logo

ໂທລະເລກຊົມເຊີຍໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ

2026/3/21 | 10:49:25
(VOVWORLD) - ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ສະໜັບສະໜູນພາລະກິດປ່ຽນແປງໃໝ່ຂອງ ລາວ ຢ່າງແຮງ ແລະ ຮອບດ້ານ ແລະ ຢືນຢັນວ່າ ຈະສືບຕໍ່ຮຽງບ່າຮຽງໄຫຼ່, ຮ່ວມເດີນທາງ ແລະ ສະຫງວນການສະໜັບສະໜູນສູງທີ່ສຸດໃຫ້ສຳລັບຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ
(ພາບປະກອບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ (22 ມີນາ 1955 – 22 ມີນາ 2026), ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ສົ່ງໂທລະເລກຊົມເຊີຍເຖິງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ. ໃນໂທລະເລກຊົມເຊີຍມີຕອນຂຽນວ່າ: ໃນຕະຫຼອດໄລຍະປະຫວັດສາດ 71 ປີຜ່ານມາ, ພາຍໃຕ້ການຊີ້ນຳອັນສະຫຼາດສ່ອງໄສຂອງພັກປະຊາຊົນປະຕິວັດ ລາວ, ປະເທດ ລາວ ຍາດໄດ້ຜົນງານສຳຄັນຫຼາຍຢ່າງ, ຮອບດ້ານໃນທຸກຂົງເຂດ; ຄວາມສະຖຽນລະພາບດ້ານການເມືອງສືບຕໍ່ໄດ້ຮັກສາໄວ້ຢ່າງໝັ້ນແກ່ນ, ການພັດທະນາເສດຖະກິດ - ສັງຄົມບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການປົວແປງ, ບົດບາດ, ທີ່ຕັ້ງຂອງ ລາວ ໄດ້ຮັບການຍົກສູງຂຶ້ນຢູ່ພາກພື້ນ ແລະ ສາກົນຢ່າງບໍ່ຢຸດຢັ້ງ. ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ສະໜັບສະໜູນພາລະກິດປ່ຽນແປງໃໝ່ຂອງ ລາວ ຢ່າງແຮງ ແລະ ຮອບດ້ານ ແລະ ຢືນຢັນວ່າ ຈະສືບຕໍ່ຮຽງບ່າຮຽງໄຫຼ່, ຮ່ວມເດີນທາງ ແລະ ສະຫງວນການສະໜັບສະໜູນສູງທີ່ສຸດໃຫ້ສຳລັບຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ; ໃຫ້ຄຳໝັ້ນສັນຍາຈະສືບຕໍ່ສົມທົບກັບພັກປະຊາຊົນປະຕິວັດ ລາວ ຜັນຂະຫຍາຍບັນດາຖະແຫຼງການຮ່ວມ, ຂໍ້ຕົກລົງ, ສັນຍາທີ່ 2 ພັກ, 2 ລັດ ໄດ້ລົງນາມໃນບັນດາການຢ້ຽມຢາມຂອງການນຳຂັ້ນສູງ 2 ປະເທດໃນໄລຍະຜ່ານມາໃຫ້ມີປະສິດທິຜົນ.

ເນື່ອງໃນໂອກາດນີ້, ບັນດາການນຳຂັ້ນສູງ ຫວຽດນາມ ກໍ່ໄດ້ສົ່ງຊໍ່ດອກໄມ້, ຈົດໝາຍຊົມເຊີຍເຖິງບັນດາການນຳຂັ້ນສູງຂອງ ລາວ.

TAG
VOV/VOVworld/ຜົນ​ງານ/​ສຳ​ຄັນ​/ຮອບ​ດ້ານ​/​ຂົງ​ເຂດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ