|
(ພາບ: REUTERS/Mahmoud Issa)
|
ການປະທະກັນຢູ່ເຂດ ກາຊາ ລະຫວ່າງ ອິດສະຣາແອັນ ແລະ ຂະບວນການ ຮາມາດສ, ເລີ່ມເກີດຂຶ້ນໃນວັນທີ 07 ຕຸລາ 2023, ສືບຕໍ່ກໍ່ຜົນຮ້າຍຢ້ອນຫຼັງຢ່າງໜັກໜ່ວງເຖິງຊີວິດ, ພື້ນຖານໂຄງລ່າງ ກໍຄືເຮັດໃຫ້ການພົວພັນສາກົນປ່ຽນແປງຢ່າງເລິກເຊິ່ງ. ເຖິງຢ່າງໃດກໍ່ຕາມ, ແຜນການຢຸດຕິການປະທະກັນພວມຫຍັບເຂົ້າໃກ້ຍິ່ງກວ່າເວລາໃດໝົດ.
ວັນທີ 07 ຕຸລາ 2023, ກອງທັບ ອິດສະຣາແອັນ ໄດ້ເປີດການບຸກໂຈມຕີໃສ່ເຂດ ກາຊາ, ຄາວນັ້ນພວມຢູ່ພາຍໃຕ້ການຄວບຄຸມຂອງຂະບວນການ ຮາມາດສ, ເພື່ອແນໃສ່ໂຕ້ຕອບບັນດາການບຸກໂຈມຕີເຂັ່ນຂ້າທະຫານ ແລະ ຈັບຕົວປະກັນກ່ອນໜ້ານັ້ນຂອງ ຮາມາດສ ຢູ່ຫຼາຍໝູ່ບ້ານຂອງ ອິດສະຣາແອັນ.
ສະພາບການແສນສາຫັດ
ພາຍຫຼັງ 2 ປີທີ່ເກີດການປະທະກັນ, ເຂດ ກາຊາ ພວມແມ່ນ ໜຶ່ງໃນບັນດາໄພພິບັດມະນຸດສະທຳຮ້າຍແຮງທີ່ສຸດເຊິ່ງໂລກພວມປະເຊີນໜ້າໃນຫຼາຍທົດສະວັດຜ່ານມາ. ຕົວເລກໂດຍອົງການສາທາລະນະສຸກ ກາຊາ ປະກາດຊີ້ໃຫ້ເຫັນວ່າ ໄລ່ຮອດວັນທີ 06 ຕຸລາ 2025, ໄດ້ມີກວ່າ 67.000 ຄົນເສຍຊີວິດ, ເກືອບ 170.000 ຄົນຮັບບາດເຈັບຍ້ອນການປະທະກັນ (ເກືອບ 80%) ແມ່ນສາມັນຊົນຊາວ ປາແລັດສະຕິນ, ໃນນັ້ນແມ່ຍິງ ແລະ ເດັກນ້ອຍກວມເອົາສ່ວນຫຼາຍ. ສ່ວນຝ່າຍ ອິດສະຣາແອັນ ຈຳນວນຜູ້ເສຍຊີວິດແລະຮັບບາດເຈັບກໍ່ຂຶ້ນເຖິງນັບພັນຄົນ, ນັບຮ້ອຍຄົນຖືກຈັບເປັນຕົວປະກັນ, ໃນນັ້ນ ມີຕົວປະກັນຫຼາຍຄົນຖືກເສຍຊີວິດໃນຕອນທີ່ຖືກກັກຕົວ. ພ້ອມກັບຈຳນວນຜູ້ເສຍຊີວິດ ແລະຮັບບາດເຈັບເປັນຈຳນວນຫຼາຍນັ້ນ, ພື້ນຖານໂຄງລ່າງ (ໄຟຟ້າ, ນ້ຳປະປາ, ໂຮງຮຽນ…) ຂອງເຂດ ກາຊາ ເກືອບຄືວ່າຖືກທຳລາຍທັງໝົດ.
|
(ພາບ: REUTERS/Mike Segar)
|
ບໍ່ຢຸດຢູ່ເທົ່ານັ້ນ, ວັນທີ 22 ກັນຍາ, ສະຫະປະຊາຊາດໄດ້ປະກາດໄພອຶດຫິວພວມເກີດຂຶ້ນຢູ່ເຂດ ກາຊາ, ໄລ່ຮອດທ້າຍເດືອນ ກັນຍາ ມີເກືອບ 650.000 ຄົນ, ກວມເອົາປະມານ 1/3 ຈຳນວນພົນລະເມືອງຂອງເຂດດິນແດນແຫ່ງນີ້ຖືກອຶດຫີວ. ທ່ານ Antonio Guterres, ເລຂາທິການໃຫຍ່ສະຫະປະຊາຊາດ ໃຫ້ຮູ້ວ່າ:
“ບັນດາສິ່ງທີ່ພວມເກີດຂຶ້ນຢູ່ເຂດ ກາຊາ ໃນປະຈຸບັນແມ່ນຮ້າຍແຮງທີ່ສຸດ. ພວກເຮົາພວມເຫັນປະຈັກຕາການທຳລາຍຢູ່ບັນດາເຂດຊຸມຊົນດ້ວຍຂອບຂະໜາດໃຫຍ່, ການທຳລາຍນະຄອນ ກາຊາ ໂດຍເປັນລະບົບ, ການເຂັ່ນຂ້າສາມັນຊົນຕາມວິທີທີ່ຂ້າພະເຈົ້າບໍ່ສາມາດຈື່ໄດ້ດ້ວຍບໍ່ວ່າການປະທະກັນໃດໆ ນັບແຕ່ເມື່ອຂ້າພະເຈົ້າດຳລົງຕຳແໜ່ງເປັນເລຂາທິການໃຫຍ່ສະຫະປະຊາຊາດ. ບໍ່ວ່າຊື່ເອີ້ນຂອງທຸກສິ່ງທຸກຢ່າງທີ່ພວມເກີດຂຶ້ນໃນປະຈຸບັນແມ່ນຫຍັງ, ຄວາມຈິງນັ້ນແມ່ນສິ່ງທີ່ບໍ່ສາມາດອະໄພທັງດ້ານຄຸນສົມບັດ, ການເມືອງ ຫຼື ນິຕິກຳໄດ້”.
ການປະທະກັນຢູ່ ກາຊາ ກໍ່ໄດ້ ແລະ ພວມສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງເຖິງສະພາບຄວາມໝັ້ນຄົງຢູ່ພາກພື້ນ ແລະ ເຮັດໃຫ້ພົວພັນສາກົນມີການຜັນປ່ຽນຢ່າງເລິກເຊິ່ງ. ໃນປີທີ 2 ຂອງການປະທະກັນ, ການໃຊ້ຄວາມຮຸນແຮງຈາກ ກາຊາ ໄດ້ເປີດສາກໃຫ້ແກ່ບັນດາການປະທະກັນທີ່ຮ້າຍແຮງຢູ່ເຂດຕາເວັນອອກກາງ, ໃນນັ້ນໜ້າສົນໃຈແມ່ນການປະທະກັນລະຫວ່າງ ອິດສະຣາແອັນ ກັບກຳລັງ ເຮັກໂບລາ ຢູ່ ລີບັງ ແລະ ພິເສດແມ່ນການປະທະກັນໂດຍກົງເປັນເວລາ 12 ວັນ (ແຕ່ວັນທີ 13 – 25 ມິຖຸນາ) ລະຫວ່າງ ອິດສະຣາແອັນ ແລະ ອີຣານ, ການປະທະກັນຢ່າງຮ້າຍແຮງທີ່ສຸດລະຫວ່າງ 2 ປະເທດໃນຫຼາຍທົດສະວັດຜ່ານມາ, ໄດ້ພາໄປເຖິງການເຂົ້າຮ່ວມໂດຍກົງຂອງທະຫານ ອາເມລິກາ. ໃນສະພາບການໂລກ, ຄວາມບໍ່ພໍໃຈຕໍ່ນະໂຍບາຍແຂງກະດ້າງຂອງ ອິດສະຣາແອັນ ກໍຄືສະພາບໄພພິບັດມະນຸດສະທຳຢູ່ເຂດ ກາຊາ ໄດ້ເຮັດໃຫ້ບັນດາປະເທດສຳພັນທະມິດຝ່າຍຕາເວັນຕົກຂອງ ອິດສະຣາແອັນ ຮັບຮອງລັດ ປາແລັດສະຕິນ, ຍູ້ໃຫ້ ອິດສະຣາແອັນ ຕົກເຂົ້າສູ່ສະພາບຢູ່ໂດດດ່ຽວ. ທ່ານນາງ Sanam Vakil, ນັກຊ່ຽວຊານໂຄງການຕາເວັນອອກກາງ ແລະ ອາຟະລິກາເໜືອ ຂອງສະຖາບັນ Chatham House ອັງກິດ, ໃຫ້ຂໍ້ສັງເກດວ່າ:
“ຜົນຮ້າຍທີ່ຕາມມາຂອງວິທີເຂົ້າເຖິງທີ່ມີລັກສະນະການທະຫານ, ບໍ່ມີການປະນິປະນອມ ແລະ ບໍ່ຮູ້ວ່າຮອດເວລາໃດອິດສະຣາແອັນຈຶ່ງຈະຢຸດຕິລົງ ນັ້ນ ໄດ້ແມ່ນການໂຕ້ຕອບເຊິ່ງ ອິດສະຣາແອັນ ພວມຕ້ອງປະເຊີນໜ້າຢູ່ທັງພາກພື້ນ ແລະ ສາກົນ, ແຫ່ງທີ່ ອິດສະຣາແອັນ ພວມຖືກຕົກຢູ່ໂດດດ່ຽວຍິ່ງກວ່າເວລາໃດໝົດ ໃນ 2 – 3 ທົດສະວັດຜ່ານມາ”.
ແສງສະຫວ່າງຢູ່ທ້າຍອຸໂມງ
ກ້າວເຂົ້າສູ່ປີທີ 3 ຂອງການປະທະກັນຢູ່ເຂດ ກາຊາ, ຄວາມກົດດັນກ່ຽວກັບເລື່ອງຕ້ອງຢຸດຕິການປະທະກັນໃນທັນທີນັບມື້ນັບເພີ່ມຂຶ້ນສຳລັບທຸກຝ່າຍ. ໃນສະພາບການນັ້ນ, ວັນທີ 29 ກັນຍາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ປະກາດແຜນການສັນຕິພາບ 20 ຂໍ້ໃຫ້ແກ່ເຂດ ກາຊາ, ໃນນັ້ນ ຈຸດສຸມແມ່ນ ອິດສະຣາແອັນ ຖອນທະຫານອອກຈາກເຂດ ກາຊາ, ຂະບວນການ ຮາມາດສ ປົດອາວຸດ ແລະ ມອບສິດຄຸ້ມຄອງຊົ່ວຄາວເຂດ ກາຊາ ໃຫ້ຄະນະກຳມະການສັນຕິພາບສາກົນ. ທ່ານ Donald Trump ຖະແຫຼງວ່າ ຖ້າຫາກບັນດາຝ່າຍເຫັນດີຕໍ່ຂໍ້ຕົກລົງ, ຄຳສັ່ງຢຸດຍິງຈະມີຜົນສັດສິດຢູ່ເຂດ ກາຊາ ໃນທັນທີ ແລະ ພາລະກິດຟື້ນຟູເຂດດິນແດນນີ້ຢ່າງຮອບດ້ານກໍ່ສາມາດເລີ່ມປະຕິບັດ. ວົງການນັກສັງເກດການຖືວ່າ ແຜນການ ກາຊາ ຂອງທ່ານ Donald Trump ແມ່ນໂອກາດດີທີສຸດໃນປະຈຸບັນເພື່ອໃຫ້ບັນດາຝ່າຍຢຸດຕິການປະທະກັນຢູ່ເຂດ ກາຊາ ຢ່າງແທ້ຈິງ.
ເຖິງວ່າພວມລະມັດລະວັງກໍ່ຕາມ ແຕ່ບັນດາປະຕິກິລິຍາທຳອິດຈາກຝ່າຍ ອິດສະຣາແອັນ ແລະ ຮາມາດສ ກໍ່ໄດ້ນຳມາເຊິ່ງຄວາມຫວັງ “ແສງສະຫວ່າງຢູ່ທ້າຍອຸມົງ” ເພື່ອຢຸດຕິການປະທະກັນຢູ່ເຂດ ກາຊາ. ໃນເບື້ື້ອງຕົ້ນ, ຝ່າຍ ອິດສະຣາແອັນ ໄດ້ເຫັນດີຕໍ່ເຂດແດນຖອນທະຫານເບື້ອງຕົ້ນຢູ່ເຂດ ກາຊາ, ສ່ວນ ຮາມາດສ ກໍ່ເຫັນດີຕໍ່ບາງຂໍ້ຫຼັກ, ໃນນັ້ນມີບັນຫາມອບຕົວປະກັນ. ວັນທີ 06 ຕຸລາ, ຜູ້ຕາງໜ້າຂອງ ອິດສະຣາແອັນ ແລະ ຮາມາດສ ກໍ່ໄດ້ດຳເນີນການເຈລະຈາທາງອ້ອມຢູ່ນະຄອນຫຼວງ ກາຍໂຣ ຂອງ ອີຢິບ ກ່ຽວກັບແຜນການສັນຕິພາບ 20 ຂໍ້, ເປີດແງ່ຫວັງທີ່ຈະບັນລຸໄດ້ບັນດາບາດກ້າວໃຫຍ່ຫຼວງກວ່າ ໃນຊຸມມື້ຈະມາເຖິງ.




