logo







07/05/2025
ຊຸກ​ຍູ້​ການ​ຮ່ວມ​ມື​ຍາວ​ນານ, ມີ​ປະ​ສິດ​ທິ​ຜົນ ລະ​ຫວ່າງ ຫວຽດ​ນາມ ກັບ​ ສະ​ຫະ​ພັນ ລັດ​ເຊຍ ແລະ ສ.ເບ​ລາ​ຣຸດ

(VOVWORLD) -     ໃນລະຫວ່າງວັນທີ 8 – 12 ພຶດສະພາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຢ້ຽມຢາມ ສະຫະພັນ ລັດເຊຍ, ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດ ທີ່ຍິ່ງໃຫຍ່ (9/5/1945-9/5/2025) ແລະ ຢ້ຽມຢາມທາງລັດຖະກິດ ຢູ່ສ.ເບລາຣຸດ. ການຢ້ຽມຢາມຢັ້ງຢືນລັກສະນະສືບທອດປະຫວັດສາດຂອງການພົວພັນລະຫວ່າງ ຫວຽດນາມ ແລະ ບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ມຸ່ງໄປເຖິງ 4 ກ່ວາ ໃນການພົວພັນສອງຝ່າຍຄື ຍືນຍົງກ່ວາ, ມີປະສິດທິຜົນກ່ວາ, ແທ້ຈິງກ່ວາ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດກ່ວາ.





05/05/2025
ຕັດ​ສິນ​ໃຈ​ສູງ, ມາ​ນະ​ພະ​ຍາ​ຍາມ​ຢ່າງ​ແຮງ, ກະ​ທຳ​ຢ່າງ​ຂ້ຽວ​ຂາດ​ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ເປົ້າ​ໝາຍ​ຂອງ​ໄລ​ຍະ 2021 – 2025
(VOVWORLD) - ເມື່ອສະເໜີບົດລາຍງານລັດຖະບານກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ໃນພິທີໄຂກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 05 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ ບັນດາໝາກຜົນພັດທະນາເສດຖະກິດ - ສັງຄົມ ປີ 2024 ໄດ້ສ້າງທ່ວງທ່າປະຕິຮູບ, ສ້າງກຳລັງໜູນພັດທະນາ, ສ້າງບັນຍາກາດທີ່ຟົດຟື້ນໃຫ້ແກ່ປີ 2025. ທ່ານນາຍົກລັດຖະມົນຕີ ກໍໄດ້ເນັ້ນໜັກເຖິງເລື່ອງຜັນຂະຫຍາຍບັນດາມາດຕະການຢ່າງຄົບຊຸດ, ຂ້ຽວຂາດເພື່ອໃຫ້ ຫວຽດນາມ ສາມາດປະຕິບັດສຳເລັດບັນດາເປົ້າໝາຍເຕີບໂຕຂອງທັງໄລຍະ 2021  2025.




VIDEO
radio
Emisiones de la semana
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ