“ພ້ອມກັນປະດິດໜ້າກາກເຈ້ຍຫວຽດນາມ, ຕ້ອນຮັບບຸນວັນເພງເດືອນ 8“ ແມ່ນຊື່ໂຄງການ ໂດຍຈິດຕະກອນ ຈາງແທງຮ່ຽນ ພ້ອມກັບນັກສຶກສາມະຫາວິທະຍາໄລ ວິຈິດສິນ ຫວຽດນາມ ລິເລິ່ມ, ທີ່ຫາກໍ່ດຳເນີນຢູ່ຫໍພິພິດຕະພັນວິຈິດສິນ ຫວຽດນາມ ນັ້ນ, ບໍ່ພຽງແຕ່ແນະນຳໃຫ້ເດັກນ້ອຍວິທີເຮັດໜ້າກາກເຈ້ຍທີ່ເປັນມູນເຊື້ອເທົ່ານັ້ນ, ຫາກຍັງມຸ່ງໄປເຖິງການຟື້ນຟູ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງໜ້າກາກຫວຽດນາມ ອີກດ້ວຍ
ໃນການຕໍ່ຕ້ານສອງຄັ້ງຂອງຊາດ, ວິທະຍຸກະຈາຍສຽງຫວຽດນາມ (VOV) ແມ່ນຂົວເຊື່ອມຕໍ່ດ້ານການເມືອງ ແລະ ສາຍໃຈລະຫວ່າງພາກເໜືອ - ພາກໃຕ້. ໃນສະພາບຖືກລະເບີດທຳລາຍຢ່າງດຸເດືອດ, ບັນດາພະນັກງານ, ນັກຂ່າວ, ພາລະກອນຂອງວິທະຍຸກະຈາຍສຽງຫວຽດນາມ ບໍ່ຫົວຊາຕໍ່ການເສຍສະຫຼະຊີວິດ, ຄວາມລຳບາກເພື່ອຮັກສາ “ຂົວ“ ທີ່ເຊື່ອມຕໍ່ລະຫວ່າງສອງພາກນັ້ນ.