(VOVWORLD) - ວັນທີ 27 ກັນຍາ, ຢູ່ແຂວງ ດົ່ງທາບ, ຄະນະຜູ້ແທນແຂວງ ດົ່ງທາບ ແລະ ຄະນະຜູ້ແທນແຂວງ ຈຳປາສັກ (ສປປ ລາວ) ມີການເຈລະຈາເພື່ອແນໃສ່ເປັນເອກະພາບຕໍ່ເນື້ອໃນບົດບັນທຶກຊ່ວຍຈຳ, ກຳນົດທິດການຮ່ວມມື, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ເພື່ອຜົນປະໂຫຍດລວມຂອງ ປະຊາຊົນ 2 ແຂວງ.