logo

ຍຸດທະສາດປ້ອງກັນຊາດໃໝ່ຂອງ ອາເມລິກາ: ຫັນປ່ຽນຈຸດສຸມເພື່ອຄວາມເປັນລະບຽບຮຽບຮ້ອຍໃໝ່

2026/1/27 | 08:42:38
(VOVWORLD) - ຍຸດທະສາດປ້ອງກັນຊາດແຫ່ງຊາດ ອາເມລິກາ 2026 ໄດ້ເນັ້ນໜັກເຖິງການຄວບຄຸມຊາຍແດນ, ປາບປາມການເຂົ້າເມືອງຢ່າງຜິດກົດໝາຍ ແລະ ອາດຊະຍາກຳຢາເສບຕິດ ແມ່ນບັນດາໜ້າທີ່ປ້ອງກັນຄວາມສະຫົງບຢ່າງຮີບດ່ວນ.

        ວັນທີ 24 ມັງກອນ, ທຳນຽບ 5 ແຈໄດ້ປະກາດຍຸດທະສາດປ້ອງກັນຊາດແຫ່ງຊາດ 2026. ນີ້ແມ່ນເອກະສານຍຸດທະສາດສະບັບທີ 2 ເຊິ່ງອົງການປົກຄອງຂອງທ່ານ Donald Trump, ປະທານາທິບໍດີ ອາເມລິກາ ຍົກອອກມາ ໃນໄລຍະບໍ່ຮອດ 2 ເດືອນ, ສ່ອງແສງໃຫ້ຫັນການດັດປັບຢ່າງເລິກເຊິ່ງໃນຈິນຕະນາການປ້ອງກັນຄວາມສະຫງົບຂອງ ອາເມລິກາ, ດ້ວຍຈຸດສຸມແມ່ນເພື່ອຜົນປະໂຫຍດຂອງ ອາເມລິກາ ເອງ, ພິເສດແມ່ນຢູ່ຊິກໂລກຕາເວັນຕົກ, ແລະ ການສ້າງຄວາມເປັນລະບຽບຮຽບຮ້ອຍໃໝ່ເທື່ອລະກ້າວຂອງໂລກ.

        ຍຸດທະສາດປ້ອງກັນຊາດແຫ່ງຊາດ ອາເມລິກາ 2026 ແມ່ນຍຸດທະສາດປ້ອງກັນຊາດສະບັບທຳອິດເຊິ່ງ ອາເມລິກາ ອັບເດັດນັບແຕ່ປີ 2022. ນີ້ກໍ່ແມ່ນເອກະສານທີ່ຂີດໝາຍເລື່ອງອຳນາດການປົກຄອງຂອງທ່ານ Donald Trump ນຳໃຊ້ຊື່ທີ່ວ່າ “ກະຊວງສົງຄາມ” ແທນໃຫ້ກະຊວງປ້ອງກັນປະເທດ ຢ່າງເປັນທາງການ, ແມ່ນບາດລ້ຽວດ້ານຈິນຕະນາການປ້ອງກັນຄວາມສະຫງົບຂອງ ອາເມລິກາ ໃນໄລຍະປະຈຸບັນ.

ກ້າວໄປເຖິງຄວາມເປັນລະບຽບຮຽບຮ້ອຍໃໝ່

        ຍຸດທະສາດປ້ອງກັນຊາດແຫ່ງຊາດ ອາເມລິກາ 2026 ໄດ້ເນັ້ນໜັກເຖິງການຄວບຄຸມຊາຍແດນ, ປາບປາມການເຂົ້າເມືອງຢ່າງຜິດກົດໝາຍ ແລະ ອາດຊະຍາກຳຢາເສບຕິດ ແມ່ນບັນດາໜ້າທີ່ປ້ອງກັນຄວາມສະຫົງບຢ່າງຮີບດ່ວນ. ທຳນຽບ 5 ແຈກໍ່ປະກາດແຜນການຜັນຂະຫຍາຍລະບົບລູກສອນໄຟປ້ອງກັນ Golden Dome, ພ້ອມກັບບັນດາເຕັກໂນໂລຊີຕ້ານເຄື່ອງບິນບໍ່ມີຄົນຂັບ ເພື່ອປົກປັກຮັກສາເຂດນ່ານຟ້າຂອງຕົນ. ສິ່ງສຳຄັນທີ 2 ໃນຍຸດທະສາດນັ້ນແມ່ນ ອາເມລິກາ ກຳນົດຈຸດສຸມປ້ອງກັນຄວາມສະຫງົບແມ່ນຫັນຈາກບັນດາການປະທະກັນຢູ່ເຂດຫ່າງໄກ ມາຢູ່ຊິກໂລກຕາເວັນຕົກ. ບັນດາບໍລິເວນຍຸດທະສາດ, ຄື: Greenland, ຄອງເໝືອງ Panama ແລະ ເຂດອ່າວ ເມັກຊີໂກ (ຝ່າຍ ອາເມລິກາ ເອີນວ່າ “ອ່າວ ອາເລິກາ”) ເຊິ່ງໄດ້ຮັບການກຳນົດວ່າແມ່ນຜົນປະໂຫຍດເປັນຕາຍ, ແຫ່ງທີ່ ອາເມລິກາ ຈະບໍ່ຍອມຮັບການແຊກແຊງ ຫຼື ສິ່ງທ້າທາຍໃດໆຈາກພາຍນອກ.

        ການຫັນປ່ຽນຈຸດສຸມນີ້ມີຄວາມໝາຍດ່ຽວກັບເລື່ອງອາເມລິກາ ບໍ່ຖື ຈີນ ແມ່ນບຸລິມະສິດແຖວໜ້າທີ່ຕ້ອງເອົາໃຈໃສ່ເຖິງການປ້ອງກັນຄວາມສະຫງົບອີກຄືດັ່ງລະບຸໄວ້ໃນຍຸດທະສາດເກົ່າຢູ່. ຕາມວົງການນັກສັງເກດການແລ້ວ, ບັນດາການປ່ຽນແປງຍຸດທະສາດນີ້ຊີ້ໃຫ້ເຫັນວ່າ ອາເມລິກາ ພວມສ້າງວິທີເຂົ້າເຖິງໃໝ່ໃຫ້ແກ່ຄວາມເປັນລະບຽບຮຽບຮ້ອຍໂລກ ເຊິ່ງ ອາເມລິກາ ຖືວ່າມັນບໍ່ເໝາະສົມອີກ. ທ່ານສາດສະດາຈານປະຫວັດສາດ ແລະ ສື່ສານ Nolan Higdon, ມະຫາວິທະຍາໄລ Santa Cruz, ລັດ California (ອາເມລິກາ), ໃຫ້ຂໍ້ສັງເກດວ່າ:

        ຖ້າສັງເກດທຸກເຫດການ, ພິເສດແມ່ນບັນດາຄຳກ່າວປາໄສ ແລະ ການກະທຳຂອງທ່ານ Donald Trump ໃນປີຜ່ານມາ, ສາມາດເຫັນໄດ້ວ່າ ເບິ່ງຄືວ່າ ປະເທດ ອາເມລິກາ ພວມຂຽນຄຳມ້ວນທ້າຍໃຫ້ແກ່ຄວາມເປັນລະບຽບຮຽບຮ້ອຍໂລກພາຍຫຼັງສົງຄາມໂລກຄັ້ງທີ 2. ຄຳຖາມໃນປະຈຸບັນແມ່ນ ສິ່ງໃດຈະປະກົດຕໍ່ໄປ? ເບິ່ງຄືວ່າປະຊາຄົມໂລກພວມກ້າວໄປເຖິງໄລຍະທີ່ໂລກແມ່ນແຫ່ງແບ່ງປັນບັນດາເຂດທີ່ຖືກຜົນສະທ້ອນລະຫວ່າງ ເອີລົບ, ອາເມລິກາ, ລັດເຊຍ ແລະ ຈີນ”.

        ຍຸດທະສາດປ້ອງກັນຊາດ 2026 ຖືພື້ນຖານອຸດສາຫະກຳປ້ອງກັນປະເທດແມ່ນເສົາຄ້ຳຫຼັກໃນການປະຕິບັດບັນດາບຸລິມະສິດປ້ອງກັນຄວາມສະຫງົບໃໝ່. ຕາມນັ້ນແລ້ວ, ອາເມລິກາ ຈະ “ປຸກລະດົມອຸດສາຫະກຳ”, ນຳເອົາຕ່ອງໂສ້ການຜະລິດດ້ານປ້ອງກັນຊາດກັບເມືອປະເທດ, ນຳໃຊ້ປັນຍາປະດິດ (AI) ແລະ ຫຼຸດຜ່ອນຮົ້ວກີດຂວາງດ້ານການບໍລິຫານ.

ການຄັດເລືອກໃດໃຫ້ແກ່ສຳພັນທະມິດ

        ໂດຍໄດ້ຮັບການປະກາດພາຍຫຼັງເຫດການ ເວເນຊູເອລາ ພຽງ 3 ອາທິດ, ຍຸດທະສາດປ້ອງກັນຊາດໃໝ່ຂອງ ອາເມລິກາ ພ້ອມກັບຍຸດທະສາດປ້ອງກັນຄວາມສະຫງົບແຫ່ງຊາດກ່ອນນັ້ນ, ແມ່ນຄຳຢືນຢັນກ່ຽວກັບເລື່ອງ ອາເມລິກາ ໃນສະໄໝປະທານາທິບໍດີ Donald Trump ຈະເດັດດຽວປະຕິບັດໂຄງການດຳເນີນງານ “ປະເທດ ອາເມລິກາ ເໜືອກວ່າສິ່ງໃດໝົດ”, ໂດຍບໍ່ຫົວຊາຕໍ່ການສົ່ງຜົນສະທ້ອນເຖິງສຳພັນທະມິດ. ໃນເອກະສານສະບັບໃໝ່, ອາເມລິກາ ຮຽກຮ້ອງໃຫ້ບັນດາປະເທດສຳພັນທະມິດແບກຫາບຄວາມໜັກໜ່ວງດ້ວຍວິທີໃຊ້ຈ່າຍ 5% ຍອດຜະລິດຕະພັນພາຍໃນ (GDP) ໃຫ້ແກ່ການປ້ອງກັນຊາດ, ເຖິງວ່າຄຳໝັ້ນສັນຍາພຽງແຕ່ແມ່ນການໜູນຊ່ວຍ “ສຳຄັນແຕ່ຖືກຈຳກັດ” ຈາກ ວໍຊິງຕັນ. ທ່ານ Mark Rutte, ເລຂາທິການໃຫຍ່ ນາໂຕ, ຍອມຮັບວ່າ:

        ສຳລັບ ເອີລົບ, ຖ້າຢາກມີການກະທຳດ້ວຍຕົນເອງ, ແລະ ສຳລັບຜູ້ໃດພວມຮຽກຮ້ອງສິ່ງນັ້ນ, ແມ່ນຕ້ອງລືມການເພີ່ມງົບປະມານປ້ອງກັນຊາດ 5% ໄປ. ຕົວເລກນີ້ຕ້ອງແມ່ນ 10%. ເອີລົບ ກໍ່ຈະຕ້ອງສ້າງຄວາມສາມາດດ້ານນິວເຄຼຍສະເພາະໃຫ້ແກ່ຕົນ ແລະ ສິ່ງດັ່ງກ່າວຕ້ອງເສຍເງິນນັບຕື້ເອີໂລ. ໃນແຜນການນັ້ນເອງ, ເອີລົບ ກໍ່ຈະບໍ່ໄດ້ຮັບປະກັນ ຄວາມເສລີສຸດທ້າຍຂອງຕົນ, ນັ້ນແມ່ນນິວເຄຼຍຂອງ ອາເມລິກາ”.

        ເພື່ອຮັບມືກັບການປ່ຽນແປງຢ່າງໃຫຍ່ຫຼວງຈາກ ວໍຊິງຕັນ, ບັນດາສະມາຊິກທີ່ຍັງເຫຼືອໃນ ນາໂຕ ພວມຮີບເຮັ່ງສ້າງບັນດາຍຸດທະສາດໃໝ່. ສຳລັບບັນດາສຳພັນທະມິດອື່ນຂອງ ອາເມລິກາ ຢູ່ໃນໂລກ, ຍຸດທະສາດປ້ອງກັນຊາດໃໝ່ຂອງ ອາເມລິກາ ກໍ່ພວມວາງອອກຄວາມຮຽກຮ້ອງບັນດາປະເທດນີ້ຕ້ອງດັດປັບຍຸດທະສາດ. ຢູ່ ອາຊີ, ເລື່ອງ ອາເມລິກາ ຕີລາຄາວ່າ ປະຈຸບັນ ສ.ເກົາຫຼີ ມີຄວາມສາມາດຢ່າງພຽງພໍເພື່ອຮັກສາບົດບາດຕົ້ນຕໍໃນບັນຫາປອດນິວເຄຼຍໃນແຫຼມເກົາຫຼີ ມີຄວາມໝາຍດ່ຽວກັບເລື່ອງ ເຊີອູນຈະຕ້ອງກຸ້ມຕົນເອງ ດ້ານປ້ອງກັນຊາດ, ນັບທັງທາງດ້ານການເງິນ ແລະ ເຕັກໂນໂລຢີຫຼາຍກວ່າ.

TAG
VOV/VOVworld/ສຳ​ພັນ​ທະ​ມິດ/​ແບກ​ຫາບ/ໜັກ​ໜ່ວງ​/​ໃຊ້​ຈ່າຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ