logo

ຊີ​ວິດ​ໃໝ່​​ຢູ່​ເຂດ​ໃຈ​ກາງ​ນ້ຳ​ຖ້ວມ​ບ້ານຈຸດ ໄດ້​ຟື້ນ​ຟູຄືນໃໝ່

2026/3/5 | 08:04:37
(VOVWORLD) - ຊີວິດໃໝ່ຢູ່ເຂດໃຈກາງນ້ຳຖ້ວມບ້ານຈຸດ, ຕາແສງວັນບ່ານ, ແຂວງລາວກາຍ ຊື່ງເຄີຍຖືກພະຍຸ ບົວລອຍ ພັດຖະຫຼົ່ມເມື່ອເດືອນຕຸລາ ປີ 2025 ໄດ້ຮັບການຟື້ນຟູຄືນໃໝ່. ບ້ານຈຸດໃນປະຈຸບັນໄດ້ມີການປ່ຽນແປງຫຼາຍແລ້ວ, ບັນດາເຮືອນຫຼັງໃໝ່ໄດ້ຮັບການສ້າງຂຶ້ນໃນພື້ນທີ່ເກົ່າ ແລະ ບັນດາຍອດສີຂຽວໄດ້ປົ່ງຂຶ້ນທົ່ວຂີ້ຕົມອ່ອນເຫຼວ
ລຸງຮ່ວາງວັນອອນ (ກາງ) ແລະ ເຮືອນຫຼັງໃໝ່ (ພາບ: ອານກຽນ)

   ບ້ານຈຸດ ໃນວັນນີ້ ບໍ່ມີຊາກປະຫຼັກຫັກພັງ, ຂີ້ຕົມທັບຖົມ ຍ້ອນຖືກພະຍຸຄັ້ງປະຫວັດສາດປີ 2025. ການໜູນຊ່ວຍຢ່າງທັນການຂອງອຳນາດການປົກຄອງທ້ອງຖິ່ນ ແລະ ນ້ຳໃຈສາມັກຄີໄດ້ຫັນເຂດຖືກນ້ຳຖ້ວມພັດຖະຫຼົ່ມທຳລາຍ ກາຍເປັນສະຖານທີ່ເຕັມໄປດ້ວຍພະລັງຊີວິດ, ດ້ວຍພື້ນຖານໂຄງລ່າງໄດ້ຮັບການປົວແປງເພື່ອສາມາດທົນທານໄດ້ດີກວ່າໃນອະນາຄົດ. ຢູ່ໃນເຮືອນຫຼັງໃໝ່ທີ່ຫາກໍ່ປຸກສ້າງຂຶ້ນ, ອ້າຍເຢືອງວັນຮຽນ ຍັງຄິດວ່າຕົນເອງກຳລັງຝັນຢູ່, ເຮືອນຫຼັງເກົ່າຂອງຄອບຄົວອ້າຍ ຮຽນ ໄດ້ຖືກນ້ຳຖ້ວມຂີ້ຕົມທັບຖົມຕອນພວມເຮັດພື້ນ, ປະຈຸບັນໄດ້ຮັບການໜູນຊ່ວຍຈຳນວນເງິນ 3000 USD ຈາກຕາແສງ ແລະ ບັນດາຜູ້ມີໃຈບຸນໃຈກຸສົນ, ຄອບຄົວອ້າຍມີເຮືອນຫຼັງໃໝ່ທີ່ຖາວອນຢູ່ໜ້າແຄມທາງເລີຍ:

          ຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດ, ໄດ້ຂຶ້ນເຮືອນໃໝ່ແລ້ວ. ໃນໄລຍະເກີດນ້ຳຖ້ວມ, ບໍ່ມີເຮືອນຢູ່, ພໍ່ແມ່ຕ້ອງອາຢູ່ນຳຜູ້ນັ້ນຜູ້ນີ້, ລູກຫຼານມາກໍ່ບໍ່ມີບ່ອນຢູ່. ພາຍຫຼັງສ້າງຮືອນໃໝ່ເກືອບ 2 ເດືອນກໍ່ເຫັນວ່າມີຄວາມພາກພູມໃຈທີ່ສຸດ, ບຸນເຕັດກໍ່ມີບ່ອນຢູ່ເພື່ອໃຫ້ພໍ່ແມ່ມາຕ້ອນຮັບບຸນເຕັດນຳ. ຢູ່ທີ່ນີ້ມີຄວາມອຸ່ນອຽນໃຈຫຼາຍ, ບໍ່ຢ້າຖືກໄພທຳມະຊາດອີກແລ້ວ.

ເອື້ອຍຫງວຽນທິເຟືອງ (ຊ້າຍ) ມີຄວາມງພາກພູມໃຈຍ້ອນການເກັບກ່ຽວໄດ້ຮັບຜົນດີ (ພາບ: ອານກຽນ)

             ພ້ອມກັບຄວາມເບີກບານມ່ວນຊື່ນທີ່ມີບ່ອນຢູ່ຖາວອນກ່ອນບຸນປີໃໝ່ແມ່ນເລື່ອງຄອບຄົວຂອງ ລຸງ ຮວ່າງວັນອອນ, ຄອຄົວທຸກຍາກໃນບ້ານ. ໃນເຫດນ້ຳຖ້ວມທີ່ຮ້າຍແຮງເຮັດໃຫ້ເຮືອນຊານ, ຊັບສິນຂອງຄອບຄົວຖືກຫັກພັງ, ເສຍຫາຍໝົດ. ແຕ່ອຳນາດການປົກຄອງຕາແສງ ແລະ ບັນດາກຳລັງມີໜ້າທີ່ຮັບຜິດຊອບໄດ້ໜູນຊ່ວຍວັດສະດຸພ້ອມກັບແຮງງານກໍ່ສ້າງເຮືອນ, ລຸງ ອອນ ມີຄວາມຕື້ນຕັນໃຈທີ່ສຸດເມື່ອໄດ້ຢູ່ໃນເຮືອນຫຼັງໃໝ່ທີ່ຖາວອນ:

          ຊັບສິນໃນເຮືອນເສຍໄປໝົດກ້ຽງ, ຢູ້ໃຕ້ຂີ້ຊາຍໝົດ, ທົ່ງນາກໍ່ເສຍຫາຍໝົດເຊັ່ນດຽວກັນ. ຖ້າບໍ່ມີບັນດານັກທຸລະກິດ, ທະຫານ, ຕຳຫຼວດມາຊ່ວຍ ກໍ່ແມ່ນບໍ່ສາມາດເຮັດໄດ້. ປະຈຸບັນກໍ່ມີຄວາມພາກພູມໃຈທີ່ສຸດ, ອຸ່ນອ່ຽນໃຈອອກແຮງງານທຳການຜະລິດ.

          ພາຍຫຼັງເກີດໄພທຳມະຊາດ, ຕາແສງວັນບ່າໄດ້ລະດົມທຸແຫຼ່ງກຳລັງເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງ ແລະ ຄອບຄົວ ປຊຊ 20 ຄອບຄົວທີ່ເສຍເຮືອນຊານກໍ່ໄດ້ມີບ່ອນຢູ່ອາສກ່ອນບຸນເຕັດປະເພນີ ປີມະເມຍ 2026. ຈຸດໃໝ່ໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກພະຍຸນ້ຳຖ້ວມຄັ້ງນີ້ ແມ່ນການແກ້ໄຂລະບຽບການບໍລິຫານກ່ຽວກັບທີ່ດິນໄດ້ປະຕິບັດຢ່າງວ່ອງໄວທີ່ສຸດ, ຮັບປະກັນດ້ານນິຕິກຳສູງສຸດໃຫ້ແກ່ ປຊຊ. ທ່ານ ຫງວຽນແມັ້ງຮ່າ, ຮອງປະທານຄະນະກຳມະການ ປຊຊ ຕາແສງ ວັນບ່ານ ໃຫ້ຮູ້ວ່າ:

             ພວກຂ້າພະເຈົ້າໄດ້ປະຕິບັດສຳເລັດທຸກໜ້າທີ່ກ່ອນບຸນເຕັດຕາມການຊີ້ນຳຂອງແຂວງ. ກ່ອນບຸເຕັດ ປຊຊ ໄດ້ມີໃບຕາດິນ, ມີເຮືອນຢູ່ຢ່າງອົບອຸ່ນ, ຮັບປະກັນຄວາມປອດໄພ.

          ບັນດາເຮືອນຫຼັງໝ່ໄດ້ຮັບການສ້າງຂຶ້ນຢ່າງໄວວາແຕ່ເຕັມໄປດ້ວຍນ້ຳຈິດນ້ຳໃຈ, ບັນດາໃບຕາດິນໄດ້ມອບເຖິງມື ແລະ ລະດູການເກັບກ່ຽວພວມລໍຖ້າໃຫ້ເກັບກ່ຽວ… ທຸກສິ່ງທຸກຢ່າງໄດ້ນຳລະດູບານໃໝ່ກັບມາໃຫ້ບ້ານຈຸດ, ປັດເປົ່າຄວາມຊົງຈຳທີ່ບໍ່ດີຂອງໄພທຳມະຊາດໃຫ້ອອກໄປ, ຢືນຢັນພະລັງຊິວິດອັນແຮງກ້າຢູ່ເຂດດິນແດນແຫ່ງນີ້. ຕ້ອງມີເຮືອນຢູ່ຖາວອນຈຶ່ງຈະທຳມາຫາກິນໄດ້. ໄປຄຽງຂ້າງບັນດາເຮືອນຫຼັງໃໝ່, ໃນເຂດທົ່ງນາກ້ວາງ 15 ເຮັກຕາທີ່ເຄີຍຖືກຂີ້ຕົມທັບຖົມນັ້ນ, ສີຂຽວຂອງຕົ້ນມັນຝະລັ່ງລະດູໜາວໄດ້ປົ່ງຂຶ້ນປົກຄຸມໄປທົ່ວ. ເອື້ອຍ ຫງວຽນທິເຟື້ອງ, ຊາວບ້ານຈຸດ ໃຫ້ຮູ້ວ່າ: ຍ້ອນແນວພັນພືດລົ້ມລຸກນີ້, ປຊຊ ຈຶ່ງຈະມີລາຍຮັບຕື່ມອີກເພື່ອຕ້ອນຮັບບຸນເຕັດຄົບຖ້ວນກວ່າເກົ່າ:

          ເຮືອນຂ້າພະເຈົ້າໄດ້ປູກຕົ້ນມັນຝະລັ່ງ, ຫົວໃຫຍ່ຫຼາຍ. ມັນຝະລັ່ງໄດ້ເກັບກ່ຽວແລ້ວ, ກໍ່ມີລາຍຮັບຕື່ມອີກໜ້ອຍໜຶ່ງ, ບຸດເຕັດນີ້ປີກໍ່ຫລຸດຜ່ອນຄວາມຫຍຸ້ງຍາກໄດ້ສ່ວນໃດສ່ວນໜຶ່ງ.

          ຊີວິດຢູ່ບ້ານຈຸດນທຸກວັນນີ້ ໄດ້ມີການປ່ຽນແປງ, ເຕັມໄປດ້ວຍພະລັງຊີວິດຢ່າງແທ້ຈິງ. ບາດແຜໄດ້ຮຳໃຫ້ດີແລ້ວ, ຄວາມເຈັບປວດໂດຍທຳມະຊາດກໍ່ຂຶ້ນຢູ່ບ້ານຈຸດ ກໍ່ຄ່ອຍໆຫລຸດລົງແລ້ວ ແລະ ຊີວິດໃໝ່ກໍ່ໄດ້ຮັບການຟື້ນຟູ, ໝັ້ນໝາຍຈະມີອະນາຄົດອັນສົດໃສຢູ່ບ້ານແຫ່ງນີ້./.

TAG
VOV/VOVworld/ຊີ​ວິດ​ໃໝ່​​ຢູ່​ເຂດ​ໃຈ​ກາງ​ນ້ຳ​ຖ້ວມ​ບ້ານຈຸດ ໄດ້​ຟື້ນ​ຟູຄືນໃໝ່/ລຸງ ຮວ່າງວັນອອນ/ທ່ານ ຫງວຽນແມັ້ງຮ່າ/ຮອງປະທານຄະນະກຳມະການ ປຊຊ ຕາແສງ ວັນບ່ານ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ