(VOVWORLD) - ໄລຍະບິນໄກ, ເວລາບິນຍາວ, ເຖິງວ່າຂະໜາດນ້ອຍແຕ່ມີກຳລັງແຮງສູງສາມາດຍົກຍ້າຍ, ຂົນສົ່ງວັດຖຸທີ່ມີນ້ຳໜັກ 15 ກີໂລກຼາມ ແລະ ຕິດຕັ້ງວັດຖຸອຸປະກອນຕ່າງໆໃສ່ໄດ້ຫຼາຍຊະນິດ… ນີ້ແມ່ນບັນດາລັກສະນະບຸກທະລຸເໜືອກວ່າ, ມີວັດຖຸບິນບໍ່ມີຄົນຂັບ (drone) ຈຳນວນໜ້ອຍໃນໂລກອາດຈະມີຄວາມອາດສາມາດໄດ້ຄື drone Hera. ບໍ່ມີເທົ່າໃດຄົນທີ່ຮູ້ວ່າ Hera ໂດຍນັກວິສະວະກອນຫວຽດນາມປະດິດຂຶ້ນທັງໝົດ.
Drone ໄດ້ນຳໃຊ້ໃນຫຼາຍຂົງເຂດ |
ໃນໂຮງງານນ້ອຍໆທີ່ຕັ້ງຢູ່ໃນຮ່ອມໜຶ່ງຂອງນະຄອນ ຖູດຶກ, ເບິ່ງຄືວ່າແມ່ນໂຮງງານຜະລິດກົນຈັກ ແຕ່ສະຖານທີ່ແຫ່ງນີ້ແມ່ນບ່ອນຜະລິດວັດຖຸບິນບໍ່ມີຄົນຂັບທີ່ມີຊື່ສຽງ - drone Hera. ນີ້ແມ່ນວັດຖຸບິນບໍ່ມີຄົນຂັບໂດຍເວັບໄຊ SUASNEWS - ເຊິ່ງແມ່ນເວັບໄຊດຳເນີນທຸລະກິດກ່ຽວກັບ drone ຂອງ ອາເມລິກາ ຕີລາຄາວ່າ ມີ 12 ໜ້າທີ່ຄວາມສາມາດທີ່ດີເລີດທີ່ສຸດໃນໂລກ.
ໃນນັ້ນມີຫຼາຍມາດຖານທີ່ພິເສດລື່ນກາຍບັນດາຜະລິດຕະພັນທີ່ມີຢູ່ແລ້ວໃນຕະຫຼາດ. ທ່ານ ປ.ອ ເລືອງວຽດກວັກ, ຜູ້ອຳນວຍການຝ່າຍບໍລິຫານບໍລິສັດຫຸ້ນສ່ວນ RealTime Robotics ຫວຽດນາມ - “ຜູ້ປະດິດສ້າງ” ຂອງ Hera, ໃຫ້ຮູ້ວ່າ: ໂຮງງານດ້ວຍນັກວິສະວະກອນ 60 ຄົນລ້ວນແຕ່ແມ່ນຊາວຫວຽດນາມ ພວມຟ້າວຟັ່ງດ້ວຍຫຼາຍຂັ້ນຕ່ອນນັບແຕ່ການ: ອອກແບບ, ປະດິດ, ການຂຽນຊອບແວ, ຜະລິດ ແລະ ທົດລອງຜະລິດຕະພັນເພື່ອມອບສົ່ງສິນຄ້າ…
ແນວຄິດໃນເບື້ອງຕົ້ນຂອງເພິ່ນແມ່ນຢາກນຳ drone ໝູນໃຊ້ເຂົ້າການກູ້ໄພກູ້ຊີບ. ຍ້ອນວ່າ drone ມີລັກສະນະເຄື່ອນໄຫວໄວແບບກົນຈັກ, ສາມາດເຂົ້າເຖິງສະຖານທີ່ເກີດເຫດຂອງເຫດການທີ່ອັນຕະລາຍຢ່າງງ່າຍດາຍ. ແຕ່ວ່າພາຍຫຼັງຫັນແນວຄິດນັ້ນກາຍເປັນຜະລິດຕະພັນການຄ້າທີ່ມີຊື່ສຽງຄືໃນປັດຈຸບັນ, ທ່ານ ປ.ອ ເລືອງວຽດກວັກ ແລະ ຄູ່ຮ່ວມງານໄດ້ປະສົບກັບຫຼາຍບັນຫາທີ່ຫຍຸ້ງຍາກ.
ການອອກແບບທົ່ວໄປຂອງ drone ຊະນິດຕ່າງໆໃນໂລກມີປີກໃບພັດ 4 ອັນ ແລະ ມີກ້ອງວົງຈອນຕິດຢູ່ທ້ອງອັນໜຶ່ງ. ສ່ວນ drone ຂອງພວກຂ້າພະເຈົ້າກໍ່ມີປີກໃບພັດ 4 ອັນ ແຕ່ມີ 3 ຈຸດເພື່ອຕິດຕັ້ງກ້ອງວົງຈອນ. ເມື່ອຕິດຕັ້ງກ້ອງວົງຈອນຫຼາຍອັນ ໃນຖ້ຽວບິນໜຶ່ງພວກເຮົາສາມາດເກັບກຳໄດ້ຂໍ້ມູນຫຼາຍຢ່າງ. ນັ້ນແມ່ນການປະດິດສ້າງທີ່ກະໂດດຂັ້ນ.
ທ່ານ ປ.ອ ເລືອງວຽດກວັກ ແບ່ງປັນວ່າ Hera ແມ່ນ drone ໃຊ້ໄດ້ຫຼາຍປະໂຫຍດ, ຂະໜາດນ້ອຍຄືນົກຈອກ ແຕ່ເມື່ອ Hera ເລີ່ມບິນ, ປີກບັດພັດ 4 ອັນຈະບິນຂຶ້ນຟ້າຄືກັນກັບນົກອິນຊີ:
ມີປະໂຫຍກໜຶ່ງທີ່ສັ້ນໆອາດຈະພັນລະນາເຖິງກຳລັງແຮງຂອງ Hera ນັ້ນແມ່ນ “carry as a parrow and fly like an eagle”. Hera ສາມາດຂົນສົ່ງວັດຖຸນ້ຳໜັກ 15 ກີໂລກຼາມ, ໃນຂະນະທີ່ drone ຊະນິດຕ່າງໆໃນລະດັບດຽວກັນຢູ່ຕະຫຼາດ ອາດຈະຍົກເຄື່ອງນ້ຳໝັກແຕ່ 4 - 5 ກີໂລກຼາມເທົ່ານັ້ນ. ກ່ຽວກັບລະດັບການບິນ, ໄລຍະບິນ, Hera ຂຶ້ນຊະນິດແຖວໜ້າໂລກ, ລະອຽດແມ່ນເວລາບິນປະມານໜຶ່ງຊົ່ວໂມງ ແລະ ໄລຍະບິນປະມານ 15 ກີໂລແມັດ.
ເລື່ອງມີໜ້າທີ່ຄວາມສາມາດທີ່ດີເດັ່ນຫຼາຍຢ່າງ, ບໍ່ພຽງແຕ່ຊ່ວຍການສຳຫຼວດ, ຄົ້ນຫາເປົ້າໝາຍຕ້ອງຮັບການກູ້ໄພກູ້ຊີບຢ່າງມີປະສິດທິຜົນເທົ່ານັ້ນ Hera ຍັງສາມາດຂົນສົ່ງວັດຖຸກູ້ຊີບໂດຍດ່ວນຄື: ຖົງພະຍາບານ, ອາຫານການກິນ, ນ້ຳດື່ມ, ໂທລະສັບ… ພາຍຫຼັງການຄົ້ນຄ້ວາ, ປະດິດມາເປັນເວລາ 3 ປີນັບແຕ່ປີ 2022, ບໍລິສັດຫຸ້ນສ່ວນ RealTime Robotics ຫວຽດນາມ ໄດ້ສົ່ງອອກ Drone Hera ບັນດາລຳທຳອິດ.
ພິເສດ, ໃນນັ້ນມີໃບສັ່ງຊື້ສິນຄ້າຂອງບັນດາອົງການລັດຖະບານຂອງ ອາເມລິກາຄື: ຕຳຫຼວດ, ຫ້ອງທົດລອງແຫ່ງຊາດ Los Alamos, ບໍລິສັດ ໄຟຟ້າແຮງສູງ (ອາເມລິກາ) ແລະ ຄ່ອຍໆເປີດກວ້າງໄປຍັງຕະຫຼາດອື່ນໆຄື: ອົດສະຕາລີ, ການາດາ ແລະ ຕະຫຼາດພາຍໃນປະເທດ.
ແບ່ງປັນກ່ຽວກັບບັນດາຜົນສຳເລັດຂອງ Hera, ທ່ານ ປ.ອ ເລືອງວຽດກວັກ ເວົ້າດ້ວຍຄວາມເອກອ້າງທະນົງໃຈວ່າແມ່ນຜະລິດຕະພັນ, ການເລີ່ມແນວຄວາມຄິດປະດິດຂຶ້ນ 100% ຂອງຊາວຫວຽດນາມ ນັບແຕ່ຂັ້ນຕອນອອກແບບ, ປະດິດ, ຂຽນຊອບແວ, ຜະລິດ. ທ່ານໃຫ້ຮູ້ວ່າ:
ເປັນໜ້າເອກອ້າງທະນົງໃຈທີ່ສຸດຍ້ອນວ່າ ທຸກເຕັກໂນໂລຢີປະດິດຂຶ້ນແມ່ນໂດຍນັກວິສະວະກອນ ຫວຽດນາມ ເປັນເຈົ້າຂອງ. ນັບແຕ່ການເລີ່ມແນວຄວາມຄິດປະດິດຂຶ້ນ ຕະຫຼອດຮອດການປະດິດສ້າງ 100% ແມ່ນຜະລິດຕະພັນຂອງຊາວຫວຽດນາມ. ໃນຕົວຈິງ, ບໍລິສັດພວກຂ້າພະເຈົ້າພວມຢືນຢູ່ຕໍ່ໜ້າໂອກາດໃຫຍ່ ຍ້ອນເຫດຜົນຄວາມປອດໄພ ແລະ ຄວາມລັບທາງຂໍ້ມູນ, ດັ່ງນັ້ນ ຕະຫຼາດ Drone ໃນທົ່ວໂລກໄດ້ແບ່ງອອກເປັນ 2 ຕະຫຼາດ ແມ່ນໂອກາດເພື່ອໃຫ້ ຫວຽດນາມ ກາຍເປັນໜຶ່ງໃນບັນດາສູນຜະລິດ Drone ທີ່ສຳຄັນຂອງໂລກ.
ການປະດິດຂຶ້ນຢ່າງຕໍ່ເນື່ອງ ແລະ ຊອກຫາວິທີການຜະລິດເປັນຈຳນວນຫຼາຍເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ, ນັ້ນແມ່ນຍຸດທະສາດຂອງ ທ່ານ ປ.ອ ເລືອງວຽດກວັກ ແລະ ບັນດານັກວິສະວະກອນໜຸ່ມ ຂອງ RealTime Robotics ຫວຽດນາມ. ຫຼັງຈາກ drone Hera ແລ້ວ, ປັດຈຸບັນ RealTime Robotics ຫວຽດນາມ ພວມມີແນວຄວາມຄິດປະດິດ 4 - 5 ຢ່າງທີ່ພວມໄດ້ຮັບການຫັນເປັນການຄ້າຕາມລຳດັບ. ໜຶ່ງໃນບັນດາສິ່ງປະດິດຂຶ້ນນັ້ນແມ່ນ gimbal (ອຸປະກອນຕ້ານການສັ່ນສະເທືອນ) ລຸ້ນໃໝ່ທີ່ຕິດກ້ອງວົງຈອນ 360 ອົງສາ 2 ອັນ.




