logo

Croatia ພິ​ຈາ​ລະ​ຈາ​ຢ່າງ​ລະ​ວັດ​ລະ​ວັງ​ກ່ອນ​ເຂົ້າ​ຮ່ວມ​ກົນ​ໄກ “ສະ​ພາ​ສັນ​ຕິ​ພາບ ກາ​ຊາ”

2026/1/25 | 11:18:56
(VOVWORLD) - ສະພາສັນຕິພາບແມ່ນກົນໄກສາກົນໃໝ່ ແນໃສ່ມານະພະຍາຍາມຊຸກຍູ້ສັນຕິພາບ, ການລົງທຶນເສດຖະກິດ ແລະ ແກ້ໄຂການປະທະກັນຢູ່ເຂດ ກາຊາ ກໍຄືບາງພາກພື້ນອື່ນໃນໂລກ. ເຖິງຢ່າງໃດກໍຕາມ, Croatia ຈະພິຈາລະຈາຢ່າງລະມັດລະວັງກ່ອນທີ່ຕັດສິນບັນດາຂັ້ນຕອນຕໍ່ໄປ.
ທ່ານນາຍົກລັດຖະມົນຕີ Croatia Andrej Plenkovic ໃນການຖະແຫຼງຂ່າວຢູ່ Zagreb, Croatia. (ພາບເອກະສານ: REUTERS/Antonio Bronic)

ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 24 ມັງກອນ, ທ່ານນາຍົກລັດຖະມົນຕີ Croatia Andrej Plenkovic ຢັ້ງຢືນວ່າ, ທ່ານໄດ້ຮັບຄຳເຊື້ອເຊີນເຂົ້າຮ່ວມສະພາສັນຕິພາບຈາກທ່ານປະທານາທິບໍດີ ອາເມລິກາ Donald Trump. ຕາມທ່ານແລ້ວ, ສະພາສັນຕິພາບແມ່ນກົນໄກສາກົນໃໝ່ ແນໃສ່ມານະພະຍາຍາມຊຸກຍູ້ສັນຕິພາບ, ການລົງທຶນເສດຖະກິດ ແລະ ແກ້ໄຂການປະທະກັນຢູ່ເຂດ ກາຊາ ກໍຄືບາງພາກພື້ນອື່ນໃນໂລກ. ເຖິງຢ່າງໃດກໍຕາມ, Croatia ຈະພິຈາລະຈາຢ່າງລະມັດລະວັງກ່ອນທີ່ຕັດສິນບັນດາຂັ້ນຕອນຕໍ່ໄປ.

ທ່ານນາຍົກລັດຖະມົນຕີ Andrej Plenkovic ໃຫ້ຮູ້ຕື່ມອີກວ່າ, ຢູ່ຂັ້ນລັດຖະບານ, ທ່ານໄດ້ຮຽກຮ້ອງໃຫ້ກະຊວງການຕ່າງປະເທດ ແລະ ບັນດາບັນຫາເອີຣົບຄົ້ນຄວ້າບັນດາແງ່ມູມນິຕິກຳສາກົນຂອງຂໍ້ລິເລີ່ມນີ້, ສາຍພົວພັນຂອງສະພາສັນຕິພາບເຂດ ກາຊາ ດ້ວຍບັນດາຂອບເຂດທີ່ພວມມີ, ພິເສດແມ່ນຂອງ ສປຊ, ກໍຄືຄວາມເໝາະສົມກັບບັນດາພັນທະຂອງ Croatia ໃນ ອີຢູ. ພາຍຫຼັງສຳເລັດວິວັດທະນາການພິຈາລະນາ, ລັດຖະບານຈະລາຍງານຕໍ່ປະທານາທິບໍດີ ແລະ ດຳເນີນບັນດາການປຶກສາຫາລືກ່ຽວກັບກໍລະນີCroatia ເຂົ້າຮ່ວມອົງການນີ້.

ນັກ ຂ່າວ  VOV ປະ ຈຳ ເຊັກ ໂກ


 

TAG
VOV/VOVworld/ນາ​ຍົກ​ລັດ​ຖະ​ມົນ​ຕີ Croatia/ສະ​ພາ​ສັນ​ຕິ​ພາບ​ເຂດ ກາ​ຊາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ