logo

ECB ຮັກ​ສາ​ອັດ​ຕາ​ດອກ​ເບ້ຍ​ຄື​ເກົ່າ ເມື່ອ​ສະ​ກຸນ​ເງິນ ເອີ​ໂຣ ​ແຂງຄ່າ

2026/2/6 | 09:24:39
(VOVWORLD) - ທະນາຄານສູນກາງເອີຣົບ (ECB) ໄດ້ຕົກລົງຮັກສາອັດຕາດອກເບ້ຍຄືເກົ່າເປັນຄັ້ງທີ 5 ຢ່າງລຽນຕິດ, ຢູ່ໃນລະດັບອັດຕາດອກເບ້ຍມາດຖານແມ່ນ 2%, ເຊິ່ງໄດ້ຮັກສາມາແຕ່ເດືອນມິຖຸນາ 2025. 

ທີ່ກອງປະຊຸມໃນວັນທີ 05 ກຸມພາ ຢູ່ສຳນັກງານຢູ່ Frankfurt (ເຢຍລະມັນ), ທະນາຄານສູນກາງເອີຣົບ (ECB) ໄດ້ຕົກລົງຮັກສາອັດຕາດອກເບ້ຍຄືເກົ່າເປັນຄັ້ງທີ 5 ຢ່າງລຽນຕິດ, ຢູ່ໃນລະດັບອັດຕາດອກເບ້ຍມາດຖານແມ່ນ 2%, ເຊິ່ງໄດ້ຮັກສາມາແຕ່ເດືອນມິຖຸນາ 2025. ເມື່ອອະທິບາຍໃຫ້ແກ່ການຕົກລົງດັ່ງກ່າວ, ECB ຖືວ່າ ພື້ນຖານເສດຖະກິດຂົງເຂດສະກຸນເງິນລວມເອີໂຣ (Eurozone) ຍັງຄົງມີຄວາມສາມາດຢ່າງພຽງພໍເພື່ອທົນທານຕໍ່ກັບບັນດາຄວາມວິຕົກກັງວົນຕໍ່ຜົນກະທົບຂອງສະກຸນເງິນ ເອີໂຣ ທີ່ນັບມື້ນັບເພີ່ມຂຶ້ນຢ່າງແຮງກວ່າ. ກ່ຽວກັບໄພເງິນເຟີ້, ECB ໃຫ້ຂໍ້ສັງເກດວ່າ “ໄພເງິນເຟີ້ຈະຮັກສາສະຖຽນລະພາບປິ່ນອ້ອມເປົ້າໝາຍຂອງ ECB ໃນໄລຍະກາງ”.

        ໃນການຜັນແປໜຶ່ງຂອງວັນດຽວກັນ, ທະນາຄານສູນກາງອັງກິດ ກໍຕົກລົງຮັກສາອັດຕາດອກເບ້ຍມາດຖານໃຫ້ຢູ່ໃນລະດັບ 3,75%, ພ້ອມທັງຫຼຸດຜ່ອນການຄາດຄະເນລະດັບການເຕີບໂຕຂອງ ອັງກິດ ໃນປີ 2026 ແລະ 2027. ທະນາຄານສູນກາງອັງກິດ ຄາດວ່າລະດັບເຕີບໂຕ GDP ຈະບັນລຸ 0,9% ໃນປີ 2026 ແລະ 1,5% ໃນປີ 2027. ບັນດາຕົວເລກທີ່ໄດ້ຄາດຄະເນກ່ອນໜ້ານັ້ນ ແມ່ນ 1,25% ໃນປີ 2026 ແລະ 1,6% ໃນປີ 2027 ຕາມລຳດັບ.

TAG
VOV/VOVworld/ອັດ​ຕາ​ດອກ​ເບ້ຍ/ທະ​ນາ​ຄານ​ສູນ​ກາງ​ເອີ​ຣົບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ