ສື່ມວນຊົນໃນວິວັດການ “ສັງກາດບຸກບືນ (ພາບປະກອບ: VOV) |
ສື່ມວນຊົນແມ່ນພື້ນຖານທີ່ຈຳເປັນຂອງພື້ນຖານປະຊາທິປະໄຕ, ລັກສະນະຈະແຈ້ງ ແລະ ຄວາມຮັບຜິດຊອບອະພິປາຍ. ຢູ່ ຫວຽດນາມ, ໃນວິວັດການເຊື່ອມໂຍງເຂົ້າກັບສາກົນ, ຄວາມສຳຄັນຂອງເລື່ອງຊຸກຍູ້ຄວາມຫຼາກຫຼາຍຂອງບັນດາສຽງເວົ້າ ແລະ ຊຸກຍູ້ສິດສຳຜັດກັບຂໍ້ມູນຂ່າວສານ ນັບມື້ນັບໄດ້ຮັບການຖືເປັນສຳຄັນ.
ພື້ນຖານໂຄງລ່າງສ້າງເງື່ອນໄຂສະດວກໃນການສຳຜັດ, ເປີດກ້ວາງຂໍ້ມູນຂ່າວສານ
ນັບແຕ່ໄດ້ເຊື່ອມຕໍ່ຢ່າງເປັນທາງການເມື່ອປີ 1997, ເຄືອຄ່າຍອິນເຕີເນັດ ໄດ້ກາຍເປັນພາຫະນະທີ່ມີປະໂຫຍດເພື່ອໃຫ້ ປຊຊ ເປີດກ້ວາງສິດສຳຜັດກັບຂໍ້ມູນຂ່າວ, ສ້າງເງື່ອນໄຂສະດວກໃຫ້ພາຫະນະຖະແຫຼງຂ່າວ ສວມບົດບາດໃນບັນດາບັນຫາເສດຖະກິດ, ສັງຄົມຂອງປະເທດຊາດ. ທ່ານ ລຶວຫວຸ້ຫາຍ ອະດີດຫົວໜ້າກົມກະຈາຍສຽງໂທລະພາບ ແລະ ສື່ສານເອເລັກໂຕນິກ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຖືວ່າ:
ຢູ່ຫວຽດນາມ, ປຊຊ ສາມາດເຂົ້ານຳໃຊ້ອິນເຕີເນັດຢ່າງສະດວກ, ມີຄວາມເສລີ ແລະ ຄ່າໃຊ້ຈ່າຍຕ່ຳ. ສີ່ງນີ້ຈະບໍ່ເຫັນໄດ້ງ່າຍຢູ່ປະເທດອື່ນໆໃນໂລກ. ຫວຽດນາມ ແມ່ນປະເທດມີອັດຕາສ່ວນການເຕີບໂຕອິນເຕີເນັດໄວກ່ວາໝູ່ໃນພາກພື້ນ ແລະ ນອນໃນ top ບັນດາປະເທດມີອັດຕາສ່ວນການເຕີບໂຕສູງທີ່ສຸດໃນໂລກ. ສິ່ງນັ້ນສະແດງໃຫ້ເຫັນປະສິດທິຜົນຂອງນະໂຍບາຍຊຸກຍູ້ການພັດທະນາອິນເຕີເນັດຢູ່ ຫວຽດນາມ.
ປະຈຸບັນ, ນອກຈາກພື້ນຖານເຄືອຄ່າຍອິນເຕີເນັດ, ບັນດາອົງການສື່ມວນຊົນ ຫວຽດນາມ ຍັງໄດ້ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ໝູນໃຊ້ບັນດາເຕັກໂນໂລຊີດີຈີຕອນ, ສ້າງບັນດາຊ່ອງສື່ມວນຊົນຂອງຕົນໃນບັນດາພື້ນຖານທາງອິນເຕີເນັດຄື: Facebook, Youtube, Tiktok… ທ່ານ ຫງວຽນດຶກເລີ້ຍ, ຮອງປະທານຜູ້ປະຈຳການສະມາຄົມນັກຂ່າວ ຫວຽດນາມ ຖືວ່າ:
ໃນຍຸກສະໄໝເຕັກໂນໂລຊີດີຈີຕອນ, ສື່ມວນຊົນເປັນເຈົ້າການໃນການຫັນເປັນດີຈີຕອນ, ປ່ຽນໃໝ່ວິທີການເຄື່ອນໄຫວ ເພື່ອໄປທັນກັບທ່າອ່ຽງຖະແຫຼງຂ່າວທັນສະໄໝ. ບັນດາອົງການສື່ມວນຊົນຕ້ອງລົງທຶນຢ່າງແຮງເຂົ້າໃນຂົງເຂດເຕັກໂນໂລຊີ, ໝູນໃຊ້ປັນຍາປະດິດ (AI), ຂໍ້ມູນໃຫ່ຍ (Big Data) ເພື່ອຍົກສູງຄຸນນະພາບຂໍ້ມູນຂ່າວສານ ພ້ອມທັງຢັ້ງຢືນບົດບາດແມ່ນແຫຼ່ງຂ່າວທາງການ, ຕໍ່ສູ້ກັບບັນດາແຫຼ່ງຂ່າວ, ຖ້ອຍທຳນອງ ຜິດເຂວໃນທາງເຄືອຄ່າຍອິນເຕີເນັດ.
ໄປຄຽງຄູ່ກັນນັ້ນ, ລັດກໍ່ໄດ້ລົງທຶນໃຫ້ແກ່ບັນດາອົງການສື່ມວນຊົນໃຫ່ຍ ເພື່ອນັບມື້ນັບຫັນເປັນທັນສະໄໝ, ແນໃສ່ປະຕິບັດພາລະໜ້າທີ່ຂອງສື່ມວນຊົນປະຕິວັດ ຫວຽດນາມ ໃນສະພາບການໃໝ່ໃຫ້ນັບມື້ນັບດີກ່ວາ, ປະກອບສ່ວນສ້າງການພັດທະນາໃໝ່, ລະດົມກຳລັງໃຈ, ສ້າງຂະບວນແຂ່ງຂັນປະດິດຄິດສ້າງ, ຕໍ່ສູ້ກັບບັນດາຮົ້ວກີດຂວາງ, ສ້າງພື້ນຖານອັນໜັກແໜ້ນເພື່ອນຳປະເທດຊາດກ້າວເຂົ້າສູ່ສັງກາດພັດທະນາໃໝ່. ທີ່ພິທີມອບລາງວັນຄ້ອນຕີຄຳຄັ້ງທີ 9 ຈັດຂຶ້ນເມື່ອເດືອນກຸມພາ ປີ 2025, ທ່ານເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ຢືນຢັນວ່າ:
ສື່ມວນຊົນໄດ້ເຮັດດີບົດບາດປຸກລຸກນ້ຳໃຈປ່ຽນແປງໃໝ່ ແລະ ຄວາມຮັບຜິດຊອບສັງຄົມໃນ ປຊຊ ທຸກຊັ້ນຄົນ, ໄດ້ເຊື່ອມຕົວເຂົ້າກັບພຶດຕິກຳຕົວຈິງຢ່າງແທ້ຈິງ. ພ້ອມກັນນັ້ນ, ສື່ມວນຊົນຍັງໄດ້ຕັ້ງໜ້າເຈາະຈີ້ມ, ສະເໜີບັນດາມາດຕະການທີ່ແທດຈິງ, ຊຸກຍູ້ການພັດທະນາ, ບັນດາຄວາມມານະພະຍາຍາມ, ຕັດສິນໃຈແກ້ໄຂ “ບັນດາຂໍ້ຕິດຂັດ” ທີ່ພວມກີດຂວາງການພັດທະນາຂອງປະເທດຊາດ.
ສ້າງກອບນິຕິກຳທີ່ສະດວກໃຫ້ແກ່ຄວາມເສລີພາບຂອງສື່ມວນຊົນ
ເພື່ອສ້າງສະພາບແວດລ້ອມທີ່ອຳນວຍຄວາມສະດວກໃຫ້ແກ່ຄວາມເສລີຂອງສື່ມວນຊົນ, ຫວຽດນາມ ພວມປັບປຸງກອບນິຕິກຳ. ຄາດວ່າ ກົດໝາຍວ່າດ້ວຍສື່ມວນຊົນສະບັບປັບປຸງ ຈະຍື່ນສະເໜີຕໍ່ສະພາແຫ່ງຊາດ ທີ່ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໃນເດືອນພຶດສະພາ ທີ່ຈະມາເຖິງນີ້, ດ້ວຍຫຼາຍຂໍ້ກຳນົດໃໝ່ ຮັບປະກັນຄວາມສະດວກລຸລ່ວງ ເພື່ອໃຫ້ບັນດາອົງການສື່ມວນຊົນພັດທະນາ, ພິເສດ ແມ່ນໄດ້ສົ່ງເສີມການພັດທະນາຫຼາຍພື້ນຖານ, ຫຼາຍການບໍລິການ ແລະ ຊຸກຍູ້ເສດຖະກິດສື່ມວນຊົນ. ພ້ອມທັງໄດ້ເປີດໂອກາດການພັດທະນາໃໝ່ ແລະ ນຳສື່ມວນຊົນກາຍເປັນຂົວຕໍ່ລະຫວ່າງພັກ, ລັດ ແລະ ປຊຊ ຢ່າງແທ້ຈິງ. ຄືກັບຄຳຢືນຢັນຂອງທ່ານ ຫງວຽນຈ້ອງເຫງັ້ຍ ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ທີ່ວ່າ:
ບໍ່ມີກຳລັງແຮງໃດເທົ່າກັບກຳລັງແຮງຂອງສື່ມວນຊົນ, ບໍ່ມີກຳລັງແຮງໃດເທົ່າກັບກຳລັງແຮງໝູນໃຊ້ເຕັກໂນໂລຊີ 4.0, ອິນເຕີເນັດ, ສື່ສັງຄົມອອນລາຍ… ເພື່ອຊຸກຍູ້ບັນດາຄາດໝາຍ, ເປົ້າໝາຍເສດຖະກິດສັງຄົມ, ຕັດສິນໃຈເຮັດນ້ຳໃຈມະຫາສາມັກຄີ, ຮັກຊາດ, ປຸກລຸກເຈດຈຳນົງກຳລັງແຮງຂອງຊາວ ຫວຽດນາມ ໃຫ້ເປັນຢ່າງດີ.
ໃນສັງກາດດີຈີຕອນ, ຂໍ້ມູນຂ່າວສານແມ່ນຊັບສົມບັດຍຸດທະສາດ. ດ້ວຍຄວາມມານະພະຍາຍາມຊື່ງ ຫວຽດນາມ ພວມປະຕິບັດນັ້ນ, ສື່ມວນຊົນພວມໄດ້ປະກອບສ່ວນຮັກສາຄຸນຄ່າທີ່ແທ້ຈິງ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ສ້າງສະພາບແວດລ້ອມດຳເນີນທຸລະກິດທີ່ເປັນປົກກະຕິ, ພ້ອມກັບປະເທດຊາດກ້າວເຂົ້າສູ່ສັງກາດພັດທະນາໃໝ່, ດ້ວຍບັນດາການປະຕິຮູບຮອບດ້ານ, ຫັນເປົ້າໝາຍກາຍເປັນປະເທດພັດທະນາໃນກາງສັດຕະວັດທີ XXI ໃຫ້ປະກົດຜົນເປັນຈິງ. ພິເສດ, ສື່ມວນຊົນໄດ້ປະກອບສ່ວນຢັ້ງຢືນທີ່ຕັ້ງ ຫວຽດນາມ ແມ່ນປະເທດທີ່ມີຈິນຕະນາການກ້າວໜ້າໃນເວທີສາກົນ./.




