logo

ສ້າງ​ໂຮງ​ໝໍ​ສູນ​ກາງກອງ​ທັບ 108 ກາຍ​ເປັນ​ແບບ​ຢ່າງ​ໃນ​ການ​ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ​ພະ​ນັກ​ງານ​ຂັ້ນ​ສູງ, ທະ​ຫານ ແລະ ປະ​ຊາ​ຊົນ

2026/3/30 | 11:32:11
(VOVWORLD) - ກ່ອນນີ້ 75 ປີ,ໃນຊຸມເດືອນປີແຫ່ງການຕໍ່ສູ້ກູ້ຊາດທີ່ລຳບາກກາກກຳ, ໂຮງໝໍສູນກາງກອງທັບ 108 ໄດ້ສ້າງຕັ້ງຂຶ້ນດ້ວຍພາລະກິດແຫ່ງການເບິ່ງແຍງດູແລ, ປິ່ວປົວພະຍາດໃຫ້ແກ່ທະຫານເຈັບເປັນ, ປົກປ້ອງສຸຂະພາບທະຫານ ແລະ ຮັບໃຊ້ພາລະກິດປະຕິວັດຂອງ ພັກ ແລະ ຊາດ. 
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ຕອນບ່າຍວັນທີ 30 ມີນາ, ຢູ່ຮ່າໂນ້ຍ, ໂຮງໝໍສູນກາງກອງທັບ 108 ໄດ້ຈັດພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອ(1/4/1951 - 1/4/2026) ແລະ ຕ້ອນຮັບຫຼຽນໄຊໂຮ່ຈີມິນ. ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ເລຂາຄະນະພັກກອງທັບສູນກາງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳທີ່ພິທີ

ກ່ອນນີ້ 75 ປີ,ໃນຊຸມເດືອນປີແຫ່ງການຕໍ່ສູ້ກູ້ຊາດທີ່ລຳບາກກາກກຳ, ໂຮງໝໍສູນກາງກອງທັບ 108 ໄດ້ສ້າງຕັ້ງຂຶ້ນດ້ວຍພາລະກິດແຫ່ງການເບິ່ງແຍງດູແລ, ປິ່ວປົວພະຍາດໃຫ້ແກ່ທະຫານເຈັບເປັນ, ປົກປ້ອງສຸຂະພາບທະຫານ ແລະ ຮັບໃຊ້ພາລະກິດປະຕິວັດຂອງ ພັກ ແລະ ຊາດ. ໂດຍຕາງໜ້າການນຳພັກ, ລັດ ມອບຫຼຽນໄຊໂຮ່ຈີມິນ ໃຫ້ແກ່ໂຮງໝໍສູນກາງກອງທັບ 108, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ:

ໂຮງໝໍສູນກາງກອງທັບ 108 ຄວນສືບຕໍ່ຮັກສາ ແລະ ເສີມຂະຫຍາຍ 3 ຄຸນຄ່າຫຼັກແມ່ນ ຄວາມສຸດຈິດສຸດໃຈ - ພູມປັນຍາ - ອິດທິພົນຊື່ສຽງ, ຖືຄຸນສົມບັດເປັນພື້ນຖານ, ພູມປັນຍາ ແລະ ນະວັດຕະກຳເປັນກຳລັງໜູນ, ອິດທິພົນຊື່ສຽງ ແລະ ຄວາມເຊື່ອໝັ້ນເປັນໄມ້ວັດແທກ, ສູ້ຊົນກໍ່ສ້າງໂຮງໝໍສູນກາງກອງທັບ 108 ກາຍເປັນແບບຢ່າງໃນການເບິ່ງແຍງດູແລສຸຂະພາບພະນັກງານຂັ້ນສູງ, ທະຫານ ແລະ ປະຊາຊົນ, ປະກອບສ່ວນຕັ້ງໜ້າເຂົ້າການພັດທະນາຂອງພື້ນຖານການແພດ ຫວຽດນາມ ໃນໄລຍະໃໝ່.

TAG
VOV/VOVworld/​ໂຮງ​ໝໍ​ສູນ​ກາງກອງ​ທັບ 108

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ