(VOVWORLD) -ໃນ 5 ປີຜ່ານມາ, ແຂວງຮຶງອຽນ ໄດ້ສຸມໃສ່ຊີ້ນຳການ ສ້າງໂຄງປະກອບການຜະລິດຂະແໜງກະສິກຳຄືນໃໝ່, ອັນໄດ້ສ້າງບາດກ້າວພັດທະນາບຸກທະລຸ, ຍົກສູງສະມັດຕະພາບ, ຄຸນນະພາບ, ມູນຄ່າເພີ່ມໃຫ້ຜະລິດຕະພັນກະເສດຫຼາຍປະເພດ, ການຜະລິດກະສິກຳໄດ້ສຳຜັດກັບຮູບແບບການຜະລິດທີ່ທັນສະໄໝ ແລະ ປອດໄພເທື່ອລະກ້າວ; ປະກອບສ່ວນຍົກສູງລາຍຮັບ, ປົວແປງຊີວິດການເປັນຢູ່ຂອງ ປຊຊ. ໃນອາຍຸການ 2021-2025, ແຂວງໄດ້ເສີມຂະຫຍາຍແຜນນະໂຍບາຍນີ້ ເພື່ອແນໃສ່ຊຸກຍູ້ການຜະລິດກະສິກຳ, ນຳມາເຊິ່ງຄວາມຮັ່ງມີ, ອີ່ມໜຳສຳລານໃຫ້ແກ່ ປຊຊ.