logo

ກຳມະກອນລຸ້ນໃຫມ່-ມີພູມປັນຍາກວ່າ, ເປັນເຈົ້າການກວ່າ, ມີຄວາມຄາດຫວັງກວ່າ

2025/5/1 | 01:00:00
(VOVWORLD) - ວັນທີ 1 ພຶດສະພາ ປີ 2025 ແມ່ນສະເຫລີມສະຫລອງວັນກຳມະກອນສາກົນ ຄົບຮອບ 139 ປີ. ປີນີ້ ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ຄັດເລືອກຫົວຂໍ້ “ກຳມະກອນຫວຽດນາມ ນຳຫນ້າກ້າວເຂົ້າສູ່ສັງກາດໃຫມ່” ໃຫ້ແກ່ເດືອນກຳມະກອນ ເພືື່ອແນໃສ່ປຸກລຸກຄວາມຄາດຫວັງບືນຕົວຂຶ້ນ, ຈິດໃຈເປັນເຈົ້າຂອງວິທະຍາສາດ ເຕັກໂນໂລຊີ ແລະ ເຈດຈຳນົງອຸທິດສ່ວນຂອງຜູ້ອອກແຮງງານ, ເພີ່ມທະວີຄວາມເອົາໃຈໃສ່, ເບິ່ງແຍງດູແລຂອງທົ່ວສັງຄົມສຳລັບຊົນຊັ້ນກຳມະກອນ.
ກຳມະກອນຂອງບໍລິສັດຕັດຫຍິບເລກ 10 (ພາບ: qdnd.vn)

  ໃນຈິນຕະນາການທິດສະດີຂອງພັກກອມມູນິດ ຫວຽດນາມ, ຊົນຊັ້ນກຳມະກອນທັນສະໄຫມ ທັງແມ່ນຜະລິດຕະພັນ, ທັງແມ່ນພາກສ່ວນຫລັກຂອງພື້ນຖານການຜະລິດອຸດສາຫະກຳທັນສະໄຫມຕິດພັນກັບບັນດາຜົົນງານດ້ານວິທະຍາສາດເຕັກໂນໂລຊີໃຫມ່ສຸດ, ແຮງງານມີປະສິດທິພາບ, ຄຸນນະພາບສູງ, ມີຄວາມສາມາດເຊື່ອມໂຍງເຂົ້າກັບສາກົນ, ປັບຕົວໃຫ້ແທດເໝາະກັບການປ່ຽນແປງຢ່າງວ່ອງໄວຂອງເຕັກໂນໂລຊີ. ການກໍ່ສ້າງຊົນຊັ້ນກຳມະກອນ ຫວຽດນາມ ທັນສະໄຫມ ນັ້ນແມ່ນຂອດກະກຽມແຫລ່ງຊັບພະຍາກອນມະນຸດໃຫ້ແກ່ໄລຍະຍູ້ແຮງການຫັນເປັນອຸດສາຫະກຳ ແລະ ທັນສະໄຫມ, ຖືວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳເປັນກຳລັງຫນູນພັດທະນາ.

ກຳມະກອນຫວຽດນາມ ພ້ອມແລ້ວທີ່ຈະກ້າວເຂົ້າສູ່ສັງກາດໃຫມ່

15 ປີທີ່ຕິດພັນກັບບໍລິສັດໃຫຍ່ຕັດຫຍິບເລກ 10, ເອື້ອຍ ຟຸ່ງທິແຫ໋ງ, ກຳມະກອນໂຮງງານ ເຊີມີ ຮ່າໂນ້ຍ,ຍາມໃດກໍ່ເປັນຫ່ວງຊອກຫາມາດຕະການເພີ່ມສະມັດຕະພາບແຮງງານ. ດ້ວຍວິວັດການຮ່ຳຮຽນ ແລະ ຝຶກຝົນຫລໍ່ຫລອມຢ່າງບໍ່ຢຸດຢັ້ງ, ມາຮອດປະຈຸບັນ ເອື້ອຍແຫ໋ງ ແມ່ນຫນຶ່ງໃນບັນດາກຳມະກອນບັນລຸສະມັດຕະພາບ ແລະ ມີລາຍຮັບສູງແຖວຫນ້າຂອງໂຮງງານ, ບໍລິສັດເຄີຍໄດ້ສົ່ງເອື້ອຍໄປແຂ່ງຂັນຊ່າງມີສີມືເກັ່ງ, ປະດິດຄິດສ້າງບັນດາຂັ້ນ.

ເອື້ອຍ ຟຸ່ງທິແຫ໋ງ (ພາບ: VGP)

“ຂ້າພະເຈົ້າຍາມໃດກໍ່ຄິດວ່າ ຕົນເອງຕ້ອງສັງເກດ ແລະ ຮ່ຳຮຽນທຸກມື້, ເຮັດແນວໃດເພື່ອໃຫ້ສີມືດີກວ່າ, ເຮັດວຽກວ່ອງໄວກວ່າ. ຂັ້ນຕອນໃດມີຜູ້ເຮັດເກັ່ງ, ເຮັດດີກວ່າ ຂ້າພະເຈົ້າເຮັດຕາມ, ຖອດຖອນບົດຮຽນ. ຈາກຊຸມມື້ທຳອິດຜະລິດອອກໄດ້  200 - 300 ຜະລິດຕະພັນໃນຂັ້ນຕອນທີ່ຂ້າພະເຈົ້າປະຕິບັດ, ຫລັງຈາກນັ້ນ 1 ປີ ຂ້າພະເຈົ້າແມ່ນຜູ້ນຳຫນ້າຫົວຫນ່ວຍ ດ້ວຍສະມັດຕະພາບແມ່ນ 1.400 ຜະລິດຕະພັນ/ມື້, ບັນລຸ 150% ເມື່ອທຽບໃສ່ເພື່ອນຮ່ວມງານ”.

ສ່ວນຢູ່ ບໍລິສັດກົນຈັກ ດ໋າຍຢູງ, ກຳມະກອນ ຟ້າມເຈື່ອງຢາງ ໄດ້ຮູ້ຈັກເຖິງໂດຍແມ່ນໄວຫນຸ່ມທີ່ມີຄວາມເມົາມົວປະດິດຄິດສ້າງ. ຈາກບັນດາວັດຖຸທີ່ບໍ່ໄດ້ໃຊ້ໃນໂຮງຈັກ, ອ້າຍ ຢາງ ເອົາມາປະກອບຕິດຕັ້ງເປັນເຄື່ອງຈັກໃຫມ່, ທັນສະໄຫມ, ຫລຸດຜ່ອນກຳລັງເຫື່ອແຮງໃນການອອກແຮງງານ ແລະ ເພີ່ມສະມັດຕະພາບ.

      “ຂ້າພະເຈົ້າເຫັນວ່າ ຜະລິດຕະພັນແມ່ນເຮັດຍາກ, ອ້າຍນ້ອງໃນຫນ່ວຍງານເຮັດວຽກແບບຫຍຸ້ງຍາກທີ່ສຸດ ແຕ່ຜະລິດບໍ່ໄດ້ຜະລິດຕະພັນຫລາຍປານໃດ ແລະ ບໍ່ບັນລຸຄຸນນະພາບທີ່ວາງອອກ ສະນັ້ນ ຂ້າພະເຈົ້າໄດ້ມີຄວາມຄິດວ່າຈະປະດິດສ້າງໃຫ້ໄດ້ເຄື່ອງຈອດແບບເຄິ່ງອັດຕະໂນມັດ. ແທນທີ່ເຮັດດ້ວຍມື, ມື້ຫນຶ່ງ, 4 ຄົນເຮັດໄດ້ 250 ຜະລິດຕະພັນ, ເມື່ອປະກອບເປັນເຄື່ອງຈັກນີ້ ພຽງແຕ່ຕ້ອງການກຳມະກອນຜູ້ຫນຶ່ງ ເຮັດວຽກໃນເວລາ 8 ຊົ່ວໂມງກໍ່ເຮັດໄດ້ 450 ຜະລິດຕະພັນແລ້ວ”.

ກຳມະກອນ ຟ້າມເຈື່ອງຢາງ  (ພາບ: nld.com.vn)

ເອື້ອຍແຫ໋ງ ແລະ ອ້າຍຢາງ ແມ່ນ 2 ໃນຈຳນວນຫລາຍແບບຢ່າງກຳມະກອນທີ່ມີຫົວຄິດປະດິດສ້າງຢູ່ບັນດາໂຮງຈັກ, ໂຮງງານໃນທົ່ວປະເທດ. ເຂົາເຈົ້າໄດ້ພິສູດໃຫ້ເຫັນວ່າ ກຳມະກອນ ຫວຽດນາມ ປະຈຸບັນ ຍາມໃດກໍ່ຮ່ຳຮຽນ, ຝືກຝົນຫລໍ່ຫລອມຕົນເອງຢ່າງບໍ່ຢຸດຢັ້ງເພື່ອບືນຕົວຂຶ້ນໃຫ້ກາຍເປັນຜູ້ມີຄວາມເປັນເຈົ້າການຕໍ່ຍຸກປະຈຸບັນ, ກາຍເປັນບັນດາຜູ້ເປັນເຈົ້າຂອງວິທະຍາສາດ - ເຕັກໂນໂລຊີ, ດັດປັບເຕັກນິກ, ຜູ້ສະເຫນີຂໍ້ລິເລິ່ມ.

ຜັນຂະຫຍາຍບັນດາໂຄງການຍົກສູງລະດັບຄວາມຮູ້ໃຫ້ແກ່ກຳມະກອນ

ພັກກອມມູນິດ ຫວຽດນາມ ໄດ້ຢັ້ງຢືນ ຊົນຊັ້ນກຳມະກອນ ຫວຽດນາມ ແມ່ນ “ກຳລັງນຳຫນ້າໃນພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມ ເພື່ອເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມຍຸຕິທຳ, ປະຊາທິປະໄຕ, ສີວິໄລ”. ທ່ານຮອງສາດສະດາຈານ, ປອ ຫງວຽນອານນິງ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ຖືວ່າ:

  “ຊົນຊັ້ນກຳມະກອນ ຕ້ອງບືນຕົວຂຶ້ນດ້ວຍຈິດໃຈຄວາມຮັບຜິດຊອບ, ດ້ວຍພາລະກຳຕໍ່ພັກ, ຕໍ່ປະເທດຊາດ. ແລະສິ່ງສຳຄັນນັ້ນແມ່ນ ຮັກສາ ແລະ ເສີມຂະຫຍາຍທາດແທ້ຊົນຊັ້ນກຳມະກອນຂອງພັກ. ນັ້ນແມ່ນບັນຫາຫລັກ. ເມື່ອໃດທາດແທ້ນັ້ນໄດ້ຮັບການຮັກສາໄວ້, ໄດ້ຮັບການເສີມຂະຫຍາຍ, ຊົນຊົ້ນກຳມະກອນກໍ່ຈະພັດທະນາ ແລະ ການກຳນົດທິດສັງຄົມນິຍົມຂອງ ຫວຽດນາມ ນັບມື້ນັບຈະແຈ້ງ”.

 ເພື່ອຕອບສະຫນອງຄວາມຮຽກຮ້ອງຂອງຍຸກສະໄຫມ, ໄລຍະປະຈຸບັນ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ພວມຜັນຂະຫຍາຍບັນດາໂຄງການຍົກສູງລະດັບຄວາມຮູ້ໃຫ້ແກ່ກຳມະກອນ. ໃນແຜນການບຳລຸງສ້າງພະນັກງານປີ 2025, ມີສຳມະນາກອນກວ່າ 12.000 ເທື່ອຄົນໄດ້ເຂົ້າຮ່ວມບັນດາຊຸດບຳລຸງສ້າງດ້ານທັກສະ, ທິດສະດີ, ພາສາຕ່າງປະເທດ, ກົດໝາຍ, ການເງິນ... ໂຄງການເພື່ອແນໃສ່ຍົກສູງທັກສະຮອບດ້ານໃຫ້ແກ່ກຳມະກອນ, ເພື່ອໃຫ້ເຂົາເຈົ້າບໍ່ພຽງແຕ່ເກັ່ງໃນອາຊີບເທົ່ານັ້ນ ຫາກຍັງມີຄວາມເຂົ້າໃຈກ່ຽວກັບກົດໝາຍ, ມີທັກສະໃນການດຳລົງຊີວິດ, ສາມາດເປັນເຈົ້າໃນຊີວິດຂອງຕົນອີກດ້ວຍ.

ສະພາບຕົວຈິງປະຈຸບັນສະແດງໃຫ້ເຫັນວ່າ ກຳລັງແຮງງານຍຸກສະໄຫມໃຫມ່ຢູ່ ຫວຽດນາມ ພວມນັບມື້ນັບມີຄວາມເປັນເຈົ້າການກວ່າ, ພ້ອມແລ້ວທີ່ຈະຝືກຝົນຫລໍ່ຫລອມ ແລະ ຮ່ຳຮຽນບັນດາຄວາມຮູ້, ທັກສະໃຫມ່ໃນການອອກແຮງງານ, ການຜະລິດ. ພ້ອມກັນນັ້ນ ເຂົາເຈົ້າຍັງມີຄວາມຄາດຫວັງໃຫຍ່ກວ່າ ເພື່ອປະກອບສ່ວນເຂົ້າໃນການເຕີບໃຫຍ່ຂອງອົງການ, ຫົວຫນ່ວຍ, ວິສາຫະກິດກໍ່ຄືວິວັດທະນາການພັດທະນາຂອງປະເທດຊາດໃນສັງກາດໃຫມ່.

HET

TAG
VOV/VOVworld/ກຳ​ມະ​ກອນ/ແຮງ​ງານ/ພູມ​ປັນ​ຍາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ