ໃນ 6 ເດືອນຜ່ານມາ, ຢູ່ຕາມຖະໜົນ ຫງວຽນເຫວ້, ເມືອງ 1, ນະຄອນ ໂຮ່ຈີມິນ, ປະຊາຊົນໄດ້ລື້ງເຄີຍກັບລາຍການສະແດງສິລະປະຂອງຄົນພິການປາກກືກ,ຫູໜວກກຸ່ມໜຶ່ງ. ຮອດເວລາ 7 ໂມງຄຳ່, ບັນດາສະມາຊິກໃນກຸ່ມໄດ້ນຳເອົາລຳໂພງມາຕັ້ງຢູ່ແຫ່ງທີ່ມີຫຼາຍຄົນໄປຜ່ານ, ແລະ ສະແດງບົດເພງຕ່າງໆດ້ວຍກິລິຍາທ່າທາງທີ່ອ່ອນໂຍນ, ລະມຸ່ນລະມ່ອມ.