(VOVWORLD) - ອາຊີບທີ່ເປັນມູນເຊື້ອຢູ່ ແຂວງ ຮ່ານາມ ມີມາແຕ່ດົນນານແລ້ວ ດ້ວຍຫຼາຍຜະລິດຕະພັນທີ່ມີຊື່ສຽງ, ມີຖັນແຖວນາຍຊ່າງຫຼາຍຄົນ, ມີສີມືເກັ່ງ. ການພັດທະນາເສດຖະກິດຢູ່ໝູ່ບ້ານອາຊີບ ສວມບົດບາດສຳຄັນ ໃນໂຄງປະກອບເສດຖະກິດຊົນນະບົດຢູ່ແຂວງ ຮ່ານາມ, ໂດຍສະເພາະແມ່ນໃນການແກ້ໄຂວຽກເຮັດງານທຳ, ເພີ່ມລາຍຮັບໃຫ້ແກ່ຜູ້ອອກແຮງງານ, ຊຸກຍູ້ວິວັດການຫັນຊົນນະບົດເປັນທັນສະໄໝ….ໃນໄລຍະເຊື່ອມໂຍງເຂົ້າກັບສາກົນ, ບັນດາໝູ່ບ້ານອາຊີບມູນເຊື້ອ ກໍ່ພວມໄດ້ຫັນປ່ຽນໃຫ້ທັນກັບທ່າອ່ຽງຂອງຍຸກສະໄໝ ເພື່ອສືບຕໍ່ພັດທະນາຢ່າງຍືນຍົງ.