັນດາຂໍ້ມູນທີ່ເປັນປະໂຫຍດໃຫ້ແກ່ຂ້າພະເຈົ້າ. ຂ້າພະເຈົ້າຕີລາຄາສູງບັນດາຄວາມສຸດຈິດສຸດໃຈ ແລະ ມານະພະຍາຍາມເຊິ່ງພວກເພື່ອນໄດ້ສະໜອງຂໍ້ມູນໃຫ້ແກ່ທ່ານຜູ້ຟັງໃນແຕ່ລະວັນ. ຜ່ານບັນດາຂ່າວບົດທີ່ໄດ້ເອົາລົງໃນເວັບໄຊ, ຂ້າພະເຈົ້າໄດ້ຮູ້ວ່າ ການເລືອກຕັ້ງສະພາແຫ່ງຊາດ ແລະ ສະພາປະຊາຊົນ ຫວຽດນາມ ທີ່ຈັດຂຶ້ນໃນວັນທີ 15 ມີນາ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ຈຳນວນປະຊາຊົນໄປເລືອກຕັ້ງບັນລຸອັດຕາສູງໂດຍສະແດງໃຫ້ເຫັນເຖິງຄວາມສົນໃຈ, ຄວາມໄວ້ວາງໃຈ, ເປັນພາວະວິໄສ, ມີປະຊາທິປະໄຕຂອງຜູ້ມີສິດເລືອກຕັ້ງຕໍ່ເຫດການການເມືອງສຳຄັນຂອງປະເທດຊາດ. ຂໍອວຍພອນໃຫ້ພວກເພື່ອນ, ອວຍພອນໃຫ້ຫວຽດນາມ ນັບມື້ນັບພັດທະນາ, ອວຍພອນໃຫ້ການພົວພັນສອງປະເທດ ຫວຽດນາມ - ລາວ ຍືນຍົງຄົງຕົວຊົ່ວກາລະນານ.
ທ່ານ ຄຳແພງ ຢູ່ແຂວງ ວຽງຈັນ ໄດ້ແບ່ງປັນວ່າ: ຂໍຊົມເຊີຍຜົນສຳເລັດຂອງເຫດການເລືອກຕັ້ງສະພາແຫ່ງຊາດ ຫວຽດນາມ ຊຸດທີ XVI ແລະ ການເລືອກຕັ້ງສະພາປະຊາຊົນທຸກຂັ້ນ ອາຍຸການ 2023 – 2031 ຫວຽດນາມ. ຂ້າພະເຈົ້າເຊື່ອໝັ້ນວ່າ ກົງຈັກລັດໃໝ່ທີ່ໄດ້ຮັບການເລືອກຕັ້ງ ຈະສືບຕໍ່ນຳມາເຊິ່ງຫຼາຍໝາກຜົນທີ່ຕັ້ງໜ້າ, ປະຕິບັດເປົ້າໝາຍຮອດປີ 2030 ກາຍເປັນປະເທດພວມພັດທະນາມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ ແລະ ຮອດປີ 2045 ຫວຽດນາມ ສູ້ຊົນກາຍເປັນປະເທດພັດທະນາ, ມີລາຍຮັບສູງ.
ເພື່ອນ ແສງອາລຸນ ທີ່ຮັກແພງ! ນິຄົມປູກກາເຟແຫ່ງທຳອິດຢູ່ ຫວຽດນາມ ໂດຍຊາວຝະລັ່ງ ໄດ້ສ້າງຂຶ້ນເມື່ອປີ 1888. ແນວພັນປູກກາເຟ arabica ໄດ້ປູກຢູ່ເຂດແຄມແມ່ນ້ຳ. ຫຼັງຈາກນັ້ນ, ການປູກຝັງກາເຟ ໄດ້ແຜ່ລາມອອກສູ່ເຂດ: ຝູລີ, ນິງບິ່ງ, ແທັງຮວາ, ເງະອານ… ປີ 1937 – 1938 ຍອດເນື້ອທີ່ປູກກາເຟໃນດິນແດນ ຫວຽດນາມແມ່ນ 13.000 ເຮັກຕາ, ໃນນັ້ນແມ່ນແນວພັນກາເຟ arabica, robusta, lyberica. ປັດຈຸບັນ, ຫວຽດນາມ ຮັກສາທີ່ຕັ້ງແມ່ນປະເທດໄດ້ຜະລິດ ແລະ ສົ່ງອອກກາເຟ robusta ໃຫຍ່ທີ່ສຸດໃນໂລກ, ກວມເອົາກວ່າ 40% ປະລິມານ robusta ທົ່ວໂລກ. ດ້ວຍປະລິມານ 1,5 – 1,7 ລ້ານໂຕນ/ປີ, ຫວຽດນາມ ໄດ້ປະກອບສ່ວນ 17% ເຂົ້າໃນຍອດຜະລິດຕະພັນກາເຟທົ່ວໂລກ, ຍືນຢູ່ອັນດັບທີ 2 ຂອງໂລກຖັດຈາກ ບຣາຊິນ. ຫວັງວ່າບັນດາຂໍ້ມູນດັ່ງກ່າວຈະຊ່ວຍໃຫ້ບັນດາຜູ້ຟັງເຂົ້າໃຈກ່ຽວກັບກາເຟ ຫວຽດນາມ ຫຼາຍຂຶ້ນ ແລະ ມີຄວາມເຊື່ອໝັ້ນຊົມໃຊ້ກາເຟຂອງ ຫວຽດນາມ.
ຜະລິດຕະພັນຂອງໝູ່ບ້ານອາຊີບ ເຄື່ອງປັ້ນດິນເຜົາບາດຈາງ (ພາບ: VOV) |
ທ່ານ ບຸນທະວີ ຢູ່ແຂວງ ບໍ່ແກ້ວ ໄດ້ສົ່ງອີເມວມາຍັງລາຍການດ້ວຍເນື້ອໃນຢາກຊອກຮູ້ກ່ຽວກັບບັນດາໝູ່ບ້ານຫັດຖະກຳຢູ່ເຂດພາກເໜືອ ຫວຽດນາມ.
ເພື່ອນ ບຸນທະວີ ທີ່ຮັກແພງ! ບັນດາອາຊີບຫັດຖະກຳຢູ່ ຫວຽດນາມ ໄດ້ເລີ່ມມາຈາກວັດທະນະທຳເຂົ້ານາທາມແຕ່ດຶກດຳບັນເມື່ອຊາວຫວຽດ ມີຄວາມລຶ້ງເຄີຍປະດິດສ້າງບັນດາເຄື່ອງມືທີ່ຈຳເປັນເອງເພື່ອຮັບໃຊ້ຊີວິດປະຈຳວັນ, ການເຮັດໄຮ່ໄຖນາ ແລະ ພັກຜ່ອນຢ່ອນອາລົມໃຫ້ແກ່ຄອບຄົວ ແລະ ຕົນເອງ. ບັນດາການປະດິດສ້າງແບບລຽບງ່າຍນີ້ໄດ້ຮັບການຮັກສາແຕ່ລຸ້ນຄົນນີ້ສູ່ລຸ້ນຄົນອື່ນ ແລະ ໄດ້ຮັບການເປີດກວ້າງເປັນເທື່ອລະກ້າວ ເຊິ່ງໄດ້ສ້າງມາກາຍເປັນບັນດາໝູ່ບ້ານຫັດຖະກຳໃນປັດຈຸບັນຢູ່ ຫວຽດນາມ. ຕາມການສະຖິຕິຂອງສະມາຄົມໝູ່ບ້ານຫັດຖະກຳຫວຽດນາມ ແລ້ວ, ປັດຈຸບັນ ທົ່ວປະເທດ ມີໝູ່ບ້ານຫັດຖະກຳ ກ່ວາ 5.400ແຫ່ງ, ໃນນັ້ນຢູ່ເຂດພາກເໜືອມີປະມານ 1.500ແຫ່ງ, ມີຫຼາຍຢູ່ບັນດາທ້ອງຖິ່ນຄື: ຮ່າໂນ້ຍ, ຮຶງອຽນ, ບັກນິງ... ປັດຈຸບັນ, ຜະລິດຕະພັນຍອດຍິ່ງຂອງບັນດາໝູ່ບ້ານອາຊີບບໍ່ພຽງແຕ່ປະກອບສ່ວນສຳຄັນເຂົ້າໃນການອະນຸລັກຮັກສາວັດທະນະທຳເທົ່ານັ້ນ ຫາກຍັງຊ່ວຍພັດທະນາເສດຖະກິດ, ການທ່ອງທ່ຽວແບບຍືນຍົງຂອງທ້ອງຖິ່ນອີກດ້ວຍ, ມື້ນີ້ລາຍການພາກພາສາລາວ ຈະແນະນຳກັບເພື່ອນກ່ຽວກັບໝູ່ບ້ານອາຊີບທີ່ມີຊື່ສຽງ ຈຳນວນໜຶ່ງຢູ່ຮ່າໂນ້ຍ - ເຊິ່ງເປັນໜຶ່ງໃນບັນດາໝູ່ບ້ານອາຊີບໃຫຍ່ທີ່ສຸດຂອງ ຫວຽດນາມ ແລະ ເຂດພາກເໜືອ.
ໝູ່ບ້ານເຄື່ອງປັ້ນດິນເຜົາ ບາດຈາງ - ໜຶ່ງໃນບັນດາໝູ່ບ້ານຫັດຖະກຳທີ່ມີຊື່ສຽງຢູ່ ຮ່າໂນ້ຍ ບໍ່ພຽງແຕ່ແມ່ນສະຖານທີ່ເຮັດບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາທີ່ປະດິດປະດອຍ, ງາມຕາເທົ່ານັ້ນ ຫາກຍັງແມ່ນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຢູ່ ຮ່າໂນ້ຍ, ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼາຍມາທ່ຽວໃນແຕ່ລະປີອີກດ້ວຍ. ເມື່ອແວ່ຢາມໝູ່ບ້ານເຄື່ອງປັ້ນດິນເຜົາ ບາດຈາງ, ເພື່ອນສາມາດຊື້ຜະລິດຕະພັນທີ່ທີ່ເປັນເອກະລັກຂອງໝູ່ບ້ານແຫ່ງນີ້ເພື່ອເປັນຂອງທີ່ລະນຶກ ຫຼືເປັນຂອງຕ້ອນໃຫ້ພີ່ນ້ອງ, ເພື່ອນມິດຄື: ກະດິ່ງລົມ, ໂຖດອກໄມ້, ຖ້ວຍຈານ, ໂຖປູກຕົ້ນໄມ້, ພາບຂວັນຜາ…
ໝູ່ບ້ານກຸບ ຈວງ - ໂດຍຕັ້ງຢູ່ໃກ້ແມ່ນ້ຳ ໄດ໋ ທີ່ສະຫງົບສຸກ. ມາໝູ່ບ້ານກຸບ ຈວງ, ເພື່ອນບໍ່ພຽງແຕ່ໄດ້ຊົມບັນດາຜະລິດຕະພັນຈາກກຸບທີ່ມີຫຼາຍຮູບແບບ, ຫຼາຍສີສັນຄື: ກຸບຈວງ, ກູບ ກວາຍທາວ (ກຸບເຮັດຈາກໃບຕານ ມີສາຍເຮັດດ້ວຍແພ), ກຸບໄມ້ໄຜ່…ເທົ່ານັ້ນ ຫາກຍັງໄດ້ສູບອາກາດທີ່ປອດໂປ່ງບໍລິສຸດຢູ່ເຂດຊານເມືອງ ຮ່າໂນ້ຍ ອີກດ້ວຍ.
ໝູ່ບ້ານ ຝູວິງ - ໝູ່ບ້ານອາຊີບເຄື່ອງຈັກສານຢູ່ ຮ່າໂນ້ຍ ແມ່ນໝູ່ບ້ານອາຊີບຮ່າໂນ້ຍທີ່ມີຊື່ສຽງດ້ວຍອາຊີບຈັກສານທີ່ເປັນມູນເຊື້ອ, ໄດ້ຮັບການກຳເນີດແຕ່ກາງສະຕະວັດທີ 17. ຈາກບັນດາວັດຖຸດິບທີ່ລື້ງເຄີຍຄື: ໄມ້ໄຜ່, ໄມ້ເຮັ້ຍ, ຕົ້ນຫວາຍ… ບັນດານາຍຊ່າງຫັດຖະກຳທີ່ເປັນມືອາຊີບໄດ້ສ້າງເປັນບັນດາຜະລິດຕະພັນເຄື່ອງຈັກສານທີ່ເປັນເອກະລັກສະເພາະ ແລະ ເປັນໜ້າປະທັບໃຈທີ່ສຸດ. ເພື່ອນອາດສາມາດພົບເຫັນບັນດາຜະລິດຕະພັນເຄື່ອງຈັກສານ ຝູວິງ ຢູ່ທົ່ວທຸກບ່ອນໃນຊີວິດປະຈຳວັນຄື: ພາຖາດ, ກະຕ່າ, ໂຕະຕັ່ງ, ຕູ້, ຮູບພາບ…
ໝູ່ບ້ານຜ້າໄໝ ວ້ານຟຸກ - ເມື່ອເວົ້າເຖິງໝູ່ບ້ານອາຊີບຢູ່ ຮ່າໂນ້ຍ ແນ່ນອນວ່າບໍ່ອາດພາດໝູ່ບ້ານຜ້າໄໝ ວ້ານຟຸກ, ໂດຍບໍ່ພຽງແຕ່ໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ບໍລິໂພກພາຍໃນປະເທດເທົ່ານັ້ນ ຜ້າໄໝ ວ້ານຟຸກ ຍັງບືນຕົວອອກໄປສູ່ໂລກອີກດ້ວຍ. ບັນດາຜະລິດຕະພັນຢູ່ໝູ່ບ້ານ ວ້ານຟຸກ ມີຫຼາຍຮູບຫຼາຍແບບ, ແຂກທ່ອງທ່ຽວການສາມາດເລືອກໄດ້ຫຼາຍຢ່າງຄື: ຜ້າໄໝ, ຜ້າໄໝມີ່, ຜ້າໄໝແບບມີລວາດລາຍ, ແບບບາງ, ເປັນຕອນ, ຜ້າໄໝແທ້ຊະນິດດີ… ໝູ່ບ້ານຜ້າໄໝ ວ້ານຟຸກ ໄດ້ຕ່ຳດ້ວຍເສັ້ນມ້ອນທຳມະຊາດ ຊ່ວຍສ້າງເປັນຜະລິດຕະພັນທີ່ເຫຼື້ອມງາມ, ອ່ອນນຸ້ມ, ມີຄວາມປະດິດປະດອຍ. ນີ້ກໍ່ແມ່ນສາຍເຫດເຮັດໃຫ້ຜ້າໄໝ ວ້ານຟຸກ ມີລັກສະນະພິເສດກວ່າບ່ອນອື່ນ.
ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn.
ຂໍຂອບໃຈ!




