logo

ການເຈລະຈາດ້ານການຄ້າ ອີຢູ - ອາເມລິກາ ກ້າວເຂົ້າສູ່ໄລຍະຂັບຂັນ

2025/7/1 | 07:41:43
(VOVWORLD) -  ອີຢູ ໄດ້ຮັບເອກະສານຫຼ້າສຸດ 2 ສະບັບຈາກຝ່າຍ ອາເມລິກາ ເພື່ອສືບຕໍ່ດຳເນີນການເຈລະຈາດ້ານພາສີອາກອນ ແລະ ເອີລົບ ໄດ້ກຽມພ້ອມໃຫ້ແກ່ແຜນການບັນລຸຜົນສຳເລັດ ແລະ ປະລາໄຊ
ທ່ານນາງ Ursula von der Leyen, ປະທານຄະນະກຳມະການເອີລົບ (ອີຊີ)
(ພາບ: REUTERS/Yves Herman)

        ໃນອາທິດນີ້, ບັນດານັກເຈລະຈາດ້ານການຄ້າ ອາເມລິກາ ແລະ ສະຫະພາບເອີລົບ (ອີຢູ) ໄດ້ກ້າວເຂົ້າສູ່ໄລຍະຂັບຂັນ ເພື່ອບັນລຸໄດ້ຂໍ້ຕົກລົງດ້ານການຄ້າ ກ່ອນເວລາກຳນົດສຸດທ້າຍໃນວັນທີ 09 ກໍລະກົດ, ໃນສະພາບທີ່ 2 ປະເທດລ້ວນແຕ່ຍົກອອກຖະແຫຼງການແຂງກະດ້າງ.

        ວັນທີ 26 ມິຖຸນາ, ທ່ານນາງ Ursula von der Leyen, ປະທານຄະນະກຳມະການເອີລົບ (ອີຊີ) ໃຫ້ຮູ້ວ່າ, ອີຢູ ໄດ້ຮັບເອກະສານຫຼ້າສຸດ 2 ສະບັບຈາກຝ່າຍ ອາເມລິກາ ເພື່ອສືບຕໍ່ດຳເນີນການເຈລະຈາດ້ານພາສີອາກອນ ແລະ ເອີລົບ ໄດ້ກຽມພ້ອມໃຫ້ແກ່ແຜນການບັນລຸຜົນສຳເລັດ ແລະ ປະລາໄຊ.

ປະນິປະນອມ ຫຼື ແຂງກະດ້າງ

        ທ່ານນາງປະທານ ອີຊີ ບໍ່ເຜີຍລາຍລະອຽດກ່ຽວກັບບັນດາຄຳຮຽກຮ້ອງຂອງ ອາເມລິກາ, ແຕ່ທ່ານນາງກໍ່ໄດ້ແຈ້ງໃຫ້ປະມຸກລັດຂອງບັນດາປະເທດສະມາຊິກ ອີຢູ ເພື່ອເປັນເອກະພາບຫຼັກໝັ້ນຂອງກຸ່ມ ກ່ອນທີ່ຍົກອອກຄຳຕອບສຸດທ້າຍໃຫ້ແກ່ຝ່າຍ ອາເມລິກາ ກ່ອນເວລາກຳນົດສຸດທ້າຍແມ່ນວັນທີ 09 ກໍລະກົດ. ເລື່ອງເປັນເອກະພາບວິທີບັນລຸໄດ້ຂໍ້ຕົກລົງດ້ານການຄ້າກັບ ອາເມລິກາ ແມ່ນການແບ່ງແຍກຢ່າງໃຫຍ່ຫຼວງພາຍໃນ ອີຢູ ໃນປະຈຸບັນ, ເມື່ອບັນດາສະມາຊິກ ອີຢູ ຍັງມີຄວາມບໍ່ລົງລອຍກັນລະຫວ່າງການເລືອກເອົາຂໍ້ຕົກລົງໂດຍໄວ ຫຼື ສືບຕໍ່ດຳເນີນການເຈລະຈາເພື່ອບັນລຸໄດ້ຂໍ້ຕົກລົງທີ່ດີກວ່າ. ເຢຍລະມັນ ແລະ ຝລັ່ງ, ແມ່ນ 2 ພື້ນຖານເສດຖະກິດໃຫຍ່ທີ່ສຸດ ອີຢູ, ທີ່ຕາງໜ້າໃຫ້ 2 ທັດສະນະກົງກັນຂ້າມນີ້. ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ ອີຢູ ຈັດຂຶ້ນແຕ່ວັນທີ 26 – 27 ມິຖຸນາ, ຢູ່ ບຣຸກແຊນ, ປະເທດ ແບນຊິກ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Friedrich Merz ໄດ້ຮຽກຮ້ອງບັນລຸຂໍ້ຕົກລົງ “ໂດຍໄວ ແລະ ງ່າຍດາຍ” ຍ້ອນຫຼາຍຂະແໜງອຸດສາຫະກຳຢູ່ ເຢຍລະມັນ ພວມຖືກນາບຂູ່ຍ້ອນອັດຕາພາສີເຊິ່ງອຳນາດການປົກຄອງ ອາເມລິກາ ຈັດວາງ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຜັດຄັດຄ້ານການປະນິປະນອມຫຼາຍເກີນໄປເພື່ອບັນລຸໄດ້ຂໍ້ຕົກລົງກັບ ອາເມລິກາ ໂດຍໄວ.

        “ໃນບໍ່ວ່າສະພາບການໃດ, ພວກຂ້າພະເຈົ້າບໍ່ຍອມຮັບເລື່ອງຖືກຈັດວາງອັດຕາພາສີ ຫາກບໍ່ປ່ຽນແປງທັດສະນະໃດ. ສະນັ້ນ, ພວກຂ້າພະເຈົ້າສະໜັບສະໜູນເລື່ອງ ອີຊີ ມານະພະຍາຍາມສ້າງຄວາມດຸ່ນດ່ຽງໃນການພົວພັນລະຫວ່າງ ອີຢູ ແລະ ອາເມລິກາ, ຍ້ອນວ່າ ເອີລົບ ຈະຕ້ອງປະເຊີນໜ້າກັບອັດຕາພາສີຕື່ມອີກຂຶ້ນເຖິງ 60 ຕື້ເອີໂລ/ປີ ແລະ ສິ່ງນີ້ແນ່ນອນວ່າຕ້ອງມີການໂຕ້ຕອບ”.

        ທ່ານນາງ Ursula von der Leyen, ປະທານ ອີຊີ ກໍ່ມີຫຼາຍສັນຍານຈະເລືອກເອົາວິທີແຂງກະດ້າງກວ່າໃນການເຈລະຈາກັບ ອາເມລິກາ. ກ່າວຄຳເຫັນທີ່ກອງປະຊຸມສຸດຍອດ ອີຢູ, ທ່ານນາງໃຫ້ຮູ້ວ່າ, ເອີລົບ ໄດ້ກ່ຽມພ້ອມແຜນການເພື່ອເຊັນຂໍ້ຕົກລົງດ້ານການຄ້າກັບ ອາເມລິກາ, ແຕ່ພ້ອມກັນນັ້ນກໍ່ສ້າງແຜນການຖ້າຫາກຖືກປະລາໄຊ, ໝາຍຄວາມວ່າຈະມີບັນດາມາດຕະການໂຕ້ຕອບຖ້າຫາກວ່າ ອາເມລິກາ ຈັດວາງອັດຕາພາສີສຳລັບສິນຄ້າຂອງ ອີຢູ ຕື່ມອີກ. ທ່ານນາງ Ursula von der Leyen, ຖະແຫຼງວ່າ:

        “ພວກຂ້າພະເຈົ້າເຈລະຈາທຸກສິ່ງທຸກຢ່າງ, ຈາກອັດຕາພາສີ, ບັນດາຮົ້ວກີດຂວາງດ້ານພາສີອາກອນ ຄືມາດຕະຖານ, ຫຼັກການ ຕະຫຼອດຮອດການຊື້ - ຂາຍຍຸດທະສາດ, ແຕ່ຍາມໃດຂ້າພະເຈົ້າກໍ່ມີຄວາມຈະແຈ້ງໃນບາງຫົວຂໍ້ທີ່ກ່ຽວຂ້ອງເຖິງສິດອອກຂໍ້ຕົກລົງຂອງ ອີຢູ, ທີ່ວ່າ ສຳລັບພວກຂ້າພະເຈົ້າແມ່ນສິ່ງທີ່ບໍ່ສາມາດແຕະຕ້ອງໄດ້”.

ແຜນການຕໍ່ກຳນົດເວລາ

        ໃນສະພາບທີ່ພາຍໃນ ອີຢູ ຍັງມີການແບ່ງແຍກດ້ານທັດສະນະໃນການເຈລະຈາກັບ ອາເມລິກາ ນັ້ນ, ໃນຊຸມມື້ຜ່ານມາ ອຳນາດການປົກຄອງຂອງທ່ານປະທານາທິບໍດີ  ອາເມລິກາ Donald Trump ກໍພວມເພີ່ມຄຳເວົ້າທີ່ແຂງກະດ້າງແນໃສ່ ອີຢູ. ວັນທີ 28 ມິຖຸນາ, ທ່ານປະທານາທິບໍດີ Donald Trump ໄດ້ຕຳໜິຕິຕຽນ ອີຢູ ຍາກທີ່ຈະເຈລະຈາ ແລະ ໃຫ້ຮູ້ວ່າ ບໍ່ມີເຈດຈຳນົງຕໍ່ກຳນົດເວລາໂຈະການຕັດວາງອັດຕາພາສີໃນຮອບເວລາ 90 ວັນ, ພາຍຫຼັງວັນທີ 09 ກໍລະກົດ, ແມ່ນຈຸດເວລາສິ້ນສຸດການເຈລະຈາເຊິ່ງອຳນາດການປົກຄອງ ອາເມລິກາ ໄດ້ກຳນົດກັບ ອີຢູ ກໍຄືບັນດາຄູ່ຄ້າອື່ນ.

        ເຖິງຢ່າງໃດກໍ່ຕາມ, ມີນັກຊ່ຽວຊານດ້ານເສດຖະກິດຫຼາຍທ່ານຖືວ່າ ອາເມລິກາ ຍາກທີ່ສ້າງຄວາມກົດດັນຫຼາຍພໍສົມຄວນເພື່ອໃຫ້ ເອີລົບ ປະລະ ຫຼື ຢຸດຕິຊົ່ວຄາວກົດໝາຍການບໍລິການດີຈີຕອນ (DSA) ແລະ ກົດໝາຍຕະຫຼາດດີຈີຕອນ (DMA), ຍ້ອນນີ້ໄດ້ຮັບຖືວ່າແມ່ນກົດດຳລັດທີ່ຖືກຖືວ່າມີລັກສະນະພື້ນຖານສຳລັບອະນາຄົດເປັນເຈົ້າເຕັກໂນໂລຊີຂອງ ເອີລົບ. ສະນັ້ນ, ອາເມລິກາ ແລະ ເອີລົບ ຕ້ອງຄິດໄລ່ເຖິງວິທີຕໍ່ກຳນົດເວລາການເຈລະຈາພາຍຫຼັງວັນທີ 09 ກໍລະກົດ. ທ່ານ Oliver Roth, ຫົວໜ້າພາກສ່ວນແລກປ່ຽນຂອງກຸ່ມບໍສັດການເງິນ Oddo BHF ມີສຳນັກງານຕັ້ງຢູ່ ປາຣີ (ຝລັ່ງ), ໃຫ້ຂໍ້ສັງເກດວ່າ:

        “ໃນການຂັດແຍ້ງດ້ານພາສີອາກອນກັບ ອາເມລິກາ, ພວກຂ້າພະເຈົ້ານັບມື້ນັບຮູ້ສຶກວ່າ ພວມມີການຫັນເປັນປົກກະຕິ, ໝາຍຄວາມວ່າ ສຸດທ້າຍທ່ານ Donald Trump ຍັງຢາກບັນລຸໄດ້ຂໍ້ຕົກລົງ, ໂດຍບໍ່ຫົວຊາຕໍ່ບັນດາຄຳນາບຂູ່ຜ່ານມາ. ສິ່ງນີ້ສາມາດເຫັນໄດ້ໃນບັນດາການເຈລະຈາລະຫວ່າງ ອາເມລິກາ ແລະ ການາດາ, ເມື່ອ 2 ຝ່າຍບັນລຸໄດ້ຂໍ້ຕົກລົງຢ່າງໃຫຍ່ຫຼວງ”.

        ມີເຈົ້າໜ້າທີ່ ອີຢູ ບາງທ່ານກໍ່ໄດ້ເຕື້ອງເຖິງຄວາມສາມາດຕໍ່ກຳນົດເວລາການເຈລະຈາກັບ ອາເມລິກາ. ວັນທີ 29 ມິຖຸນາ, ທ່ານລັດຖະມົນຕີກະຊວງການເງິນ ຝລັ່ງ Eric Lombard ໄດ້ຮຽກຮ້ອງໃຫ້ ອີຢູ ແລະ ອາເມລິກາ ຕໍ່ກຳນົດເວລາການເຈລະຈາດ້ານການຄ້າ ພາຍຫຼັງເວລາກຳນົດສຸດທ້າຍໃນວັນທີ 09 ກໍລະກົດ ເພື່ອຊອກຫາຂໍ້ຕົກລົງທີ່ດີກວ່າ. ກໍ່ຕາມທ່ານແລ້ວ, ພະລັງງານ ອາດຈະສວມບົດບາດສຳຄັນໃນຂໍ້ຕົກລົງລະຫວ່າງ ອີຢູ ແລະ ອາເມລິກາ ແລະ ຫຼຸດຜ່ອນຄວາມບໍ່ລົງລອຍກັນໃນບັນດາຫົວຂໍ້ອື່ນ, ເມື່ອ ອີຢູ ໃຫ້ຄຳໝັ້ນສັນຍາເພີ່ມການນຳເຂົ້າອາຍແກັດຈາກ ອາເມລິກາ ເພື່ອປ່ຽນແທນໃຫ້ແຫຼ່ງສະໜອງຈາກບັນດາຄູ່ຮ່ວມມືອື່ນ.

TAG
VOV/VOVworld/ມາດ​ຕະ​ການ/​ໂຕ້​ຕອບ/​ເຈ​ລະ​ຈາ/ເສດ​ຖະ​ກິດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ