logo

ຮັກສາວິນຍານປຶ້ມຄຳພີໃບລານບົນພື້ນຖານ ປລາດຟອມ 4.0.

2026/3/16 | 11:00:00
(VOVWORLD) -ໂຄງການຫັນປຶ້ມຄຳພີໃບລານເປັນດີຈີຕອນ ໄດ້ຖືກຜັນຂະຫຍາຍນັບແຕ່ປີ 2025 ດ້ວຍການອຸປະຖຳຂອງກອງທຶນໜູນຊ່ວຍ ການາດາ ທີ່ສະຫງວນໃຫ້ແກ່ບັນດາຂໍ້ລິເລີ່ມທ້ອງຖິ່ນ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ໂຄງການໄດ້ເປີດໄລຍະທາງໃໝ ຟື້ນຟູປຶ້ມຄຳພີໃບລານ ໃນການດຳລົງຊີວິດຍຸກທັນສະໄໝ.
ໂຄງການຫັນປຶ້ມໃບລານເປັນດີຈີຕອນ ໄດ້ຖືກຜັນຂະຫຍາຍນັບແຕ່ປີ 2025 ດ້ວຍການອຸປະຖຳຂອງກອງທຶນໜູນຊ່ວຍ ການາດາ

     ໂດຍໄດ້ປາກົດຢູ່ພາກໃຕ້ໃນກາງສະຕະວັດທີ XIX, ຄຳພີໃບລານ ແມ່ນຊັບສົມບັດອັນລ້ຳຄ່າ ຊ້ອນແຝງຄຸນຄ່າທາງດ້ານວັດທະນະທຳເຕັກນິກຄວາມປານີດສິລະປະ ແລະ ມີຄວາມໝາຍສຳຄັນໃນຊີວິດທາງດ້ານຈິດວິນຍານການເຫຼື້ອມໃສສາສະໜາຂອງເຜົ່າ ຂະແມ. ປັດຈຸບັນປຶ້ມຄຳພີໃບລານພວມປະເຊີນໜ້າກັບຄວາມສ່ຽງ ຖືກສູນຫາຍຍ້ອນຜົນກະທົບຈາກສິ່ງແວດລ້ອມ. ພິເສດເຕັກນິກຂຽນໜັງສືໃສ່ໃບລານພວມຄ່ອຍໆຖືກສູນຫາຍໄປ. ເມື່ອເຫັນໄດ້ເຖິງຄວາມສຳຄັນດັ່ງກ່າວ, ໂຄງການຫັນປຶ້ມຄຳພີໃບລານເປັນດີຈີຕອນໄດ້ຮັບການຜັນຂະຫຍາຍປະຕິບັດ. ແຕ່ເຖິງຢ່າງໃດກໍ່ຕາມ

ໜວ່ຍງານປະຕິບັດຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ. ປອ ຮວິ່ງຊາງ ຮອງຫົວໜ້າພະແນກການບໍລິຫານໂຮງຮຽນພາສາສາດ- ວັດທະນະທຳ - ສິລະປະເຜົ່າ ຂະແມ ພາກໃຕ້ ແລະ ວັດທະນະທຳມະນຸດໃຫ້ຮູ້ວ່າ:

 “ໃນຂະບວນວິວັດແຫ່ງການປະຕິບັດ ໂຄງການໄດ້ຮັບການເຂົ້າຮ່ວມຢ່າງຕັ້ງໜ້າຂອງກຸ່ມນັກຊ່ຽວຊານສັງກັດມະຫາວິທະຍາໄລ ຈ໋າວິງ. ພ້ອມກັນນັ້ນ ບັນດາຄູບາພວມສອນຢູ່ຕາມວັດ ແລະ ອາຈານສອນຢູ່ໂຮງຮຽນບຳລຸງວັດທະນະທຳບາລີ ເຜົ່າຂະແມ ແຂວງ ຫວິງລັອງ ກໍ່ໄດ້ປະກອບສ່ວນທາງດ້ານແຫຼ່ງກຳລັງທີ່ສຳຄັນ ປະກອບສ່ວນຮັບປະກັນຄວາມຄືບໜ້າ ຜັນຂະຫຍາຍຢ່າງສະດວກ. ເມື່ອສ້າງຂໍ້ມູນໃຫ້ສົມບູນແບບ, ໂຄງການຈະສ້າງເວບໄຊ ເພື່ອແນໃສ່ເຜີຍແຜ່ ແລະ ແບ່ງປັນໝາກຜົນທີ່ບັນລຸໄດ້ຢ່າງກວ້າງຂວາງ”.

ບໍ່ພຽງແຕ່ຢຸດຢູ່ໃນການຮັກສາເທົ່ານັ້ນ. ໂຄງການຍັງເປີດໂອກາດອັນລ້ຳຄ່າໃຫ້ແກ່ວຽກງານຄົ້ນຄວ້າ ແລະ ບຳລຸງສ້າງ. ໃນຂະບວນວິວັດແຫ່ງການສຳຫຼວດ ແລະ ຄົ້ນຄວ້າ, ໂຄງການໄດ້ເກັບກຳປຶ້ມຄຳພີໃບລານຫຼາຍກວ່າ 1.300 ເຫຼັ້ມ ປະມານ 60.000 ກວ່າໜ້າ. ນີ້ແມ່ນແຫຼ່ງວັດຖຸເອກະສານທີ່ມີຄຸນຄ່າພິເສດ. ປອ ໂງໂຊເພຍ ຜູ້ອຳນວຍການໂຮງຮຽນພາສາສາດ - ວັດທະນະທຳ - ສິລະປະເຜົ່າຂະແມ ພາກໃຕ້ ແລະ ວັດທະນະທຳມະນຸດ ໃຫ້ຮູ້ວ່າຂໍ້ມູນທີ່ຫັນເປັນດີຈີຕອນເຫຼົ່ານີ້ ຈະກາຍເປັນແຫຼ່ງເອກະສານທີ່ອຸດົມສົມບູນຊ່ວຍບັນດາຄູອາຈານນັກສຶກສາສາມາດສົມທຽບການປ່ຽນແປງຂອງພາສາເຜົ່າ ຂະແມ ຜ່ານໄລຍະຕ່າງໆ ຈາກນັ້ນສາມາດເຂົ້າໃຈກ່ຽວກັບວັດທະນະທຳຂອງເຜົ່າຕົນຢ່າງເລິກເຊິ່ງກວ່າເກົ່າ. ປອ ໂງໂຊເພຍ ໃຫ້ຮູ້ຕື່ມອີກວ່າ:

“ເປົ້າໝາຍທີ່ສຳຄັນກວ່າໝູ່ຂອງໂຄງການ ແມ່ນອະນຸລັກຮັກສາບັນດາມໍລະດົກອັນລ້ຳຄ່າ ໂດຍປູ່ຍ່າຕາຍາຍປະໄວ້ໃຫ້. ຜ່ານນັ້ນລຸ້ນໄວໜຸ່ມ ພິເສດແມ່ນນັກສຶກສາ ນັກສຳມະນາກອນ ນັກຄົ້ນຄວ້າຈະມີເງື່ອນໄຂເຂົ້າເຖິງແຫຼ່ງຂໍ້ມູນທີ່ກ່ຽວຂ້ອງເຖິງປຶ້ມຄຳພີໃບລານເມື່ອກ່ອນນີ້. ໃນໄລຍະຮ່ຳຮຽນ ແລະ ຄົ້ນຄວ້າ, ເຂົາເຈົ້າກໍ່ສາມາດສົມທຽບພາສາບູຮານກັບພາສາທັນສະໄໝ ເພື່ອເຫັນໄດ້ເຖິງຄວາມແຕກຕ່າງກັນ ແລະ ພັດທະນາທິດຄົ້ນຄວ້າລົງເລິກ ກ່ຽວກັບວິຊາການສຶກສາ ພ້ອມກັນນັ້ນກໍໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນວຽກງານອະນຸລັກ ບໍ່ພຽງແຕ່ຊ່ວຍເກັບຮັກສາມໍລະດົກວັດທະນະທຳຊົນເຜົ່າແບບຍືນຍົງເທົ່ານັ້ນ ຫາກຍັງສ້າງເງື່ອນໄຂແຜ່ກະຈາຍຄຸນຄ່າເຫຼົ່ານີ້ ເຖິງຊຸມຊົນຢ່າງກວ້າງຂວາງກວ່າ”.

 ນອກຈາກການຮັກສາວັດຖຸພັນບບົນ ປລາດຟອມດີຈີຕອນ, ບາງວັດສາສະໜາພຸດ ນິກາຍນິຣະຍານ ເຜົ່າຂະແມ ຍັງເອົາໃຈໃສ່ເຖິງວຽກງານຖ່າຍທອດຄວາມຮູ້ໃຫ້ແກ່ໄວໜຸ່ມ. ອ້າຍຄູ ກີມຊອມຣີທີ ສອນວິທີຂຽນໜັງສືເຜົ່າ ຂະແມ ໃສ່ໃບລານຢູ່ ວັດຊວ່າຍຊໍ ຕາແສງ ຈີໂຕນ ແຂວງ ອານຢາງ ໃຫ້ຮູ້ວ່າ:

 “ໃນຖານະເປັນຜູ້ມີຄວາມເມົາມົວ ແລະ ເຄີຍຮຽນວິທີຂຽນຕົວໜັງສືໃສ່ໃບລານ, ຂ້າພະເຈົ້າມີຄວາມຫວັງຢາກໃຫ້ໄວໜຸ່ມໃນພາຍພາກໜ້າ ຈະມີຄວາມຊົມຊອບວິທີຂຽນຕົວໜັງສືຊອກຮູ້ກ່ຽວກັບຕົວໜັງສືເຜົ່າ ຂະແມ ບູຮານ”.

ການຫັນເປັນດີຈີຕອນ ພ້ອມກັບການເກັບຮັກສາແບບບູຮານໄດ້ສ້າງຫຼາຍວິທີຮັກສາປຸກລຸກສາງປຶ້ມຄຳພີໃບລານ. ປັດຈຸບັນບັນດາຄຸນຄ່າວັດທະນະທຳພູມປັນຍາຂອງຄົນບູຮານ ສາມາດແນະນຳອອກສູ່ໂລກພາຍນອກ, ຍັບເຂົ້າໃກ້ກັບຊຸມຊົນພິເສດແມ່ນໄວໜຸ່ມ ອັນໄດ້ປະກອບຮັກສາສີສັນວັດທະນະທຳບັນດາເຜົ່າໃຫ້ຍືນຍົງຄົງຕົວຕະຫຼອດການ.

TAG
VOV/VOVworld/ຄຳ​ພີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ