logo

ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ຊ່ວງ​ເສັງ​ຫັນ​ຄູ່​ຮ່ວມ​ມື​ເປັນຫຼາຍ​ຮູບຫຼາຍ​ແບບ​ເພື່ອ​ຮັບ​ມື​ກັບ​ສະ​ພາບ​ການ​ຂາດ​ສະ​ຖຽນ​ລະ​ພາບ

2026/1/30 | 09:59:59

(VOVWORLD) - ວັນທີ 27 ມັງກອນ, ສະຫະພາບເອີລົບ (EU) ແລະ ອິນເດຍ ໄດ້ຮັບຮອງເອົາສັນຍາການຄ້າເສລີ (FTA) ທີ່ໄດ້ຮັບການຕີລາຄາວ່າແມ່ນຄັ້ງປະຫວັດສາດ. ນີ້ແມ່ນເຫດການຫຼ້າສຸດສະແດງໃຫ້ເຫັນບັນດາພື້ນຖານເສດຖະກິດໃຫຍ່ໃນໂລກ ພວມແຂ່ງຂັນກັນຫັນຄູ່ຮ່ວມມືເສດຖະກິດເປັນຫຼາຍຮູບແບບ, ໃນສະພາບການເສດຖະກິດ ການຄ້າທົ່ວໂລກນັບມື້ນັບຖືກຜົນກະທົບຈາກ ຄວາມເຄັ່ງຕຶງດ້ານພູມີສາດການເມືອງ ແລະ ນະໂຍບາຍທີ່ຍາກ ຈະຄາດຄະເລລ່ວງໜ້າໄດ້ຂອງປະເທດມະຫາອຳນາດຈຳນວນໜຶ່ງ.



ທ່ານປະທານ Antonio Costa ສະພາເອີລົບ, ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີລົບ ແລະ ທ່ານ Narendra Modi ນາຍົກລັດຖະມົນຕີອິນເດຍ  (ພາບ: REUTERS/Altaf Hussain)

ສັນຍາການຄ້າເສລີ (FTA) ລະຫວ່າງ EU ແລະ ອິນເດຍ ຫາກໍ່ໄດ້ຮັບຮອງເອົາພາຍຫຼັງການເຈລະຈາມາເປັນເວລາເກືອບ 20 ປີ. ກ່ອນໜ້ານັ້ນ, ຕົ້ນປີນີ້ EU ກໍ່ໄດ້ລົງນາມ FTA ກັບກຸ່ມຕະຫຼາດລວມ ອາບຟຼິກກາອາເມລິກາໃຕ້ (Mercosur). ໃນຈຸດເວລາດຽວກັນ, ການພົວພັນເສດຖະກິດ ລະຫວ່າງ ຈີນ ກັບ ການາດາ ແລະ ອັງກິດ ກໍ່ຮັບຮູ້ຄວາມຄືບໜ້າ ທີ່ເປັນໜ້າສົນໃຈຫຼາຍຢ່າງ.

ສັນຍາປະຫວັດສາດ

ໃນຖະແຫຼງການພາຍຫຼັງ EU ແລະ ອິນເດຍເຫັນດີເປັນເອກະພາບຮັບຮອງເອົາ FTA ໃນວັນທີ 27 ພະຈິກ ຢູ່ກອງປະຊຸມສຸດຍອດ ສະຫະພາບ ເອີລົບ (EU) - ອິນເດຍ ຄັ້ງທີ 16 ທີ່ໄດ້ດຳເນີນຢູ່ New Delhi (ອິນເດຍ), ທັງທ່ານນາງ Ursula von der Leyen ປະທານຄະນະກຳມະການເອີລົບ ແລະ ທ່ານປະທານສະພາເອີລົບ Antonio Costa ລ້ວນແຕ່ຖືວ່າການສິ້ນສຸດການເຈລະຈາ FTA ລະຫວ່າງ EU ແລະ ອິນເດຍ ພາຍຫຼັງເວລາເກືອບ 20 ປີແມ່ນບາດລ້ຽວສຳຄັນໃນການພົວພັນສອງຝ່າຍ ແລະ FTA ສະບັບນີ້ຈະແມ່ນ “ສັນຍາແມ່ຂອງທຸກຂໍ້ຕົກລົງ”, ເມື່ອສອງຝ່າຍພ້ອມກັນສ້າງເຂດການຄ້າເສລີ ດ້ວຍປະຊາກອນເກືອບ 2 ຕື້ຄົນ. ຂໍ້ຕົກລົງໄດ້ຮັບຄວາມຫວັງວ່າຈະຍົກລະດັບການສົ່ງອອກຂອງ EU ໄປຍັງ ອິນເດຍ ທົບ 2 ເທົ່າໃນປີ 2032, ດ້ວຍວິທີການລົບລ້າງ ຫຼື ຫຼຸດຜ່ອນພາສີນຳເຂົ້າສຳລັບຈຳນວນສິນຄ້າທີ່ກວມເອົາ 97%ວົງເງິນການຄ້າ.

ຕາມວົງການນັກສັງເກດການແລ້ວ, ໄປຄຽງຄູ່ກັບບັນດາຜົນປະໂຫຍດດ້ານເສດຖະກິດທີ່ຍາວນານ, FTA ລະຫວ່າງ EU ແລະ ອິນເດຍ ຍັງແມ່ນສານພູມີສາດການເມືອງສຳຄັນເຊິ່ງ EU ຢາກແຜ່ກະຈາຍ, ໃນສະພາບການການພົວພັນລະຫວ່າງກຸ່ມນີ້ກັບ ອາເມລິກາ, ສຳພັນທະມິດດ້ານຄວາມໝັ້ນຄົງ ແລະ ຄູ່ຮ່ວມມືທາງການຄ້າໃຫຍ່ທີ່ສຸດ ນັບມື້ນັບສັບສົນ. ທ່ານ Varg Folkman ນັກວິໄຈຢູ່ສູນນະໂຍບາຍເອີລົບ ໃຫ້ຂໍ້ສັງເກດວ່າ:

ກຳລັງໜູນໃຫຍ່ທີ່ສຸດໃນປັດຈຸບັນສຳລັບ EU ແມ່ນການຫັນບັນດາການພົວພັນທາງການຄ້າເປັນຫຼາຍຮູບແບບ, ເມື່ອອາເມລິກາ ພວມປິດປະຕູການຕະຫຼາດຂອງປະເທດນີ້ ກັບບັນດາຄູ່ຮ່ວມມືທາງການຄ້າ ແລະ EU ນັບມື້ນັບຍາກທີ່ຈະແລກປ່ຽນກັບອາເມລິກາ. ສັງເກດຕາມແງ່ມູມນີ້, ເລື່ອງເຊັນ FTA ກັບອິນເດຍ ສະແດງໃຫ້ເຫັນວ່າ EU ພວມພິຈາລະນາສະພາບການພູມີສາດການເມືອງໃນປັດຈຸບັນຢ່າງເຂັ້ມງວດ ແລະ ພະຍາຍາມມີເພື່ອນມິດ, ຄູ່ຮ່ວມມືໃໝ່ຕື່ມອີກ. ຂໍ້ຕົກລົງນີ້ສະແດງໃຫ້ເຫັນວ່າ EU ພວມກ້າວເດີນໄປທາງໜ້າ ແລະ ພິຈາລະນາສະພາບການປັດຈຸບັນຢ່າງເຂັ້ມງວດ.

ແບ່ງປັນກ່ຽວກັບທັດສະນະນີ້, ທ່ານ Reint Gropp ປະທານສະຖາບັນຄົ້ນຄ້ວາເສດຖະກິດ Halle (IWH) ຂອງເຢຍລະມັນ ຖືວ່າ:

ຂ້າພະເຈົ້າຄິດວ່ານີ້ແມ່ນບາດກ້າວສຳຄັນທີ່ໄປຖືກທິດ. ພວກເຮົາຕ້ອງປ່ຽນແປງບັນດາບັນຫາໃນການພົວພັນທາງການຄ້າກັບ ອາເມລິກາ. ອິນເດຍ ແມ່ນຕະຫຼາດໃຫຍ່ດ້ວຍປະຊາຊົນ 1,4 ຕື້ຄົນ, ພ້ອມທັງແມ່ນແຫຼ່ງສະໜອງສຳຄັນກ່ຽວກັບແຮ່ຫາຍາກ ຫຼືບັນດາວັດຖຸດິບອື່ນໆ. ນີ້ແມ່ນບາດກ້າວພິເສດ ເປັນໜ້າຊົມເຊີຍ ໃນສະພາບການທີ່ເອີລົບພວມມີບັນຫາສຳລັບບັນດາພາກພື້ນອື່ນ.

ທ່ານນາງ Kaja Kallas ຂ້າຫຼວງໃຫຍ່ຮັບຜິດຊອບດ້ານຄວາມໝັ້ນຄົງ ແລະ ນະໂຍບາຍການຕ່າງປະເທດຂອງ ສະຫະພາບເອີລົບ, ຮອງປະທານຄະນະກຳມະການເອີລົບ ແລະ ທ່ານ Subrahmanyam Jaishankar ລັດຖະມົນຕີການຕ່າງປະເທດ ອິນເດຍ ລົງນາມຂໍ້ຕົກລົງຄູ່ຮ່ວມມືຄວາມໝັ້ນຄົງ ແລະ ການປ້ອງກັນຊາດ EU - ອິນເດຍ (ພາບ: REUTERS/Altaf Hussain)

ກຳນົດທິດບັນດາການພົວພັນຄືນໃໝ່

ສະຫະພາບເອີລົບ ຫຼື ອິນເດຍບໍ່ແມ່ນບັນດາພື້ນຖານເສດຖະກິດໃຫຍ່ແຫ່ງດຽວທີ່ພວມຊ່ວງເສັງການຫັນຄູ່ຮ່ວມມືດ້ານເສດຖະກິດ - ການຄ້າເປັນຫຼາຍຮູບແບບ ໃນສະພາບການຄວາມເຄັ່ງຕຶງດ້ານພູມີສາດການເມືອງ ແລະ ຄວາມບໍ່ສະຫງົບດ້ານເສດຖະກິດໂລກເພີ່ມຂຶ້ນ. ການຫັນປ່ຽນຢ່າງຕັ້ງໜ້າໃນການພົວພັນລະຫວ່າງ ຈີນ ກັບສອງປະເທດ ແມ່ນອັງກິດ ແລະ ການາດາ ພວມດຶງດູດຄວາມສົນໃຈພິເສດ. ວັນທີ 29 ມັງກອນ, ທ່ານ Keir Starmer ກາຍເປັນນາຍົກລັດຖະມົນຕີ ຂອງອັງກິດ ຄົນທຳອິດ ທີ່ໄປຢ້ຽມຢາມ ຈີນ ໃນຮອບເວລາ 8 ປີຜ່ານມາ, ດ້ວຍເປົ້າໝາຍເບື້ອງຕົ້ນແມ່ນເລີ່ມບັນດາການເຈລະຈາກົງໄປກົງມາຄືນໃໝ່ກ່ຽວກັບທຸກຄວາມແຕກຕ່າງກັນໃນການພົວພັນສອງຝ່າຍ ແລະ ໃນໄລຍະຍາວແມ່ນສ້າງຕັ້ງການພົວພັນເສດຖະກິດ ການຄ້າທີ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທັງອັງກິດ ແລະ ຈີນ. ກ່ອນໜ້ານັ້ນ, ວັນທີ 16 ມັງກອນ, ທ່ານນາຍົກລັດຖະມົນຕີ ການາດາ, ກໍ່ໄປຢ້ຽມຢາມ ຈີນ ແລະ ບັນລຸໄດ້ຂໍ້ຕົກລົງທາງການຄ້າເບື້ອງຕົ້ນ ກັບພື້ນຖານເສດຖະກິດໃຫຍ່ອັນດັບທີ 2 ຂອງໂລກ, ພ້ອມທັງສ້າງຕັ້ງສິ່ງທີ່ນາຍົກລັດຖະມົນຕີ ການາດາຕີລາຄາວ່າແມ່ນ ການພົວພັນຄູ່ຮ່ວມມືໃຫ້ແກ່ຄວາມເປັນລະບຽບຮຽບຮ້ອຍໃໝ່.

 
ທ່ານປະທານ Antonio Costa ສະພາເອີລົບ, ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີລົບ ແລະ ທ່ານ Narendra Modi ນາຍົກລັດຖະມົນຕີອິນເດຍ ຈັດການຖະແຫຼງການຮ່ວມ (ພາບ: REUTERS/Altaf Hussain)

ຕາມທ່ານ Martin Cauchon ຮອງປະທານສະພາດຳເນີນທຸລະກິດ ການາດາ - ຈີນ (CCBC) ແລ້ວ, ການກະທຳຂອງ ການາດາໄດ້ດຳເນີນໃນສະພາບການ ການາດາ ຕ້ອງກວດກາຄືນ ສັນຍາການຄ້າເສລີ ອາບຟຼິກກາເໜືອ (NAFTA) ກັບອາເມລິກາ ແລະ ພິຈາລະນາເຖິງຫຼາຍບັນຫາທີ່ຂ້ອງຄາໃນການພົວພັນ ລະຫວ່າງ ອາເມລິກາ - ການາດາໃນປັດຈຸບັນ. ນອກຈາກນັ້ນ, ທ່ານ Carney ນາຍົກລັດຖະມົນຕີ ການາດາ ກໍ່ປະກາດຢາກເພີ່ມວົງເງິນການສົ່ງອອກຂອງການາດາຢູ່ບັນດາຕະຫຼາດນອກອາເມລິກາຂຶ້ນ ທົບ 2 ເທົ່າໃນ 10 ປີຈະມາເຖິງ. ບັນດາປັດໄຈນີ້ບັງຄັບໃຫ້ ການາດາ ຕ້ອງມຸ່ງໄປເຖິງຄູ່ຮ່ວມມືເສດຖະກິດ - ເຕັກໂນໂລຢີໃຫຍ່ຄືຈີນ. ທ່ານ Kerry Brown, ສາດສະດາຈານ ຄົ້ນຄ້ວາກ່ຽວກັບຈີນ ສັງກັດ ໂຮງຮຽນ King’s College ຢູ່ນະຄອນຫຼວງ ລອນດອນ, ອັງກິດ ໃຫ້ຂໍ້ສັງເກດວ່າ:

ປັດຈຸບັນ, ບັນດາປະເທດເອີລົບພວມຢູ່ໃນສະພາບການສັບສົນ ກ່ຽວກັບພູມີສາດການເມືອງ ຍ້ອນວ່າປະເທດ ອາເມລິກາ ບໍ່ສາມາດຄາດຄະເນໄປກ່ອນແລ້ວ ແລະ ກໍ່ບໍ່ມີຄວາມເປັນມິດຢ່າງແທ້ຈິງ. ດັ່ງນັ້ນ, ເຖິງວ່າຍັງບໍ່ແມ່ນການຫັນທິດ ແຕ່ເຂົາເຈົ້າຕ້ອງຫັນເປັນຫຼາຍຮູບແບບ ແລະ ຊອກຫາບັນດາກາລະໂອກາດໃໝ່. ເຂົາເຈົ້າກໍ່ຕ້ອງມີຄວາມເປັນເຈົ້າການດ້ານຍຸດທະສາດ. ຂ້າພະເຈົ້າຄິດວ່າເຂົາເຈົ້າໄດ້ເລີ່ມຄິດເຖິງໂລກທີ່ບໍ່ມີຄວາມສະຫງົບຢ່າງແທ້ຈິງ ໂດຍແມ່ນໂລກເຊິ່ງພື້ນຖານເສດຖະກິດແມ່ນຊັບສິນຍຸດທະສາດ ແລະ ຄວາມໝັ້ນຄົງໃຫຍ່ທີ່ສຸດ. ໃນແງ່ມູມນີ້ ຈີນ ແມ່ນປັດໄຈສຳຄັນ, ຍ້ອນຂອບຂະໜາດໃຫຍ່ຂອງພື້ນຖານເສດຖະກິດປະເທດນີ້.

ກ່ຽວກັບສະພາບການສັງລວມ, ວົງການນັກສັງເກດການຖືວ່າເລື່ອງບັນດາປະເທດກຳນົດທິດບັນດາການພົວພັນຄູ່ຮ່ວມມືເສດຖະກິດ - ການຄ້າຄືນໃໝ່ ແລະ ອາດຈະແມ່ນທັງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຈະແມ່ນທ່າອ່ຽງຄອບງຳໃຫຍ່ຂອງການພົວພັນສາກົນໃນໄລຍະຈະມາເຖິງ, ເມື່ອບັນດາຄວາມຂາດສະຖຽນລະພາບດ້ານພູມີສາດການເມືອງ ແລະ ການຄ້າທົ່ວໂລກຍັງບໍ່ມີສັນຍານຈະຫຼຸດລົງໃນໄວໆນີ້.

TAG
VOV/VOVworld/​ເສດ​ຖະ​ກິດ​/ເອີ​ລົບ/ອິ​ນ​ເດຍ/ຈີນ/ຫຼາຍ​ຮູບ​ແບບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ