(VOVWORLD) - ສັບປະດາວັດທະນະທຳທ່ອງທ່ຽວ 6 ແຂວງເຂດຫວຽດບັກ ຊຶ່ງແມ່ນເຂດທາງທິດຕາເວັນອອກສ່ຽງເໜືອຂອງພາກເໜືອແລະນະຄອນຫຼວງຮ່າໂນ້ຍປີ 2022 ຫາກໍ່ຖືກຈັດຂຶ້ນຢູ່ບໍລິເວນໜອງ ຮວ່ານກ໊ຽມໃຈກາງນະຄອນຫຼວງຮ່າໂນ້ຍ. ເຫດການນີ້ ໄດ້ສ້າງໂອກາດເພື່ອໃຫ້ 6 ແຂວງເຂດຫວຽດບັກ ລວມມີຮ່າຢາງ, ຕວຽນກວາງ, ຖາຍງວຽນ, ບັກກ້ານ, ກາວບັ່ງ, ລ້າງເຊີນແລະນະຄອນຫຼວງຮ່າໂນ້ຍເຊື່ອມຕໍ່ກັນເພື່ອພັດທະນາການທ່ອງທ່ຽວພ້ອມທັງໂຄສະນາສີສັນວັດທະນະທຳທີ່ເປັນເອກະລັກຂອງແຕ່ລະທ້ອງຖິ່ນເຖິງແຂກທ່ອງທ່ຽວທັງຢູ່ພາຍໃນແລະສາກົນ.