ພາບປະກອບ: petrotimes.vn |
ການເຄື່ອນໄຫວສົ່ງອອກສິນຄ້າເອເລັກໂຕນິກ ຂອງ ຫວຽດນາມ ມີການຜັນແປທີ່ຕັ້ງໜ້ານັບແຕ່ຕົ້ນປີ ມາຮອດປັດຈຸບັນ. ໄລ່ຮອດວັນທີ 15 ມີນາ, ການສົ່ງອອກເອເລັກໂຕນິກ ໄດ້ນຳມາໃຫ້ຫວຽດນາມເງິນເກືອບ 37,5 ຕື້ USD, ເພີ່ມຂຶ້ນ 9,36 ຕື້ USD ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.
ຕາມສະມາຄົມນັກທຸລະກິດເອເລັກໂຕນິກ ຫວຽດນາມແລ້ວ, ໃບສັ່ງຊື້ສິນຄ້າໃນໄຕມາດ I/2026 ຂອງຂະແໜງເອເລັກໂຕນິກ ມີຄວາມຕັ້ງໜ້າ, ນັບທັງໃນໂອກາດບຸນປີໃໝ່ປະຈຳຊາດ, ວິສາຫະກິດຍັງຮັກສາການສົ່ງອອກຢ່າງຕໍ່ເນື່ອງ. ສ່ວນປີ 2025, ຂະແໜງເອເລັກໂຕນິກ ມີການສົ່ງອອກບັນລຸລະດັບສະຖິຕິ ເກືອບ 165 ຕື້ USD, ເພີ່ມຂຶ້ນຢ່າງແຮງເມື່ອທຽບໃສ່ປີ 2024 (126,5 ຕື້ USD). ຕາມການຕີລາຄາຂອງບັນດານັກຊ່ຽວຊານແລ້ວ, 2 ປີມານີ້, ມູນຄ່າ ແລະ ປະເພດສິນຄ້າເອເລັກໂຕນິກສົ່ງອອກນັບມື້ນັບສູງ, ເປັນຫຼາຍຮູບແບບ. ມີຜະລິດຕະພັນຫຼາຍຢ່າງໄດ້ສ້າງຄວາມປະທັບໃຈຢູ່ບັນດາງານວາງສະແດງສາກົນ. ບັນດາຮູບແບບການຜະລິດຄື: ການຫັນເປັນອັດຕະໂນມັດ, ໝູນໃຊ້ AI, ເປັນເຈົ້າການແຫຼ່ງສະໜອງ ແລະ ຍົກອັດຕາການຫັນເປັນພາຍໃນ ພວມຊ່ວຍໃຫ້ຂະແໜງເອເລັກໂຕນິກຍົກສູງຖານະບົດບາດໃນລະບົບສະໜອງທົ່ວໂລກ.




