logo






11/07/2025
​ສືບ​ຕໍ່ສ້າງໄລ​ຍະ​ໃໝ່​ໃນ​ການ​ພົວ​ພັນ ຫວຽດ​ນາມ-ອາ​ເມ​ລິ​ກາ
(VOVWORLD) - ວັນທີ 11 ກໍລະກົດ ຕາມເວລາ ອາເມລິກາ (ກົງກັບວັນທີ 12 ກໍລະກົດ ຕາມເວລາ ຫວຽດນາມ), ແມ່ນຂີດໝາຍ 30 ປີເຕັມແຫ່ງວັນ ຫວຽດນາມ ແລະ ອາເມລິກາ ໄດ້ຫັນການພົວພັນທາງການທູດເປັນປົກກະຕິ (07/1995 – 07/2025).  ນີ້ບໍ່ພຽງແຕ່ແມ່ນເຫດການປະຫວັດສາດເທົ່ານັນ, ຫາກຍັງແມ່ນການພິສູດຢ່າງມີຊີວິດຊີວາ ໃຫ້ແກ່ຄວາມມານະພະຍາຍາມຮ່ວມມືເພື່ອສັນຕິພາບ, ວັດທະນາຖາວອນລວມຂອງສອງປະເທດອີກດ້ວຍ. ພາຍຫຼັງ 30 ປີ, ໄລຍະໃໝ່ຕໍ່ໄປພວມໄດ້ສືບຕໍ່ສ້າງຂຶ້ນໃນການພົວພັນລະຫວ່າງ ຫວຽດນາມ-ອາເມລິກາ, ໝັ້ນໝາຍຈະມີບັນດາກຳລັງບົ່ມຊ້ອນຮ່ວມມືອັນໃຫ່ຍຫຼວງ ແລະ ເລິກເຊິ່ງກວ້າງຂວາງກ່ວາໃນຫຼາຍຂົງເຂດໃນອະນາຄົດ.

09/07/2025
ຜັນ​ຂະ​ຫຍາຍ​ມະ​ຕິ​ເລກ​ທີ 59 ວ່າ​ດ້ວຍ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ໃນ​ສະ​ພາບ​ການ​ໃໝ່ ຢ່າງ​ມີ​ປະ​ສິດ​ທິ​ຜົນ
(VOVWORLD) - ຕອນເຊົ້າວັນທີ 9 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຫວຽດນາມ ໄດ້ມາຮອດຮ່າໂນ້ຍ, ສິ້ນສຸດການເດີນທາງໄປປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດ BRICS ເປີດກວ້າງ ແລະ ເຮັດວຽກຢູ່ ບຣາຊິນ ຢ່າງຈົບງາມໃນລະຫວ່າງວັນທີ 4 – 7 ກໍລະກົດ. ການເດີນທາງໄປປະຕິບັດງານຂອງນາຍົກລັດຖະມົນຕີ ບັນລຸໄດ້ຫຼາຍໝາກຜົນທີ່ຕັ້ງໜ້າ, ຊຸກຍູ້ຄວາມສາມັກຄີສາກົນ, ລັດທິຫຼາຍຝ່າຍ, ເປີດຫຼາຍທິດທາງຮ່ວມມືໃໝ່ໃນການພົວພັນກັບບັນດາຄູ່ຮ່ວມມື. ການເດີນທາງໄປປະຕິບັດງານກໍ່ປະກອບສ່ວນຜັນຂະຫຍາຍມະຕິເລກທີ 59 ຂອງກົມການເມືອງວ່າດ້ວຍການຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່ຢ່າງມີປະສິດທິຜົນ.




04/07/2025
ຫວຽດ​ນາມ ຢັ້ງ​ຢືນ​ສຽງ​ເວົ້າ​ຂອງ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ
(VOVWORLD) -  ວັນທີ 4 ກໍລະກົດ, ໂດຍໄດ້ຮັບຄຳເຊີນຂອງທ່ານປະທານາທິບໍດີ Brazil Lula da Silva, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ພັນລະຍາ ໄດ້ນຳໜ້າຄະນະຜູ້ແທນຂັນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ BRICS (ກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ) ເປີດກ້ວາງປີ 2025 ແລະ ເຄື່ອນໄຫວສອງຝ່າຍຢູ່ສາທາລະນະລັດ ສະຫະພັນ Brazil. ນີ້ແມ່ນການເຄື່ອນໄຫວທາງການທູດທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີນີ້, ບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນບົດບາດເປັນເຈົ້າການ, ຕັ້ງໜ້າຂອງ ຫວຽດນາມ ໃນການຮ່ວມມືສາກົນເທົ່ານັ້ນ, ຫາກຍັງຢັ້ງຢືນສຽງເວົ້າຂອງບັນດາປະເທດພວມພັດທະນາອີກດ້ວຍ, ເປີດໂອກາດມຸ່ງໄປເຖິງບັນດາຕະຫຼາດໃໝ່ ໃນສະພາບການທີ່ການຄ້າທົ່ວໂລກມີການຜັນແປຫຼາຍຢ່າງ.



VIDEO
radio
Emisiones de la semana
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ