(VOVWORLD) - ບັນດາຜູ້ແທນ, ແຂກຖືກເຊີນ ໄດ້ຮັບຊົມບັນດາລາຍການສະແດງສິລະປະໂດຍນັກສຶກສາລາວ ສະແດງ, ເຂົ້າຮ່ວມພິທີບາສີສູ່ຂວັນ, ມັດແຂນ ແລະ ຮັບປະທານອາຫານທີ່ເປັນເອກະລັກຂອງລາວ ອີກດ້ວຍ. ນອກຈາກນັ້ນແລ້ວ, ແຂກຖືກເຊີນຍັງໄດ້ເຊື່ອມຕົວເຂົ້າກັບສຽງຂັບ, ສຽງລຳ, ການຟ້ອນລຳວົງ ແລະ ຫົດນ້ຳອວຍພອນເຊິ່ງກັນ ແລະ ກັນ, ເຊິ່ງເປັນໜຶ່ງໃນບັນດາຈຸດວັດທະນະທຳທີ່ເປັນເອກະລັກໃນ ບຸນປີໃໝ່ ລາວ.