logo

1000 ສານແຫ່ງຄວາມຮັກແພງຂອງນັກຮຽນນະຄອນຫຼວງໃນມື້ໄຂສົກຮຽນໃໝ່ມຸ່ງໄປສູ່ໝູ່ເກາະເຈືອງຊາ

2018/9/9 | 04:42:00
(VOVWORLD) - ເນື່ອງໃນໂອກາດວັນທົ່ວປວງຊົນພາເດັກໄປໂຮງຮຽນວັນທີ 5 ກັນຍາ, ຢູ່ໂຮງຮຽນມັດທະຍົມຕອນຕົ້ນ ຟູ້ຢ້ຽນ, ເມືອງ ບັກຕືລຽມ, ຮ່າໂນ້ຍ, ສະໂມສອນໄວໜຸ່ມເພື່ອເຂດທະເລໝູ່ເກາະແຫ່ງບ້ານເກີດເມືອງນອນ ແລະ ຫໍພິພິທະພັນໄວໜຸ່ມຫວຽດນາມໄດ້ຈັດງານວາງສະແດງຮູບຖ່າຍ 100 ແຜ່ນກ່ຽວກັບໝູ່ເກາະເຈືອງຊາ, ແຜນທີ່ “ ຄວາມເອກອ້າງທະນົງໃຈ ເຂດທະເລໝູ່ເກາະຫວຽດນາມ” ຖືກສ້າງເປັນທຸງຊາດ 33 ຜືນໃນສະຖານທີ່ຕັ້ງທັບ 33 ແຫ່ງ.

ຮູບຖ່າຍ 100 ແຜ່ນກ່ຽວກັບໝູ່ເກາະເຈືອງຊາ, ແຜນທີ່ “ ຄວາມເອກອ້າງທະນົງໃຈ ເຂດທະເລໝູ່ເກາະຫວຽດນາມ” ຖືວາງສະແດງຢູ່ ໂຮງຮຽນມັດທະຍົມຕອນຕົ້ນ ຟູ້ຢ້ຽນ.  ແລະ ກໍໃນມື້ໄຂສົກຮຽນໃໝ່, ຄູອາຈານ ແລະ ນັກຮຽນກວ່າ 1200 ຄົນໃນໂຮງຮຽນໄດ້ເຂົ້າຮ່ວມການເຄື່ອນໄຫວວັນບຸນໄຫ້ວພະຈັນປີ 2018 ໂດຍ ສະໂມສອນໄວໜຸ່ມເພື່ອເຂດທະເລໝູ່ເກາະແຫ່ງບ້ານເກີດເມືອງ ນອນຈັດຂຶ້ນເພື່ອນຳລະດູໃບໄມ້ຫຼົ່ນທີ່ອົບອຸ່ນມາໃຫ້ພວກເດັກທີ່ເປັນລູກ ຫຼານຂອງທະຫານທີ່ພວມປະຕິບັດໜ້າທີ່ຢູ່ໝູ່ເກາະເຈືອງຊາ ແລະ ສູນ DK1

ເອື້ອຍຄູ ແລະ ນັກຮຽນໃນໂຮງຮຽນພວມມ່ວນຊື່ນກັບບັນດາໂຄມໄຟຮູບດາວ.  1000 ສານແຫ່ງຄວາມຮັກແພງໄດ້ຖືກພວກນັກຮຽນຝາກຝັງໃນບັນດາໂຄມໄຟຮູບດາວ. ນອກຈາກນັ້ນ, ພວກເດັກຍັງໄດ້ເຮັດໜ້າກາກເຈ້ຍເພື່ອເປັນຂອງຂວັນໃນວັນບຸນໄຫ້ວພະຈັນ… ແນໃສ່ນຳລະດູໃບໄມ້ຫຼົ່ນທີ່ອົບອຸ່ນມາໃຫ້ພວກເດັກທີ່ເປັນລູກຫຼານຂອງທະຫານທີ່ພວມປະຕິບັດໜ້າທີ່ຢູ່ໝູ່ເກາະເຈືອງຊາ ແລະ ສູນ DK1

ພວກເດັກໄດ້ຮັບຟັງການແນະນຳກ່ຽວກັບໝູ່ເກາະເຈືອງຊາຈາກພວກອ້າຍທະຫານເຮືອ

ແຕ້ມໜ້າກາກພື້ນເມືອງ

ນາງໂຮ່ທິລຽນ- ສະໂມສອນໄວໜຸ່ມເພື່ອເຂດທະເລໝູ່ເກາະແຫ່ງບ້ານເກີດເມືອງນອນພວມແນະນຳກ່ຽວກັບໝູ່ເກາະເຈືອງຊາໃຫ້ແກ່ນັກຮຽນ

ເດັກສາວຊົມຊອບໂຕຫອຍຢູ່ເຈືອງຊາ

ນັກຮຽນ 1000 ຄົນໄດ້ສົ່ງສານແຫ່ງຄວາມຮັກແພງໂດຍຜ່ານບັນດາໂຄມໄຟຮູບດາວເຖິງພວກເພື່ອນທີ່ເປັນລູກຫຼານຂອງທະຫານທີ່ພວມປະຕິບັດໜ້າທີ່ຢູ່ໝູ່ເກາະເຈືອງຊາ ແລະ ສູນ DK1

ບັນດາຂອງຂວັນທີ່ມີຄວາມໝາຍຈະຖືກພວກອ້າຍເອື້ອຍໃນສະໂມສອນໄວໜຸ່ມເພື່ອເຂດທະເລໝູ່ເກາະແຫ່ງບ້ານເກີດເມືອງນອນນຳມາໃຫ້ພວກເພື່ອນທີ່ເປັນລູກຫຼານຂອງທະຫານທີ່ພວມປະຕິບັດໜ້າທີ່ຢູ່ໝູ່ເກາະເຈືອງຊາ ແລະ ສູນ DK1


TAG
VOV/VOVworld/ຄວາມຮັກແພງ/ນັກຮຽນນະຄອນຫຼວງ/ສົກຮຽນໃໝ່/ໝູ່ເກາະເຈືອງຊາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ