(VOVWORLD) - ພາຍຫຼັງເດີນທາງຮອດ ເຊີອູນ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ສ.ເກົາຫຼີ ຕາມຄຳເຊີນຂອງທ່ານປະທານາທິບໍດີ Lee Jae Myung, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ພົບປະກັບບັນດາຜູ້ແທນໃນເຄືອຂ່າຍນະວັດຕະກຳ ຫວຽດນາມ ແລະ ນັກຊ່ຽວຊານ ຫວຽດນາມ ອາໄສ ຢູ່ ສ.ເກົາຫຼີ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ນີ້ແມ່ນຄັ້ງທີ 2 ທີ່ທ່ານເລຂາທິການໃຫຍ່ເປັນປະທານການພົບປະ, ແລກປ່ຽນ, ຮັບຟັງຄວາມມຸ່ງມາດປາດຖະໜາ, ການສະເໜີຄວາມເຫັນແບບໂດຍກົງຈາກບັນດາສະມາຊິກຂອງເຄືອຂ່າຍນະວັດຕະກຳ ຫວຽດນາມ ຢູ່ຕ່າງປະເທດ, ເຊິ່ງຄັ້ງທຳອິດໄດ້ດຳເນີນຢູ່ ອາເມລິກາ ເມື່ອປີ 2024. ສິ່ງດັ່ງກ່າວໄດ້ຢັ້ງຢືນການສະໜັບສະໜູນຢ່າງແຮງຂອງພັກ, ລັດ ຫວຽດນາມ ສໍາລັບບັນດາການເຄື່ອນໄຫວວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳສຳລັບການພັດທະນາຂອງ ຫວຽດນາມ ໃນໄລຍະໃໝ່.