(VOVWORLD) - ການກຳເນີດຂອງພັກກອມມູນິດ ຫວຽດນາມ ໃນວັນທີ 03 ກຸມພາ ປີ 1930 ກ່ອນນີ້ 96 ປີ ບໍ່ພຽງແຕ່ແມ່ນເຫດການການເມືອງສຳຄັນເທົ່ານັ້ນ, ຫາກຍັງແມ່ນບາດລ້ຽວປະຫວັດສາດທີ່ມີລັກສະນະຕັດສິນຕໍ່ພາລະກຳຂອງຊາດ. 96 ປີຜ່ານມາ, ພັກຍາມໃດກໍສວມບົດບາດນຳພາ, ນຳພາລະກຳປະຕິວັດຂອງຊາດ ຫວຽດນາມ ຍາດໄດ້ຫຼາຍຜົນງານໃຫຍ່, ມີຄວາມໝາຍປະຫວັດສາດ, ປະເທດຊາດມີເອກະລາດ, ສັນຕິພາບ, ເສລີພາບ; ປະຕິບັດການປ່ຽນແປງໃໝ່, ເຊື່ອມໂຍງ, ນັບມື້ນັບພັດທະນາ.