logo

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຜັນ​ຂະ​ຫຍາຍ​ເນື້ອ​ໃນ “ຫຸ້ນ​ສ່ວນ​ຍຸດ​ທະ​ສາດ”

2026/3/24 | 07:45:39
(VOVWORLD) - ວັນທີ 23 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ພ້ອມດ້ວຍຄະນະຜູ້ແທນສະຖານທູດ ໄດ້ເຂົ້າມາອວຍພອນ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ລາວ, ເນື່ອງໃນໂອກາດ ທ່ານໄດ້ຮັບການໃຫ້ສັດຕະຍາບັນຈາກສະພາແຫ່ງຊາດລາວ ຊຸດທີ X ໃຫ້ດຳລົງຕຳແໜ່ງເປັນຮອງນາຍົກລັດຖະມົນຕີ ແຫ່ງ ສປປ. ລາວ.
ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ເຂົ້າອວຍພອນ ແລະ ພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ທອງສະຫວັນ ພົມວິຫານ (ພາບ:TTXVN)

 ໃນການພົບປະ, ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ເນັ້ນໜັກວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍສະໜັບສະໜູນພາລະກິດປ່ຽນແປງໃໝ່ຢ່າງຮອບດ້ານຂອງ ລາວ ຢ່າງແຮງ ແລະ ຄຽງບາຄຽງໄຫຼ່, ຮ່ວມເດີນທາງ, ໃຫ້ການສະໜັບສະໜູນ, ບຸລິມະສິດສູງສຸດໃຫ້ແກ່ ລາວ ໃນພາລະກິດປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ. ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ຢັ້ງຢືນວ່າ ສະຖານທູດ ຫວຽດນາມ ປະຈຳ ລາວ ຈະສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດ, ເສີມຂະຫຍາຍບົດບາດເປັນຂົວຕໍ່, ປະສານສົມທົບກັນຜັນຂະຫຍາຍຂໍ້ຕົກລົງສະບັບຕ່າງໆລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ, ກໍຄື ບັນດາສົນທິສັນຍາ, ຂໍ້ຕົກລົງຮ່ວມມືລະຫວ່າງສອງລັດຖະບານ ແລະ ບັນດາແຜນການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງສອງປະເທດ, ໃນນັ້ນ ມີການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ຢ່າງມີປະສິດທິຜົນ.

ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດລາວ ຢັ້ງຢືນວ່າ ໃນຖານະຕຳແໜ່ງໃໝ່ ທ່ານຈະສືບຕໍ່ຊີ້ນຳກະຊວງການຕ່າງປະເທດ ແລະ ບັນດາອົງການທີ່ກ່ຽວຂ້ອງຜັນຂະຫຍາຍການປະຕິບັດຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ ຢ່າງມີປະສິດທິຜົນ; ທ່ານຫວັງວ່າ ໃນໄລຍະຈະມາເຖິງ, ກະຊວງການຕ່າງປະເທດ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ລາວ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາໂຄງການ, ແຜນການຮ່ວມມືສອງຝ່າຍລະຫວ່າງສອງກະຊວງຢ່າງມີປະສິດທິຜົນ; ຕັ້ງໜ້າແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນປະສົບການ, ສະໜັບສະໜູນເຊິ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສຫຼາຍຝ່າຍໃນລະດັບພາກພື້ນ ແລະ ສາກົນ.

TAG
VOV/VOVworld/ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ/ລັດຖະມົນຕີການຕ່າງປະເທດລາວ/ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ