(VOVWORLD) -ກ່າວຄຳເຫັນທີ່ພິທີສະແດງຄວາມຮູ້ບຸນຄຸນ, ທ່ານ ພົນຈັດຕະວາ ຮ່ວາງກວາງເຮື໊ອງ, ຫົວໜ້າອົງການຕາງໜ້າກະຊວງຕຳຫຼວດ ຫວຽດນາມ ປະຈຳລາວໃຫ້ຮູ້ວ່າ: ວັນທີ 22 ມີນາ 1961, ຕາມຄວາມຮຽກຮ້ອງຕ້ອງການຂອງສອງພັກ, ສອງລັດ, ກຸ່ມນັກຊ່ຽວຊານທຳອິດ ຂອງ ຫວຽດນາມ ໄດ້ສົ່ງໄປຍັງເມືອງວຽງໄຊ, ແຂວງຫົວພັນ ເພື່ອໜູນຊ່ວຍຄະນະຕຳຫຼວດສູນກາງ, ແມ່ນ ກະຊວງປ້ອງກັນຄວາມສະຫງົບລາວ ປະຈຸບັນ.