logo

88 ປະ​ເທດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ເຊັນ​ຖະ​ແຫຼງ​ການ ນິວ​ເດ​ລີ ກ່ຽວ​ກັບ​ປັນ​ຍາ​ປະ​ດິດ

2026/2/22 | 09:42:51
(VOVWORLD) - ຖະແຫຼງການ ນິວເດລີ ໄດ້ເນັ້ນໜັກເຖິງ 3 ເປົ້າໝາຍແກ່ນສານຂອງກອງປະຊຸມສຸດຍອດການກະທົບປັນຍາປະດິດ ອິນເດຍ 2026.

  ກອງປະຊຸມສຸດຍອດກ່ຽວກັບການກະທົບຂອງປັນຍາປະດິດ (AI) 2026 ຫາກໍ່ສິ້ນສຸດລົງຢູ່ນະຄອນຫຼວງ ນິວເດລີ ປະເທດ ອິນເດຍ ດ້ວຍເລື່ອງ 88 ປະເທດ ແລະ ອົງການຈັດຕັ້ງສາກົນເຊັນຖະແຫຼງການ ນິວເດລີ ກ່ຽວກັບປັນຍາປະດິດ. ນີ້ຖືກຖືວ່າແມ່ນຂີດໝາຍສຳຄັນໃນຄວາມມານະພະຍາຍາມສ້າງຂອບເຂດການຮ່ວມມືທົ່ວໂລກ ດ້ວຍອຸດສາປະກຳປັນຍາປະດິດ.

  ອີງບົນຫຼັກການ “ຜົນປະໂຫຍດ, ຄວາມຜາສຸກໃຫ້ແກ່ທຸກຄົນ”, ຖະແຫຼງການ ນິວເດລີ ຢືນຢັນວ່າບັນດາໝາກຜົນຈາກປັນຍາປະດິດ ຕ້ອງໄດ້ຈັດແຍງຢ່າງສະເໝີພາບ, ບໍ່ໃຫ້ບໍ່ວ່າປະເທດໃດຫຼືກຸ່ມສັງຄົມໃດຖືກປະໄວ້ຢູ່ເບື້ອງຫຼັງ. ບັນດາຝ່າຍເຂົ້າຮ່ວມໃຫ້ຄຳໝັ້ນສັນຍາເພີ່ມທະວີສົມທົບນະໂຍບາຍ ແລະ ການກະທຳທີ່ແທດຈິງ ເພື່ອແນໃສ່ຫັນວິໃສທັດລວມນີ້ໃຫ້ປະກົດຜົນເປັນຈິງ ມນສະພາບການທີ່ປັນຍາປະດິດພວມພັດທະນາຢ່າງໄວວາ ແລະ ສ້າງບັນດາການກະທົບເລິກເຊິ່ງກ້ວາງຂວາງໃນທຸກຂົງເຂດ.

ຖະແຫຼງການ ນິວເດລີ ໄດ້ເນັ້ນໜັກເຖິງ 3 ເປົ້າໝາຍແກ່ນສານຂອງກອງປະຊຸມສຸດຍອດການກະທົບປັນຍາປະດິດ ອິນເດຍ 2026, ລວມມີ, ມະນຸດ, ໜ່ວຍພິພົບ ແລະ ຄວາມກ້າວໜ້າ; ຜ່ນນັ້ນ, ວາງມະນຸດໃນທີ່ຕັ້ງໃຈກາງຂອງວິວັດການພັດທະນາປັນຍາປະດິດ. ປະຊາຄົມສາກົນກໍ່ໃຫ້ຄຳໝັ້ນສັນຍາຮັບປະກັນໃຫ້ເຕັກໂນໂລຊີນີ້ ຮັບໃຊ້ບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ປ່ຽນໃໝ່ໃນໄລຍະຍາວນານ.

TAG
VOV/VOVworld/88 ປະ​ເທດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ເຊັນ​ຖະ​ແຫຼງ​ການ ນິວ​ເດ​ລີ ກ່ຽວ​ກັບ​ປັນ​ຍາ​ປະ​ດິດ/ຖະ​ແຫຼງ​ການ ນິວ​ເດ​ລີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ