(VOVWORLD) - ໃນຊ່ວງເວລານີ້, ປຊຊ ຊາວເຜົ່າມົ້ງ ຢູ່ຕາແສງ ຢາງມາ, ເມືອງ ຕາມເດື່ອງ, ແຂວງ ລາຍເຈົາ ແມ່ນລະດູການເກັບກ່ຽວໝາກສາລີ້. ໃນ 10 ປີ ກ່ອນ, ໃນເນື້ອທີ່ດິນເຂດໂນນພູປູກຕົ້ນໄມ້ທີ່ບໍ່ບັນລຸປະສິດທິຜົນ, ປຊຊ ຢູ່ທີ່ນີ້ ໄດ້ຫັນໄປປູກບັນດາປະເພດຕົ້ນໄມ້ກິນໝາກເຂດອຸ່ນ, ໃນນັ້ນ ມີຕົ້ນສາລີ້. ພາຍຫຼັງໄດ້ປູກທົດລອງ, ບົວລະບັດມາເປັນເວລາຫຼາຍປີ, ປະຈຸບັນ, ບັນດາສວນໝາກສາລີ້ໄດ້ມີໝາກຫຼາກຫຼາຍ, ລົດຊາດຫອມຫວານແບບທຳມະຊາດ ໄດ້ດຶງດູດແຂກທ່ອງທ່ຽວນັບພັນຄົນມາຢ້ຽມຊົມ, ຊື່ງໄດ້ເປີດທິດພັດທະນາເສດຖະກິດໃໝ່ ໃຫ້ແກ່ຊາວກະສິກອນຢູ່ທ້ອງຖິ່ນ.