ພາບປະກອບ: VGP |
ສັນຍາການຄ້າເສລີ ສະຫະພາບ ເອີລົບ - ຫວຽດນາມ (EVFTA) ມີຜົນສັກສິດ ນັບແຕ່ວັນທີ 1 ສິງຫາ 2020 ຢ່າງເປັນທາງການ. ສັນຍາໄດ້ລົບລ້າງພາສີກ່ວາ 70% ສຳລັບສິນຄ້າຫຼາຍປະເທດທີ່ນຳເຂົ້າສົ່ງອອກລະຫວ່າງສອງຝ່າຍ, ສ່ວນພາສີຍັງເຫຼືອຂຶ້ນເຖິງ 99% ຈະໄດ້ຮັບການລົບລ້າງຕາມວິວັດການ. ພ້ອມກັນນັ້ນ, EVFTA ກໍ່ຍົກສູງຫຼາຍພໍສົມຄວນບັນດາມາດຖານກ່ຽວກັບສິ່ງແວດລ້ອມ ແລະ ຕະຫຼາດແຮງງານ.
ການເຕີບໂຕຢ່າງກະໂດດຂັ້ນ
ຕາມຂໍ້ມູນຂອງ ກະຊວງອຸດສາຫະກຳ ແລະ ການຄ້າແລ້ວ, ພາຍຫຼັງ 5 ປີປະຕິບັດສັນຍາ EVFTA, ວົງເງິນການຄ້າສອງສົ້ນ ຫວຽດນາມ - EU ເພີ່ມຂຶ້ນແຕ່ 55,4 ຕື້ USD ໃນປີ 2020 ຂຶ້ນເກືອບ 70 ຕື້ USD ໃນທ້າຍປີ 2024. ຕາມການສະຖິຕິບໍ່ຄົບຖ້ວນ, ວົງເງິນການສົ່ງອອກສິນຄ້າຂອງ ຫວຽດນາມ ເຂົ້າ EU ພາຍຫຼັງ 5 ປີປະຕິບັດ ສັນຍາ EVFTA ຄາດວ່າຂຶ້ນເຖິງ 270 ຕື້ USD. ຕົວເລກນີ້ ກວມເອົາເກືອບ 40% ຍອດວົງເງິນການຄ້າສະສົມລະຫວ່າງສອງຝ່າຍນັບແຕ່ປີ 1995, ນຳຫວຽດນາມ ກາຍເປັນຄູ່ຮ່ວມມືທາງການຄ້າແຖວໜ້າຂອງ EU ໃນອາຊຽນ, ແລະ ແມ່ນຄູ່ຮ່ວມມືໃຫຍ່ອັນດັບທີ 16 ຂອງກຸ່ມນີ້ໃນທົ່ວໂລກ. ໃນຂະນະນັ້ນ, EU ແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບທີ 3 ແລະ ແມ່ນແຫຼ່ງສົ່ງອອກໃຫຍ່ອັນດັບທີ 4 ຂອງ ຫວຽດນາມ.
ສຳລັບບັນດາວິສາຫະກິດ ຫວຽດນາມ, ຜົນປະໂຫຍດເຊິ່ງ EVFTA ນຳມາໃຫ້ນັ້ນແມ່ນຈະແຈ້ງທີ່ສຸດ. ບົດລາຍງານຂອງ ສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ (EuroCham) ປະກາດເນື່ອງໃນໂອກາດສະເຫຼີມສະຫຼອງ 5 ປີແຫ່ງວັນ EVFTA ມີຜົນສັກສິດສະແດງໃຫ້ເຫັນວ່າ EVFTA ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການຄ້າສອງຝ່າຍ, ສ້າງເງື່ອນໄຂສະດວກໃຫ້ແກ່ການປະຕິຮູບລະບອບລະບຽບການ, ຍົກສູງມາດຖານ ແລະ ກຳລັງຄວາມສາມາດໃນການແກ້ງແຍ້ງຂອງວິສາຫະກິດ ຫວຽດນາມ. ທ່ານ ຫງວຽນຫາຍມິງ, ຮອງປະທານ EuroCham ໃຫ້ຮູ້ວ່າ
ມີຈຸດພົ້ນເດັ່ນໃນສາຍຕາຂອງວິສາຫະກິດເອີລົບ ເນັ້ນແມ່ນການຜັນຂະຫຍາຍ ແລະ ປະຕິບັດສັນຍາການຄ້າເສີລີ ຫວຽດນາມ ແລະ EU ຢ່າງມີປະສິດທິຜົນໃນ 5 ປີຜ່ານມາ, ແລະ ບົດບາດຂອງກະຊວງອຸດສາຫະກຳ ແລະ ການຄ້າແມ່ນຫຼັກແຫຼ່ງທີ່ສຸດ, ສະແດງອອກ ຜ່ານການຮ່ວມແຮງຮ່ວມໃຈພ້ອມກັບຝ່າຍ EU, ກັບປະຊາຄົມວິສາຫະກິດເພື່ອແກ້ໄຂຈຸດອຸດຕັນກ່ຽວກັບລະບອບລະບຽບການ, ແກ້ໄຂບັນດາຮົ້ວກີດຂວາງໃນການສົ່ງອອກນຳເຂົ້າ.
ທ່ານ ຫງວຽນຫາຍມິງ, ຮອງປະທານ EuroCham (ພາບ: EuroCham) |
ບໍ່ພຽງແຕ່ຊຸກຍູ້ການສົ່ງອອກສິນຄ້າເທົ່ານັ້ນ, EVFTA ຍັງສ້າງກຳລັງດຶງດູດຢ່າງແຮງຕໍ່ກະແສເງິນລົງທຶນຈາກເອີລົບ, ພ້ອມທັງຍົກສູງຖານະບົດບາດຂອງ ຫວຽດນາມ ໃນລະບົບສະໜອງທົ່ວໂລກ. ດ້ວຍເງິນກ່ວາ 35 ຕື້ USD ທຶນ FDI ຈົດທະບຽນຈົນຮອດກາງປີ 2025, EVFTA ກາຍເປັນຈຸດພົ້ນເດັ່ນໃນການດຶງດູດແຫຼ່ງເງິນລົງທຶນຈາກຕ່າງປະເທດຂອງ ຫວຽດນາມ ຈາກ EU ມີຫຼາຍໂຄງການໃຫຍ່ໃນຂົງເຂດເຕັກໂນໂລຢີສູງ, ພະລັງງານທົດແທນ, ຜະລິດຜະລິດຕະພັນການຢາ, logistics … ໄດ້ ແລະ ພວມໄດ້ຮັບການຜັນຂະຫຍາຍ. ນີ້ແມ່ນແຫຼ່ງເງິນລົງທຶນລຸ້ນໃໝ່, ມີຄຸນນະພາບສູງ, ສ້າງພື້ນຖານເພື່ອໃຫ້ ຫວຽດນາມ ສ້າງລະບົບສະໜອງໃໝ່, ເຂົ້າຮ່ວມເລິກໃນເຄືອຂ່າຍສະໜອງທົ່ວໂລກດ້ວຍມາດຖານສູງ.
ກຳລັງໜູນຊຸກຍູ້ການປະຕິຮູບ
ບໍ່ພຽງແຕ່ເພີ່ມການແລກປ່ຽນການຄ້າສອງຝ່າຍເທົ່ານັ້ນ, EVFTA ຍັງແມ່ນກຳລັງໜູນສຳຄັນຊຸກຍູ້ການປະຕິຮູບຂອງແຕ່ລະຝ່າຍ. ຕາມທ່ານນາງ Lin Goethals ຜູ້ອຳນວຍການສະຖາບັນຄົ້ນຄ້ວາເອີລົບ ກ່ຽວກັບ ອາຊີ(EIAS) ມີສຳນັກງານຕັ້ງຢູ່ ບຣຸກແຊມ, ປະເທດ ແບນຊິກ ແລ້ວ, ໃນສະພາບການເສດຖະກິດທົ່ວໂລກມີການຜັນປ່ຽນຫຼາຍຢ່າງ, ຫວຽດນາມ ແລະ EU ຍັງແບ່ງປັນຫຼາຍເປົ້າໝາຍຍຸດທະສາດລວມກ່ຽວກັບການພັດທະນາແບບຍືນຍົງ, ຫັນພື້ນຖານເສດຖະກິດເປັນສີຂຽວ, ດັ່ງນັ້ນ ໄປຄຽງຄູ່ກັບຜົນປະໂຫຍດຈາກການຫຼຸດຜ່ອນພາສີຕາມຂັ້ນຕອນ, EVFTA ຍັງຊຸກຍູ້ບັນດາຄູ່ຮ່ວມມືຍຸດທະສາດລະຫວ່າງ EU ແລະ ຫວຽດນາມ ອີກດ້ວຍ.
ນອກຈາກການຫຼຸດຜ່ອນອັດຕາພາສີ, ໜຶ່ງໃນບັນດາຂໍ້ສະດວກໃຫຍ່ທີ່ສຸດເຊິ່ງ EVFTA ນຳມາໃຫ້ນັ້ນເຊິ່ງແມ່ນການໂອ້ລົມສົນທະນາກ່ຽວກັບບັນດາບັນຫາອື່ນຂອງການຄ້າຄື: ຮົ້ວກີດຂວາງປອດພາສີ. ບັນດາການໂອ້ລົມສົນທະນາໄດ້ຍູ້ແຮງກ່ວາເກົ່າຫຼາຍ. ນອກຈາກນັ້ນ, ການຮັບປະກັນການພັດທະນາແບບຍືນຍົງກໍ່ນອນໃນໂຄງການດຳເນີນງານເຊິ່ງ ທັງຫວຽດນາມ ແລະ EU ລ້ວນແຕ່ເອົາໃຈໃສ່.
ແບ່ງປັນກ່ຽວກັບການຕີລາຄານີ້, ທ່ານ Luliu Winkler ຮອງປະທານຄະນະກຳມະການການຄ້າສາກົນ ຂອງລັດຖະສະພາ ເອີລົບຖືວ່າ EVFTA ໄດ້ວາງເສັ້ນທາງຫຼຸດຜ່ອນອັດຕາພາສີໃຫ້ແກ່ບັນດາຂົງເຂດ ເທື່ອລະກ້າວ, ໃນນັ້ນມີບັນດາຂົງເຂດຍຸດທະສາດສຳລັບ ຫວຽດນາມ ແລະ EU (ພະລັງງານສີຂຽວ, ເຕັກໂນໂລຢີໃໝ່…) ເພາະສະນັ້ນ, ເພື່ອຊົມໃຊ້ບັນດາຜົນປະໂຫຍດ ເຊິ່ງ EVFTA ນຳມາໃຫ້ເປັນຢ່າງດີທີ່ສຸດ, ທັງ EU ແລະ ຫວຽດນາມລ້ວນແຕ່ຈຳເປັນຕ້ອງຍູ້ແຮງການປະຕິຮູບລະບອບລະບຽບການ, ຫຼຸດຜ່ອນຫຼາຍຂໍ້ກຳນົດ, ຜ່ານນັ້ນ ຊ່ວຍບັນດາວິສາຫະກິດສອງຝ່າຍ ມີສະຖານທີ່ຮ່ວມມືຢ່າງມີໄຫວພິບກ່ວາ, ຍາດແຍ່ງຄວາມສາມາດບົ່ມຊ້ອນຈາກບັນດາຂົງເຂດເຊິ່ງສອງຝ່າຍຍັງມີທ່າແຮງ ບົ່ມຊ້ອນເພື່ອຮ່ວມມື.
ຂ້າພະເຈົ້າຄິດວ່າ ພວກເຮົາຕ້ອງຫັນການປະຕິບັດລະບຽບການບໍລິຫານເປັນງ່າຍດາຍ. ປັດຈຸບັນ EU ພວມໃນວິວັດການຫຼຸດຜ່ອນຫຼາຍຂໍ້ກຳນົດຕາມທິດນີ້ ແລະ ຂ້າພະເຈົ້າກໍ່ຮູ້ສຶກດີໃຈເມື່ອໄດ້ຮູ້ວ່າ ຫວຽດນາມ ກໍ່ພວມຫຼຸດຜ່ອນຫຼາຍຂໍ້ກຳນົດ, ປັບປຸງຫຼາຍມາດຕາຂອງກົດໝາຍເພື່ອຮັບໃຊ້ວິສາຫະກິດໃຫ້ດີກ່ວາອີກ.
ສຳລັບບັນດາວິສາຫະກິດ ຫວຽດນາມ, EVFTA ກໍ່ພວມຊຸກຍູ້ການປະຕິຮູບຕາມທິດສີຂຽວ ແລະ ຍືນຍົງກ່ວາອີກ. ເມື່ອເຂົ້າຮ່ວມ EVFTA, ບັນດາວິສາຫະກິດ ຫວຽດນາມ ຕ້ອງຕອບສະໜອງຫຼາຍຂໍ້ກຳນົດໃໝ່ກ່ຽວຂ້ອງເຖິງການຫັນການຜະລິດເປັນສີຂຽວ, ຄວາມຮັບຜິດຊອບສັງຄົມ, ມີລະບອບສະໜອງທີ່ປອດໄສ… ພິເສດໃນຂົງເຂດສົ່ງອອກທີ່ມີແຕ່ດົນນານຂອງ ຫວຽດນາມຄື: ເກີບໜັງ, ຜະລິດຕະພັນຈາກໄມ້. ນີ້ແມ່ນສິ່ງທ້າທາຍແຕ່ກໍ່ແມ່ນກາລະໂອກາດເພື່ອໃຫ້ບັນດາວິສາຫະກິດຍົກສູງມາດຖານສິນຄ້າ ແລະ ກຳລັງຄວາມສາມາດພາຍໃນ, ຈາກນັ້ນເພີ່ມທະວີຄວາມສາມາດໃນການແກ້ງແຍ້ງຢູ່ຫຼາຍຕະຫຼາດທີ່ມີມາດຖານສູງ.
ເພື່ອຮ່ວມເດີນທາງກັບບັນດາວິສາຫະກິດ ຫວຽດນາມ ໃນການປະຕິບັດບັນດາຂໍ້ກຳນົດຂຽວຈາກ EU ຄື: ກົນໄກປັບປຸງຂີດຊາຍແດນ ກາກບອນ (CBAM) (ນັບແຕ່ຕົ້ນປີ 2026), ກົດໝາຍວ່າດ້ວຍການຫ້າມນຳເຂົ້າຜະລິດຕະພັນກະເສດທີ່ກ່ຽວຂ້ອງເຖິງການທຳລາຍປ່າ (EUDR)ທ້າຍປີ ນີ້… ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສ້າງປະຕູ CBAM, ແປ່ບັນດາຂໍ້ກຳນົດຂອງ EU ມາເປັນພາສາຫວຽດ, ຊ່ວຍໃຫ້ບັນດາວິສາຫະກິດເຂົ້າເຖິງບັນດາຂໍ້ກຳນົດຂອງ EU ຢ່າງງ່າຍດາຍ ແລະ ປອດໄສທີ່ສຸດ.




