logo

ເລົ່າເລື່ອງກ່ຽວກັບວັດທະນະທຳ ຫວຽດນາມ ດ້ວຍເກມຫຼິ້ນທາງອອນລາຍ.

2026/3/23 | 08:32:00
(VOVWORLD) -ໃນຂົງເຂດອຸດສາຫະກຳປະດິດຄິດສ້າງ, ມີຊາວ ຫວຽດນາມ ຫຼາຍຄົນພວມເລືອກເອົາວິທີໃຊ້ພາສາເກມຫຼິ້ນ ເພື່ອເລົ່າເລື່ອງວັດທະນະທຳ. ຈາກບັນດາເກມຫຼິ້ນພື້ນເມືອງ ຕະຫຼອດຮອດບັນດາໂຄງການເກມທາງອອນລາຍ ທີ່ສ້າງແຫຼ່ງບັນດານໃຈຈາກປະຫວັດສາດວັດທະນະນະທຳອາຫານການກິນ, ຂະແໜງເກມຫຼິ້ນ ຫວຽດນາມ ພວມສະແດງໃຫ້ເຫັນບາດກ້າວຜັນປ່ຽນແຜ່ຂະຫຍາຍຄຸນຄ່າທີ່ເປັນມູນເຊື້ອຕະຫຼອດຮອດໄວໝຸ່ມ ແລະ ວົງຄະນາຍາດສາກົນ.
ເກມຫຼິ້ນ "ຮ້ານເຝີຂອງອ້າຍ ຮາຍ"

     ຮ້ານເຝີຂອງອ້າຍ ຮາຍ ແມ່ນຊື່ຂອງເກມຫຼິ້ນທີ່ມີເລື່ອງລາວເປັນໜ້າປະຫຼາດໃຈ, ລັກສະນະບັນເທີງສູງ ແລະ ປະສານປະສົມຫຼາຍປັດໄຈໃນຊີວິດປະຈຳວັນທີ່ໃກ້ຊິດສະໜິດສະໜົມຢູ່ ຫວຽດນາມ. ເມື່ອເປີດໂຕ, ເກມຫຼິ້ນໄດ້ດຶງດູດຄວາມສົນໃຈຢ່າງໃຫຍ່ຫຼວງ ຈາກວົງຄະນາຍາດເຄືອຂ່າຍອິນເຕີເນັດ. ໃນເກມຫຼິ້ນຜູ້ຫຼິ້ນເກມຈະສວມບົດອ້າຍ ຮາຍ ເຊິ່ງແມ່ນຜູ້ມີຄວາມຕັດສິນໃຈເລີ່ມຕົ້ນທຸລະກິດດ້ວຍການເປີດຮ້ານຂາຍເຝີ ໂດຍສືບທອດໃນວົງຕະກຸນຢູ່ໝູ່ບ້ານແຫ່ງໜຶ່ງທີ່ສະຫງົບສຸກທີ່ ດ່ານເຟື້ອງ ຮ່າໂນ້ຍ. ລົດຊາດຂອງເຝີ ຫວຽດນາມ ໄດ້ຖືກວາດພາບຢ່າງມີຊີວິດຊີວາໃນລະບົບດີຈີຕອນ. ເກມຫຼິ້ນ ບໍ່ພຽງແຕ່ແມ່ນຄາວມທົດສອບໃນການແຕ່ງອາຫານເທົ່ານັ້ນ ຫາກຍັງແມ່ນເສັ້ນທາງຄົ້ນຫາວັດທະນະທຳທີ່ດູດດື່ມອີກດ້ວຍ.

ໃນຂະນະນັ້ນບັນດາບຸກຄົນແຫ່ງເທບນິຍາຍຢູ່ ຫວຽດນາມ ໃນປຶ້ມອ່ານແຫ່ງເທບນະຍາເຈົ້າຖິ່ນເຈົ້າຖານ ພັດໄດ້ຖືກຝັກໄຝ່ວາດພາບຢ່າງມີຊີວິດຊີວາໃນເກມຫຼິ້ນທາງອອນລາຍ. ອ້າຍ ຫງວຽນຖາຍຢຸຍ ຜູ້ແຕ່ງນະວະນິຍາຍ “ເທບນິຍາຍເຈົ້າຖິ່ນເຈົ້າຖານ” ໃຫ້ຮູ້ວ່າ:

 “ທຳອິດກ່ຽວກັບຮູບພາບ, ເຂົາເຈົ້າພະຍາຍາມເຮັດແນວໃດ ເພື່ອໃຫ້ຜູ້ຄົນທັງຫຼາຍເຫັນໄດ້ເຖິງຈຸດວັດທະນະທຳຂອງ ຫວຽດນາມ ຍົກຕົວຢ່າງຄື ເຂົາເຈົ້າຢາກເຮັດກ່ຽວກັບ ເອົາຫຼາກ ຫຼື ພະບິດາ ລັອງກວັນ ແລະ ພະແມ່ເອົາເກີ ກໍ່ເຮັດແນວໃດເພື່ອເຂົາເຈົ້າຮູ້ໂລດວ່າແມ່ນຊາວ ຫວຽດນາມ. ແຕ່ບໍ່ແມ່ນເລື່ອງງ່າຍທີ່ນຳບັນດາຮູບພາບເທົ່ານັ້ນ ຫາກຍັງຖືກວາງສະແດງໃນຫໍພິພິທະພັນ ເຊິ່ງເຂົາເຈົ້າກໍ່ຕ້ອງມີການປະດິດຄິດສ້າງຂອງເຂົາເຈົ້າເອງຕື່ມອີກ”.

ໃນເກມຫຼິ້ນ ການເລືອກເຟັ້ນເອົາວັດຖຸ ແລະ ບົດລະຄອນກໍ່ຕ້ອງມີການຄິດໄລ່ຢ່າງລະອຽດຂອງຜູ້ຜະລິດ. ນາງ ຫວູທຸ໋ຍຈາງ ຜູ້ອຳນວຍການບໍລະສັດຮຸ້ນສ່ວນກາໂມຕາ ໃຫ້ຮູ້ວ່າ:

 “ຫວຽດນາມ ພວກເຮົາກໍ່ມີບັນດາຊຸດເລື່ອງລາວເລົ່າຂານປາກຕໍ່ປາກ ແຕ່ພຽງແຕ່ແຜ່ກະຈາຍໃນຊຸມຊົນຢູ່ ຫວຽດນາມເທົ່ານັ້ນ. ຍັງບໍ່ທັນມີເພື່ອນມິດສາກົນຮູ້ຈັກເລື່ອງລາວເຊັ່ນນັ້ນ. ແລະ ນີ້ກໍ່ແມ່ນສິ່ງທີ່ທ້າທາຍສຳລັບວິສາຫະກິດຜະລິດເກມຫຼິ້ນ”.

 ພ້ອມກັບຮູບເງົາ, ແຟຊັນ, ສະຖາປັດຕະຍະກຳ, ສິລະປະການສະແດງ… ເກມຫຼິ້ນຍັງໄດ້ຮັບການຮັບຮູ້ປຽບເໝືອນໜຶ່ງໃນບັນດາຂະແໜງອຸດສາຫະກຳວັດທະນະທຳ ທີ່ເຕັມໄປດ້ວຍຄວາມສາມາດປົ່ມຊ້ອນທາງດ້ານເສດຖະກິດ ແລະ ກຳລັງແຜ່ກະຈາຍຢ່າງແຂງແຮງ. ການຂຸດຄົ້ນປະດິດຄິດສ້າງ ແລະ ນຳໃຊ້ຄຸນຄ່າວັດທະນະທຳພື້ນເມືອງເຂົ້າເກມຫຼິ້ນ ບໍ່ພຽງແຕ່ສ້າງຜະລິດຕະພັນບັນເທີງເທົ່ານັ້ນ ຫາກຍັງຊ່ວຍຮັກສາໂຄສະນາສີສັນຂອງຊາດຕາມວິທີໃກ້ຊິດ ດູດດື່ມກວ່າເກົ່າ. ນາງ ຫງວຽນທິທູເຮືອງ ຮອງຜູ້ອຳນວຍການກອງທຶນໜູນຊ່ວຍການອະນຸລັກມໍລະດົກວັດທະນະທຳ ຫວຽດນາມ ໃຫ້ຮູ້ວ່າ:

 “ການປະສົມປະສານບັນດາເລື່ອງລາວປະຫວັດສາດທັງຫມົດເຂົ້າໃນເກມຫຼິ້ນຈະມີຄຸນປະໂຫຍດຫຼາຍຢ່າງ. ທີໜຶ່ງ ຈະແກ່ດຶງກຳລັງເພື່ອນໜຸ່ມມີຄວາມສົນໃຈກັບຄືນສູ່ວັດທະນະທຳປະຫວັດສາດຜ່ານວິທີທີ່ເຂົາເຈົ້ານິຍົມຊົມຊອບ ນັ້ນແມ່ນຫຼິ້ນເກມ. ຄຸນປະໂຫຍດທີສອງ ກໍ່ແມ່ນພວກເຮົາຈະຍູ້ໄວລະດັບພັດທະນາຂອງອຸດສາຫະກຳວັດທະນະທຳ ຜ່ານການແຜ່ກະຈາຍ ເພື່ອດຶງດູດບັນດາຜູ້ມີຄວາມສົນໃຈ ແລະ ຜູ້ນຳໃຊ້ຫຼາຍກວ່າເກົ່າ”.

ການທີ່ນຳວັດທະນະທຳທ້ອງຖິ່ນເຂົ້າໃນເກມຫຼິ້ນທາງອອນລາຍ ບໍ່ພຽງແຕ່ແມ່ນວິທີສ້າງຄວາມໃໝ່ອ່ຽມໃຫ້ແກ່ຜະລິດຕະພັນເທົ່ານັ້ນ ຫາກຍັງແມ່ນເສັ້ນທາງຫັນມໍລະດົກເປັນດີຈີຕອນ ຊ່ວຍໄວໜຸ່ມເຊື່ອມຕໍ່ກັບກົກເຄົ້າເຫງົ້າກໍ ຖືກຕາມພາສາຂອງຍຸກສະໄໝ. ເມື່ອເລື່ອງລາວ ຫວຽດນາມ ຖືກເລົ່າດ້ວຍເຕັກໂນໂລຊີ ຫວຽດນາມ, ຂະແໜງເກມຫຼິ້ນບໍ່ພຽງແຕ່ສ້າງລາຍຮັບເທົ່ານັ້ນ ຫາກຍັງປະກອບສ່ວນສ້າງສີສັນຊາດອອກສູ່ໂລກພາຍນອກຕາມວິທີອ່ອນໂຍນມີຊີວິດຊີວາ ແລະ ເຕັມໄປດ້ວຍພະລັງຊີວິດ.

TAG
VOV/VOVworld/ເກມຫຼິ້ນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ