ຂະບວນການ "ປະຊາສຶກສາດີຈີຕອນ" ໄດ້ຮັບການແຜ່ກະຈາຍເຖິງປະຊາຊົນຢູ່ນະຄອນ ດ່າໜັງ |
ໃນຫ້ອງຮຽນທັກສະດີຈີຕອນ, ໜ່ວຍງານໜູນຊ່ວຍການຫັນເປັນດີຈີຕອນເຂດຊຸມຊົນ ຂອງໜ່ວຍຊາວໜຸ່ມຕາແສງ ຮວ່າເກື່ອງ, ນະຄອນ ດ່າໜັງ ພວມແນະນຳໃຫ້ແກ່ປະຊາຊົນກ່ຽວກັບວິທີນຳໃຊ້ການບໍລິການສາທາລະນະແບບທາງໄກ, ຊຳລະໂດຍບໍ່ນຳໃຊ້ເງິນສົດ, ຮັກສາຂໍ້ມູນລັບໃນລະບົບອິນເຕີເນັດ…
ຢູ່ນະຄອນ ດ່າໜັງ, ຂະບວນການ “ປະຊາສຶກສາດີຈີຕອນ” ພວມແຜ່ກະຈາຍຢ່າງແຮງໄປເຖິງແຕ່ລະຕາແສງໃນບໍລິເວນ. ບັນດາໜ່ວຍງານ “ປະຊາສຶກສາດີຈີຕອນ” ດ້ວຍກຳລັງແກ່ນສານແມ່ນສະມາຊິກຊາວໜຸ່ມ, ໄວໜຸ່ມ, ນັກສຶກສາ, ໄດ້ຊ່ວຍໃຫ້ປະຊາຊົນທຸກຊັ້ນວັນນະ, ໂດຍສະເພາະແມ່ນຜູ້ສູງອາຍຸ, ພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ໄດ້ເຂົ້າເຖິງ ແລະ ນຳໃຊ້ບັນດາການບໍລິການດີຈີຕອນພື້ນຖານ. ລຸງ ຫງວຽນວັນລົກ, ຢູ່ຕາແສງເຂດພູດອຍແມ່ນ້ຳ ກົນ, ນະຄອນ ດ່າໜັງ ໄດ້ແບ່ງປັນສູ່ຟັງວ່າ ຍ້ອນມີຂະບວນການ “ປະຊາສຶກສາດີຈີຕອນ”, ລຸງ ຫງວຽນວັນລົກ ຈຶ່ງຮູ້ນຳໃຊ້ບັນດາແອັບຟຼີເຄຊັນເພື່ອອ່ານໜັງສືພິມ, ໂອ້ລົມສົ່ງຂໍ້ຄວາມຫາລູກຫຼານ ແລະ ໝູ່ເພື່ອນ.
“ບັນດາສະມາຊິກຊາວໜຸ່ມ, ໄວໜຸ່ມໄດ້ມາແນະນຳກ່ຽວກັບເຕັກໂນໂລຢີດີຈີຕອນເຖິງເຮືອນ, ເຊັ່ນ: ບໍ່ນຳໃຊ້ເງິນສົດ, ອ່ານໜັງສືພິມຜ່ານອິນເຕີເນັດ… ຍ້ອນມີຂະບວນການ “ປະຊາສຶກສາດີຈີຕອນ”, ປະຊາຊົນພວກຂ້າພະເຈົ້າ ຈຶ່ງມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບເຕັກໂນໂລຢີດີຈີຕອນ, ໝູນໃຊ້ເຂົ້າໃນຊີວິດໄດ້ຢ່າງງ່າຍດາຍກວ່າເກົ່າ”.
ການແນະນຳປະຊາຊົນວິທີຊຳລະໂດຍບໍ່ນຳໃຊ້ເງິນສົດ (ພາບ: VOV) |
“ການປະຕິບັດການຫັນເປັນດີຈີຕອນໃນການຄ້າຂາຍ, ດຳເນີນທຸລະກິດມີຄວາມສະດວກຫຼາຍຢ່າງ. ປັດຈຸບັນ, ປະຊາຊົນບໍ່ຄ່ອຍຊຳລະດ້ວຍເງິນສົດພໍປານໃດ, ເຂົາເຈົ້າໄດ້ນຳໃຊ້ແອັບຟຼີເຄຊັນເພື່ອໃຫ້ການຊຳລະເງິນມີຄວາມສະດວກກວ່າຫຼາຍ. ຄະນະຊາວໜຸ່ມທ້ອງຖິ່ນໄດ້ຕັ້ງໜ້າຊ່ວຍເຫຼືອພວກຂ້າພະເຈົ້າໃນການຫັນເປັນດີຈີຕອນ ແລະ ເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານໃນຍຸກປັດຈຸບັນ”.
ເພື່ອເພີ່ມທະວີການຫັນເປັນດີຈີຕອນ ແລະ ຍົກສູງຄຸນນະພາບຮັບໃຊ້ປະຊາຊົນ, ບັນດາສະມາຊິກຊາວໜຸ່ມ, ໄວໜຸ່ມຢູ່ ດ່າໜັງ ໄດ້ມີວິທີເຮັດທີ່ດີ, ປະດິດຄິດສ້າງ, ນຳມາເຊິ່ງປະສິດທິຜົນຈະແຈ້ງທີ່ສຸດ. ຢູ່ຕາແສງ ຮວ່າວາງ, ນະຄອນ ດ່າໜັງ, ແຕ່ລະບ້ານ, ກຸ່ມບ້ານ ຖ້າມີປະຊຸມ ຫຼື ການດຳເນີນຊີວິດພັກ, ກົມກອງລວມໝູ່ຕ່າງໆນັ້ນ, ບັນດາສະມາຊິກຊາວໜຸ່ມ, ໄວໜຸ່ມ ກໍສັບຊ້ອນຄວບບັນດາເນື້ອໃນເພື່ອແນະນຳໃຫ້ພໍ່ແມ່ປະຊາຊົນນຳໃຊ້ໂທລະສັບອັດສະລິຍະ, ຈົດ
ສະມາຊິກຊາວໜຸ່ມຢູ່ຕາແສງ ຮວ່າວາງ, ນະຄອນ ດ່າໜັງ ແນະນຳວິທີນຳໃຊ້ໂທລະສັບອັດສະລິຍະ (ພາບ: VOV) |
ທະບຽນການບໍລິການສາທາລະນະແບບທາງໄກ, ຊຳລະໂດຍບໍ່ນຳໃຊ້ເງິນສົດ ຫຼື ນຳໃຊ້ບັນດາແພັດຟຼອມຕ່າງໆ ຮັບໃຊ້ຄວາມຕ້ອງການຜະລິດໃນການດຳລົງຊີວິດ. ຜ່ານນັ້ນ, ກໍຊ່ວຍໃຫ້ພໍ່ແມ່ປະຊາຊົນມີຄວາມເຂົ້າໃຈໄດ້ຢ່າງງ່າຍດາຍ ແລະ ໝູນໃຊ້ເຂົ້າໃນຕົວຈິງໄດ້ຢ່າງວ່ອງໄວກວ່າ. ທ່ານ ຫງວຽນຝຸກຸຍ, ຮອງເລຂາຊາວໜຸ່ມຕາແສງ ຮວ່າວາງ, ນະຄອນ ດ່າໜັງ, ໃຫ້ຮູ້ວ່າ:
“ວຽກງານການຫັນເປັນດີຈີຕອນ ແລະ ພິເສດແມ່ນຂະບວນການ “ປະຊາສຶກສາດີຈີຕອນ” ແມ່ນແຜນນະໂຍບາຍໃຫຍ່ຂອງພັກ ແລະ ລັດ. ໂດຍປະຕິບັດຂະບວນການນີ້, ຊາວໜຸ່ມຕາແສງ ຮວ່າວາງ ໄດ້ຜັນຂະຫຍາຍເຖິງບັນດາໜ່ວຍຊາວໜຸ່ມທີ່ຂຶ້ນກັບ. ປັດຈຸບັນນີ້ ມີ 32 ຫົວໜ່ວຍຊາວໜຸ່ມທີ່ຂຶ້ນກັບ, ແຕ່ລະຫົວໜ່ວຍຈະສ້າງຕັ້ງເປັນໜ່ວຍງານ, ທິມງານອາສາສະໝັກຂອງຕົນ ເພື່ອໜູນຊ່ວຍພໍ່ແມ່ປະຊາຊົນກ່ຽວກັບວຽກງານຫັນເປັນດີຈີຕອນ ກໍຄືຂະບວນການ “ປະຊາສຶກສາດີຈີຕອນ”.
ປັດຈຸບັນນີ້, ຢູ່ນະຄອນ ດ່າໜັງ ມີກວ່າ 3.700 ໜ່ວຍເຕັກໂນໂລຢີດີຈີຕອນຊຸມຊົນ ດ້ວຍຈຳນວນອາສາສະໝັກກວ່າ 240.000 ຄົນ, ໃນນັ້ນ ກຳລັງສະມາຊິກຊາວໜຸ່ມ, ໄວໜຸ່ມ ສວມບົດບາດເປັນແກ່ນສານ. ທ່ານ ເລກົງຮຸ່ງ, ເລຂາຊາວໜຸ່ມນະຄອນ ດ່າໜັງ, ຢັ້ງຢືນວ່າ ບັນດາໜ່ວຍງານຊາວໜຸ່ມປະຈັນບານ “ປະຊາສຶກສາດີຈີຕອນ” ໄດ້ສະແດງນ້ຳໃຈອາສາສະໝັກຂອງໄວໜຸ່ມໄດ້ຢ່າງຈະແຈ້ງ, ຊ່ວຍໃຫ້ຂະບວນການນີ້ໄດ້ຮັບການແຜ່ກະຈາຍຢ່າງແຂງແຮງກວ່າ:
“ປັດຈຸບັນ, ຄະນະຊາວໜຸ່ມນະຄອນ ພວມຍູ້ແຮງຂະບວນການ “ປະຊາສຶກສາດີຈີຕອນ” ຕາມແຜນນະໂຍບາຍຂອງສູນກາງຊາວໜຸ່ມປຸກລະດົມ. ການເຄື່ອນໄຫວນີ້ ໄດ້ຮັບການຜັນຂະຫຍາຍຢ່າງລຸລ່ວງ, ດ້ວຍຈິດໃຈ ຜູ້ຮູ້ແນະນຳໃຫ້ຜູ້ຍັງບໍ່ຮູ້. ຈາກນັ້ນ, ບັນດາເພື່ອນໜຸ່ມ ແລະ ປະຊາຊົນກໍຍູ້ແຮງວຽກງານໂຄສະນາກ່ຽວກັບການຫັນເປັນດີຈີຕອນ, ການເຄື່ອນໄຫວນະວັດຕະກຳໃນໄລຍະປັດຈຸບັນ”.
ດ້ວຍກຳລັງແຮງຂອງໄວໜຸ່ມ, ຂະບວນການ “ປະຊາສຶກສາດີຈີຕອນ” ໄດ້ປະກອບສ່ວນແຜ່ກະຈາຍນ້ຳໃຈ ຮຽນຕະຫຼອດຊີວິດ, ສ້າງຊຸມຊົນດີຈີຕອນຢູ່ ດ່າໜັງ ໃຫ້ນັບມື້ນັບພັດທະນາ /.




